ວັນທີ 29 ສິງຫາ 2021 ນີ້ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ຫົວຫນ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ, ມອບໃຫ້ທິມງານປະຈຳຈຸດກວດຄົນເຂົ້າ-ອອກເມືອງ ເຂດບ້ານນາເມືອງ ເປັນເຂດແດນລະຫວ່າງ ເມືອງນານ ແຂວງຫຼວງພະບາງ ກັບ ເມືອງກາສີແຂວງວຽງຈັນ ແລະເຂດຂົວນ້ຳຂອງ ເຊີ່ງເປັນເຂດແດນລະຫວ່າງ ເມືອງນານ ນານແຂວງຫຼວງພະບາງ ແລະເມືອງໄຊຍະບູລີ ແຂວງໄຊຍະບູລີ, ສໍາລັບເຄື່ອງທີ່ນໍາມາມອບ ປະກອບມີ ຜ້າອັດປາກ-ອັດດັງ 2 ແກັດໃຫຍ່, ຫມີ່ເຄີ່ງສຳເລັດຮູບ 15 ແກັດ, ໄຂ່ໄກ່ 15 ແຕະ, ນໍ້າດຶ່ມ 20 ແພັກ, ເຈວລ້າງມື 4 ແກັດ, ຖົງມື 6 ກັບ. ພ້ອມນີ້ ໄດ້ມອບເຈວລ້າງມື 4 ແກັດ ແລະຜ້າອັດປາກ-ດັງ 21 ແກັດ ແລະວັນທີ່ 27 ຜ່ານມາ ໄດ້ມອບເງິນສົດ ຈໍານວນ 50 ລ້ານກີບ ໃຫ້ຄະນະສະເພາະກິດຂັ້ນເມືອງ ເພື່ອໃຊ້ເຂົ້າການປະຕິບັດຫນ້າທີ່ວຽກງານສະກັດກັ້ນ ການລະບາດພະຍາດໂຄວິດ 19 ກ່າວ ຮັບໂດຍ ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ.
ສຳລັບການລະບາດໂຄວິດ 19 ທີ່ເກີດຂຶ້ນຢູ່ເມືອງນານຄັ້ງນີ້ ທິມງານສື່ມວນຊົນແຂວງຫລວງພະບາງ ປະກອບມີ ຂ່າວສານຫນັງສືພິມ, ສະຖານີວິທະຍຸກະຈາຍສຽງ ແລະສະຖານີໂທລະພາບ, ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ປະກອບສ່ວນໃນການ ໂຄສະນາເຄື່ອນທີ່ໃຫ້ພາກສ່ວນຜູ້ທີ່ສໍາພັດ ແລະໃກ້ສິດ, ທົ່ວເທດສະບານເມືອງນານ ໂດຍສະເພາະເຂດຢູ່ໃນກຸ່ມສ່ຽງຈຳນວນ 15 ບ້ານ ເຂົ້າມາມາກວດຫາເຊື້ອພະຍາດໂຄວິດ 19 ຢ່າງຮີບດ່ວນ ແລະສືບຕໍ່ເຜີຍແຜ່ມາດຕະການ, ການສະກັດກັ້ນ-ປ້ອງກັນ ການລະບາດຂອງພະຍາດໂຄວິດ 19 ຢ່າເຂັ້ມງວດ ເພື່ອໃຫ້ປະຊາຊົນເມືອງນານ ມີສະຕິໃນການປະຕິບັດມາດຕະການປ້ອງກັນຕົວເອງ ທັງໃຫ້ການຮ່ວມມືກັບຄະນະສະເພາະກິດ ແນໃສ່ເຮັດໃຫ້ສະພາບການລະບາດຜ່ອນຄາຍລົງ ແລະສາມາດຄວບຄຸມໄດ້.
ຂ່າວ: ທ່ານ ແສງແກ້ວ ປະເສີດກຸນ
May be an image of 3 people, people standing and outdoors
Loading...