ໃນລະຫວ່າງວັນທີ 20-25 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນ ດາ 3 ແຂວງພາກກາງຂອງ ສສ ຫວຽດ ນາມ ຄື: ແຂວງ ຢາລາຍ, ດັກລັກ ແລະ ແຄັງຮວາ. ໂດຍໃນວັນທີ 20-21 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ເຈືອງ ຫ້າຍ ລັອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຢາລາຍ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຢາລາຍ.ໂອກາດນີ້, ສະຫາຍ ເຈືອງ ຫ້າຍ ລັອງ ກໍໄດ້ລາຍ ງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ, ແຂວງຢາລາຍມີປະ ຊາກອນປະມານ 1,5 ລ້ານ ຄົນ, ປະກອບມີ 44/54 ຊົນເຜົ່າ ປັດຈຸບັນ ແຂວງຢາລາຍ ກໍາລັງສຸມໃສ່ການພັດທະນາກະສິກໍາເຕັກໂນໂລຊີຊັ້ນສູງ ແລະ ກະສິກໍາປອດສານພິດ, ໂດຍຮອດປີ 2030 ແຂວງຢາລາຍ ຈະສູ້ຊົນໃຫ້ກາຍເປັນສູນກາງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາຂອງເຂດເຕີຍຫງວຽນ. ພ້ອມນັ້ນ, ແຂວງຢາລາຍ ຍັງມີທ່າແຮງໃນການພັດທະນາພະລັງງານທົດແທນ ເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງ ງານຊີວະພາບ. ນອກນັ້ນ, ການທ່ອງທ່ຽວຍັງເປັນກໍາລັງແຮງຂອງແຂວງ ດ້ວຍແຫຼ່ງທ່ອງທ່ຽວທີ່ອຸດົມສົມບູນ ແລະ ຫຼາກຫຼາຍ ທັງທາງດ້ານວັດທະນະທໍາ ແລະ ປະຫວັດສາດ. ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ແຂວງຢາລາຍ ແລະ ບັນດາແຂວງພາກໃຕ້ຂອງລາວ, ໂດຍສະເພາະ ແຂວງຢາລາຍ ກັບ ແຂວງ ຈໍາປາສັກ ທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາແລ້ວ 02 ຄັ້ງ ໄລຍະ 2016-2022 ແລະ 2021-2025, ເຊິ່ງສະຫາຍເຈືອງ ຫ້າຍ ລັອງ ຍັງສະແດງຄວາມຫວັງວ່າ ໃນອະນາຄົດຕໍ່ໜ້າແຂວງຢາລາຍ ຈະມີການພັດທະນາການພົວພັນກັບບັນດາແຂວງຂອງລາວ ຕື່ມອີກ. ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ແຂວງຍາດມາໄດ້ໃນໄລຍະຜ່ານມາພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດກາປົກຄອງ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ເຮັດໃຫ້ແຂວງມີໂສມໜ້າໃໝ່ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າແຂວງຢາລາຍ ໃນນາມເປັນແຂວງທີ່ນອນຢູ່ໃນໂຄງການສາມຫຼຽນພັດທະນາລາວ-ຫວຽດ ນາມ- ກຳປູເຈຍ ຈະສືບຕໍ່ເປັນກຳລັງແຮງເພື່ອສ້າງເຂດສາມຫຼຽມພັດທະນາກາຍເປັນຕົວຢ່າງການພົວພັນຮ່ວມມືລະຫວ່າງສາມປະເທດ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດພ້ອມດ້ວຍຄະນະຍັງໄດ້ເດີນທາງໄປຢ້ຽມຊົມສະຖານທີ່ການຜະລິດທາງດ້ານກະສິກໍາຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລກະສິກໍາ ແລະ ປ່າໄມ້ນະຄອນໂຮ່ຈີມິນ ສາຂາແຂວງຢາລາຍ, ຊຶ່ງປັດຈຸບັນ ມີນັກສຶກສາລາວ ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວທັງໝົດ 11 ຄົນ, ເຊິ່ງມະຫາວິທະຍາໄລ ໄດ້ເລີ່ມຮັບນັກສຶກສາລາວແຕ່ປີ 2018 – 2023 ເປັນເວລາ 5 ປີ ແລ້ວ ໂດຍມະຫາວິທະຍາໄລໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກສຶກສາ ເປັນຕົ້ນແມ່ນຫໍພັກສະເພາະນັກສຶກສາລາວ. ໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ໃຫ້ການໂອ້ລົມແນະນໍາໃຫ້ນັກສຶກສາລາວເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງໃຈຮໍ່າຮຽນ ເພື່ອຍາດເອົາຄວາມຮູ້ຄວາມສາມາດກັບຄືນປະເທດ.
