ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມສະຫຼຸບວຽກງານ ສາທາລະນະສຸກທົ່ວແຂວງຫຼວງພະບາງ ປີ 2021 ແລະທິດທາງແຜນການປີ 2022 ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາ 2022 ນີ້ທີ່ສະ ໂມສອນຂອງເມືອງນານ ໂດຍເປັນປະທານຂອງ ດຣ ບຸນແຝງ ພຸມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ເຈົ້າເມືອງ-ເມືອງນານ ພ້ອມດ້ວຍພະແນກ, ຕາງໜ້າກົມ, ເຈົ້າເມືອງ-ຮອງເຈົ້າເມືອງ, ນະຄອນ ຫຼວງພະບາງ, ຫົວໜ້າຫ້ອງການສາລະນະສຸກ 11 ເມືອງ-ນະຄອນ ຫຼວງພະບາງ ແລະພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ດຣ ນາງ ຄໍາພູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບ ວຽກງານສາທາລະນະສຸກປະຈໍາປີ 2021 ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະບັນຫາຄົງຄ້າງທີ່ຈະຕ້ອງໄດ້ປັບປຸງ, ແກ້ໄຂໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ມີປະສິດທິພາບ, ຈາກນນັ້ນ ແຕ່ລະຂະແໜງການໄດ້ຂຶ້ນລາຍງານຜົນສໍາເລັດ ບັນຫາຄົງຄ້າງ ແລະບົດຮຽນຖອດຖອນໄດ້ ໃນການປະຕິບັດວຽກງານໃນໄລຍະຜ່ານມາ. ພ້ອມນີ້ ໄດ້ຮັບຟັງການຜ່ານແຜນການຮ່ວມມື ເມືອງເປົ້າໝາຍຂອງຕາງໜ້າອົງການຈັດຕັ້ງສາກົນ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານສາທາລະນະສຸກ ໃຫ້ບັນດາເມືອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ດີຂື້ນ, ໂອກາດນີ້ ໄດ້ມີການມອບໃບຍ້ອງຍໍຜົນງານດີເດັ່ນ ໃຫ້ຫ້ອງການສາທາລະນະສຸກ 11 ເມືອງ-ນະຄອນ ຫຼວງພະບາງ ແລະບັນດາຂະແໜງການຂອງພະແນກສາທາລະນະສຸກແຂວງ ຢ່າງສົມກຽດ, ຕອນທ້າຍ ທ່ານ ບຸນແຝງ ພຸມມະໄລສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານ ຂອງພະແນກສາທາລະນະສຸກແຂວງຫຼວງພະບາງຍາດມາໄດ້ໃນໄລຍະຜ່ານມາ ທັງໄດ້ເນັ້ນໜັກ ໃຫ້ສຶບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ຂອງຂະແໜງສາທາລະນະສຸກໃຫ້ຮູ້ແຈ້ງ ແລະເຂົ້າໃຈກ່ຽວກັບແນວທາງຂອງພັກ, ລະບຽບ ກົດໝາຍຂອງລັດ, ປັບປຸງ ແກ້ໄຂບັນຫາຂໍ້ຄົງຄ້າງ ແລະສິ່ງທ້າທາຍ ໃນຂົງເຂດວຽກງານສາທາລະນະສຸກ ໃຫ້ນັບມື້ນດີຂື້ນ ຄຽງຄູ່ກັບການເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ຂອງພະນັກງານວິຊາການ, ສຸມໃສ່ຈັດຕັ້ງປະຕິບັດວຽກງານ 11 ຕົວຊີ້ບອກ ຂອງຂະແໜງສາທາລະນະສຸກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະສຶບຕໍ່ປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດໂຄວິດ 19 ລວມທັງພະຍາດລະບາດຕາມລະດູການ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ. ຕອນທ້າຍກອງປະຊຸມ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕາງໜ້າຄະນະນຳກະຊວງ ມອບລົດຮັບສົ່ງຄົນເຈັບ ຈໍານວນ 1 ຄັນ ໃຫ້ໂຮງໝໍຊຸມຊົນເມືອງປາກແຊງ ຕື່ມອີກ.
ຂ່າວ: ຫຸມແພງ ສີດາໄລ