ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 10 ມິຖຸນາ 2022 ນີ້ທີ່ສະໂມສອນເມືອງລະຄອນເພັງ ໄດ້ມີກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງຢູ່ 9 ບ້ານຫຼໍ່ແຫຼມລຽບຕາມຊາຍແດນລາວ-ໄທ ປະຈໍາສົກປີ 2021-2022 ແລະວາງທິດທາງແຜນການ 2022-2023 ໂດຍການເປັນປະທານ ຂອງທ່ານ ແກ້ວຜາ ສີລາດວງໃຈ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ເຂົ້າຮ່ວມມີ ທ່ານ ພັທ ເອກະລາດ ແທ່ງສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ທ່ານ ພັທ ສຸດອນ ລັດຖະນຸວົງ ຫົວໜ້າກອງບັນຊາການ ປກສ ເມືອງລະຄອນເພັງ, ບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກໍາລັງ ປກສ ກໍ່ສ້າງຮາກຖານການເມືອງ ແລະເລຂາໜ່ວຍພັກ 9 ບ້ານກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບການຜ່ານບົດ ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງຢູ່ 9 ໃນໄລຍະ 1 ປີ ແລະທິດທາງແຜນການ 1 ປີຕໍ່ໜ້າ ເຊິ່ງໄດຍົກໃຫ້ເຫັນຜົນສໍາເລັດ, ດ້ານດີ-ອ່ອນ, ຂໍ້ສະ ດວກ, ຂໍ້ຫຍຸ້ງ ຍາກ, ບົດຮຽນຖອດຖອນໄດ້ ແລະທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງໃນໄລຍະ 1 ປີ ຜ່ານມາກອງກໍ່ສ້າງຮາກຖານການ ເມືອງປະຈໍາ 9 ບ້ານຫຼໍ່ແຫຼມຊາຍແດນ ໄດ້ສຸມໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ, ປຸກລະດົມຂົນ ຂວາຍຄວາມເປັນເຈົ້າການ ຂອງການຈັດຕັ້ງ ແລະປາຊົນ ເຮັດໃຫ້ທັງ 9 ມີຄວາມສະຫງົບໂດຍພື້ນຖານ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂ ແລະຫຼຸດລົງ. ໂດຍໄດ້ເອົາໃຈໃສ່ຕິດຕາມ-ຄຸ້ມຄອງສະພາບໜິງຕີງຂອງພົນລະເມືອງ ເຊິ່ງໃນ 9 ບ້ານມີ 1.153 ຫຼັງຄາ, 1.694 ຄອບຄົວ, ມີພົນລະເມືອງ 7.238 ຄົນ, ຍິງ 3.664 ຄົນ, ຂຶ້ນທະບຽນສໍາມະໂນຄົວແລ້ວ 6.126 ຄົນ, ຍິງ 3.126 ຄົນ, ບໍ່ໄດ້ຂຶ້ນທະບຽນສໍາມະໂນຄົວ 1.110 ຄົນ, ຍິງ 507 ຄົນ; ເກັບກໍາເປົ້າໝາຍຂີ້ລັກງັດແງະມີ 12 ຄົນ, ນັກເລງອັນຕະພານ 8 ຄົນ, ຄ້າຂາຍຢາເສບຕິດ 34 ຄົນ, ເສບຢາເສບຕິດ 378 ຄົນ, ຄ້າຂາຍເຖື່ອນ 37 ຄົນ, ມີບັດປະຈໍາຕົວປະຊາຊົນ 2 ບັດ (ບັດລາວ-ບັດໄທ) 19 ຄົນ, ຂາຍເລກເຖື່ອນ 15 ຄົນ. ຄ່ຽງຄູ່ກັນນັ້ນ; ຍັງໄດ້ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ການຕ້ານ ແລະສະກັດກັ້ນລະບາດໂຄວິດ-19; ສະກັດກັ້ນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຕາມຊາຍແດນແມ່ນໍ້າຂອງ ເຊິ່ງສາມາດກັກຍືດລົດຈັກໄດ້ 2 ຄັນ, ກັກຕົວຄົນໄທ ທີ່ລັກລອບຂ້າມຊາຍແດນໄດ້ 2 ຄົນ, ພະສົງ 1 ອົງ ແລະໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍສະເພາະວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ ເຊິ່ງທັງ 9 ບ້ານແມ່ນສໍາເລັດການເກັບກໍາຂໍ້ມູນເປົ້າໝາຍ, ສືບສວນ-ສອບສວນ, ການສຶກສາອົບຮົມ ແລະສົ່ງນໍາເນີນຄະຄະດີ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນແລກປ່ຽນ, ປະກອບຄໍາຄິດເຫັນ ໃສ່ເນື້ອໃນບົດສະຫຼຸບ ແລະທິດທາງແຜນການ ພ້ອມທັງໄດ້ມອບໃບຍອງຍໍປະເພດ1, 2, 3 ໃຫ້ບຸກຄົນ ແລະການຈັດຕັ້ງ ເຊິ່ງຍ້ອງຍໍບຸກຄົນ ປະເພດ 1 ມີ 11 ສະຫາຍ, ປະເພດ 2 ມີ 26 ສະຫາຍ, ປະເພດ3 ມີ 3 ສະຫາຍ ແລະມອບໃບຍ້ອງຍໍການຈັດຕັ້ງ 9 ບ້ານ.