ໃນວັນທີ 22-23 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ເດີນທາງໄປພົບປະ ແລະ ເຮັດວຽກ ກັບ ສະຫາຍ ນາງ ເຮີ ຢິມ ເຄິ ດໍ (H’Yim Kđoh), ຮອງປະທານຄະນະກໍາມະການປະຊາຊົນ ແຂວງ ດັກລັກ (ຮອງເຈົ້າແຂວງ) ຊຶ່ງໃນການພົບປະ ແລະ ເຮັດວຽກຄັ້ງນີ້ ສະ ຫາຍ ນາງ ເຮີ ຢິມ ເຄິ ດໍ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ, ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທ້ອງຖິ່ນ ຂອງຫວຽດນາມ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ ໃນຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງບັນດາແຂວງທ້ອງຖິ່ນ ຂອງຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ ຂອງລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຢືນຢັນວ່າ ແຂວງດັກລັກ ຈະຊຸກຍູ້ໃຫ້ບັນດານັກລົງທຶນ ເຂົ້າໄປລົງທຶນຢູ່ບັນດາແຂວງພາກໃຕ້ຂອງລາວ ພ້ອມທັງສ້າງເງື່ອນໄຂ ເພື່ອຊອກຫາກາລະໂອກາດໃນການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນຂົງເຂດເສດຖະກິດ ແລະ ການສຶກສາ ເພື່ອຮັດແໜ້ນຄວາມສາມັກຄີ, ການພົວພັນມິດຕະພາບ ແລະ ພັດທະນາການຮ່ວມມືເຊິ່ງກັນແລະກັນ. ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະ ກິດ-ສັງ ຄົມຂອງແຂວງໂດຍຫຍໍ້, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂະແໜງການ ພິເສດແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດຂອງແຂວງດັກລັກ ໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນບັນດາ 4 ແຂວງ(ແຂວງຈໍາປາສັກ, ແຂວງສາລະວັນ, ແຂວງອັດຕະປື ແລະ ແຂວງເຊກອງ) ພາກໃຕ້ຂອງລາວ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງໃນໄລຍະຜ່ານມາ ຊຶ່ງແຂວງສືບຕໍ່ເປັນໃຈກາງຂອງບັນດາແຂວງເຂດເຕີຍຫງວຽນ. ໂດຍສະເພາະສະຫາຍເອກອັກຄະລັດຖະທູດໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງແຂວງດັກລັກ ແລະ 4 ແຂວງພາກໃຕ້ຂອງລາວ, ແຕ່ເຖິງຢ່າງໃດກໍຕາມສະຫາຍຫວັງວ່າ ໃນຕໍ່ໜ້າແຂວງດັກລັກ ຈະສືບຕໍ່ກັບບັນດາແຂວງຂອງລາວໃນການເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ຫຼາຍຂຶ້ນ ເພື່ອຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມມູນຄ່າການຄ້າສອງປະເທດ. ພ້ອມນັ້ນ, ສະຫາຍເອກອັກຄະລັດຖະ ທູດພ້ອມດ້ວຍຄະນະຍັງໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນໂລກແຫ່ງກາເຟຂອງ ບໍລິສັດຫຸ້ນສ່ວນຈຸງຫງວຽນ; ຢ້ຽມຢາມເຂດການຜະລິດກະສິກໍາທີ່ພົ້ນເດັ່ນຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລເຕີຍຫງວຽນ, ຊຶ່ງປັດຈຸບັນ ມີນັກສຶກສາລາວ ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວທັງໝົດ 14 ຄົນ.
ໃນວັນທີ 24-25 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ເດີນທາງໄປພົບປະ ແລະ ເຮັດວຽກ ກັບ ສະຫາຍ ດິງ ວັນ ທ້ຽວ (Đinh Văn Thiệu), ຮອງປະທານຄະນະກໍາມະການປະຊາຊົນ ແຂວງ ແຄັ໊ງຮວ່າ (ຮອງເຈົ້າແຂວງ) ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້ ສະຫາຍ ດິງ ວັນ ທ້ຽວ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແຄັງຮວາຂອງຄະນະ ພ້ອມທັງໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບເສດຖະກິດ-ສັງຄົມ ແລະ ໄດ້ຕີລາຄາໂດຍລວມກ່ຽວກັບ ບັນດາຈຸດພິເສດ, ທ່າແຮງ ໂດຍສະເພາະທາງດ້ານການທ່ອງທ່ຽວ ຊຶ່ງແຂວງມີນໍ້າທະເລທີ່ໃສລືຊື່ລະດັບໂລກ ແລະ ທິດທາງການພັດທະນາຂອງແຂວງໃນໄລຍະທີ່ຈະມາເຖິງ. ພິເສດໃນປີ 