ໃນວັນທີ 2 ສິງຫາ 2022 ນີ້ທີ່ຫ້ອງປະຊຸມຂອງຫ້ອງການແຜນການ ແລະການລົງທຶນເມືອງລະຄອນເພັງ ຫ້ອງການສຶກສາທິການ ແລະກິລາເມືອງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນປະຈໍາງວດ II ແລະວາງແຜນການປະຈໍາງວດທີ III ຂອງປີ 2022 ໂດຍການເປັນປະທານ ຂອງທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ທັງແມ່ນຄະນະຊີ້ນໍາໂຄງການຂັ້ນນເມືອງ ມີທ່ານ ກັນຍາ ໄຊຊະໂອຊະ ຫົວໜ້າຫ້ອງສຶກສາທິການ ແລະກິລາເມືອງ, ນາງ ອາລິຈິດ ພົມມະຮັກ ຜູ້ປະສານງານໂຄງການອາຫານໂລກປະຈໍາ 4 ແຂວງພາກໃຕ້, ຜູ້ປະສານງານໂຄງການປະຈໍາເມືອງ, ຄະນະຮັບຜິດຊອບໂຄງການຂັ້ນເມືອງ, ຜູ້ຊ່ວຍບ້ານ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບັນດົນ ໄຊຍະຜົນ ຫົວໜ້າໜ່ວຍງານບໍລິຫານ ຫ້ອງກາສຶກສາທິການ ແລະກິລາເມືອງຕາງໜ້າຄະນະຮັບຜິດຊອບໂຄງການຂັ້ນເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການປະຈໍາງວດ II ຂອງປີ 2022 ໂດຍໃນໄລຍະ 3 ເດືອນຜ່ານມາ ການຈັດຕັ້ງປະຕິບັດ ໂຄ່ງການ ແມ່ນສໍາເລັດຫຼາຍໜ້າວຽກເປັນຕົ້ນ: ສໍາເລັດຊຸກຍູ້ການປຸກສ້າງສາງເກັບມ້ຽນອາຫານ ແລະເຮືອນຄົວ 64 ໂຮງຮຽນ, ເທົ່າກັບ100%, ທຸກໂຮງຮຽນທີ່ນອນໃນໂຄງການໄດ້ປຸງແຕ່ງອາຫານທ່ຽງໃນໂຮງຮຽນ, ສໍາເລັດການຕໍ່ນໍ້າເຂົ້າສວນຄົວ ແລະເຮືອນຄົວໂຮງຮຽນໄດ້ 55 ແຫ່ງ, ສໍາເລັດການເຝິກອົບຮົມການປ້ອນຂໍ້ມູນ ອາຫານທ່ຽງແບບດີຈີຕ້ອນ ໃຫ້ຜູ້ບໍລິຫານໂຮງຮຽນ ແລະຄູສອນ 64 ທ່ານ, ສໍາເລັດມອບຊຸດກັນເປື້ອນຂອງແມ່ຄົວໃຫ້ 64 ໂຮງຮຽນ ຈໍານວນ 251 ຊຸດ … ສ່ວນໃນ 3 ເດືອນຕໍ່ໜ້າແມ່ນຈະໄດ້ສຸມໃສ່ໃນຫຼາຍໜ້າວຽກ ເປັນຕົ້ນ: ການມອບ-ຮັບວັດຖຸດິບເພື່ອປຸງແຕ່ງອາຫານ ສໍາລັບພາກຮຽນ I ສົກຮຽນ 2022-2023 ໃຫ້ແຕ່ລະໂຮງຮຽນໂດຍຈະໃຫ້ສໍາເລັດໃນເດືອນສິງຫາ, ຄົ້ນຄ້ວາແກ້ໄຂບັນຫາໂຮງຮຽນທີ່ຍັງບໍ່ມີນໍ້າໃຊ້, ຊຸກຍູ້ໃຫ້ທຸກໂຮງຮຽນທີ່ນອນໃນໂຄງການໄດ້ປຸງແຕ່ງອາຫານ ໃຫ້ເປັນປົກກະຕິ ແລະອື່ນໆ.
ຈາກນັ້ນ, ກອງປະຊຸມໄດ້ຮັຟັງການແລກປ່ຽນປະກອບຄໍາຄິດເຫັນ ເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະກໍານົດແຜນການເຄື່ອນໄຫວໃນຕໍ່ໜ້າ ແລະຮັບຟັງການມີຄໍາເຫັນໂອ້ລົມ ຂອງທ່ານ ຮອງເຈົ້າຮອງເມືອງປະທານກອງປະຊຸມຕື່ມອີກ.
Cr: ສື່ມວນຊົນລະຄອນເພັງ