2023, ແຂວງກຳລັງກະກຽມກິດຈະກໍາຕ່າງໆເພື່ອເປັນການສະເຫຼີມສະຫຼອງວັນກໍ່ຕັ້ງ ແລະ ພັດທະ ນາແຂວງແຄັງຮວາ ຄົບຮອບ 370 ປີ. ສະຫາຍ ໄດ້ຢືນຢັນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ແຂວງ ແຄັງຮວາ ແລະ ບັນດາແຂວງພາກໃຕ້ຂອງລາວ ນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ມີການພົບປະແລກປ່ຽນເປັນປະຈໍາດ້ວຍຮູບການທີ່ເໝາະສົມ ໂດຍສະເພາະມາຮອດປັດຈຸ ບັນ ແຂວງແຄັງຮວາ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກັບ 2 ທ້ອງຖິ່ນຂອງ ລາວ ຄື: ແຂວງຈໍາປາສັກ (ຄັ້ງທໍາອິດໃນປີ 2006, ຄັ້ງທີ 3 ປີ 2022) ແລະ ແຂວງອັດຕະປື (ຄັ້ງທໍາອິດປີ 2009, ຄັ້ງທີ 3 ປີ 2022). ພ້ອມນັ້ນ, ສະຫາຍ ດິງ ວັນ ທ້ຽວ ຍັງສະແດງຄວາມຫວັງວ່າ ສະຫາຍເອກອັກຄະລັດຖະທູດ ຈະຊ່ວຍສະໜັບ ສະໜູນ ແລະ ສ້າງເງື່ອນໄຂໃຫ້ບັນດາບຸກຄົນ, ອົງການຈັດຕັ້ງ ແລະ ວິສາຫະ ກິດຂອງແຂວງແຄັງຮວາ ໃນການເພີ່ມທະວີການພົວພັນກັບບັນດາແຂວງທ້ອງຖິ່ນຂອງລາວ, ໂດຍສະເພາະໃນມໍ່ໆນີ້ ແຂວງແຄັງຮວາ ຈະຂະຫຍາຍການຮ່ວມມືກັບນະຄອນຫຼວງວຽງຈັນ ໃນເວລາອັນໃກ້ນີ້. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຊົມເຊີຍ ແລະ ມີຄວາມປະທັບໃຈທີ່ສຸດເຫັນວ່າ ຈັງຫວະການພັດທະນາເສດຖະກິດ-ສັງຄົມຂອງແຂວງສາມາດບັນລຸໄດ້ 20,5% ໃນປີ 2022 ພາຍຫຼັງທີ່ຫວຽດນາມສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ສະແດງຄວາມເຊື່ອໝັ້ນວ່າ ແຂວງຈະສາມາດສູ້ຊົນເປົ້າໝາຍເພື່ອເຮັດໃຫ້ແຂວງກາຍເປັນນະຄອນທີ່ຂຶ້ນກັບສູນກາງໃນປີ 2030 ພ້ອມນີ້ ສະຫາຍເອກອັກຄະລັດຖະທູດ ກໍສະແດງຄວາມຂອບໃຈຕໍ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງແຄັງຮວາ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບ ສະ ໜູນ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະຢູ່ສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະ ກອບສ່ວນອັນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມຂອງຊາດ. ນອກຈາກນີ້, ສະຫາຍເອກອັກຄະລັດ ຖະທູດພ້ອມດ້ວຍຄະນະຍັງໄດ້ເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລແຄັງຮວາ.
ໃນໂອກາດການຢ້ຽມຢາມ ສາມແຂວງພາກກາງຄັ້ງນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ແຈ້ງໃຫ້ບັນດາແຂວງໄດ້ຮັບຊາບກ່ຽວກັບສະພາບການທີ່ພົ້ນເດັ່ນໂດຍຫຍໍ້ຂອງ ສປປ ລາວ ໃນຊຸມປີທີ່ຜ່ານມາ ພ້ອມທັງໄດ້ແຈ້ງແຜນການຈັດກິດຈະກໍາການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ໃນປີ 2022 ເພື່ອພ້ອມກັນສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5/9/-1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022). ພິເສດໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາສະຖາບັນການສຶກສາຢູ່ 3 ແຂວງດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ນຳເອົາເນື້ອໃນຈິດໃຈ, ຄວາມເປັນຫວ່ງເປັນໃຍຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ທີ່ຍາມໃດກໍເນັ້ນໜັກບັນຫາຄຸນນະພາບການສຶກສາຂອງນັກສຶກສາລາວ ຢູ່ ສສ ຫວຽດນາມ, ສະຫາຍໄດ້ຮຽກຮ້ອງໃຫ້ຄູ-ອາຈານ ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກໍ່ສ້າງນັກສຶກສາລາວຄືກັບການກໍ່ສ້າງນັກສຶກສາຫວຽດນາມທົ່ວໄປ ໂດຍສະເພາະເນັ້ນບໍ່ໃຫ້ມີຄະແນນນະໂຍບາຍ ເພາະຈະເຮັດໃຫ້ຊື່ສຽງຂອງໂຮງຮຽນຖືກຜົນກະທົບ.
ຂ່າວ, ພາບ: ສະຖານທູດລາວທີ່ຮ່າໂນ້ຍ.
Loading...