ບຸນນະມັດສະການພະທາດຫລວງວຽງຈັນ  ແມ່ນປາງບຸນໃຫຍ່ໜຶ່ງຂອງຊາດລາວ ເວົ້າລວມສະເພາະ ແມ່ນນະຄອນຫລວງວຽງຈັນ ທີ່ຈັດຂຶ້ນໃນມື້ຂຶ້ນ 15 ຄ່ຳ ເດືອນ 12 ຂອງທຸກປີ ຈົນກາຍເປັນປະເພນີທີ່ປະຕິບັດສືບທອດກັນມາແຕ່ບູຮານນະການ ແລະ ຖືເປັນປາງບຸນປະເພນີໜຶ່ງທີ່ສາດມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນເປັນຈໍານວນຫລວງຫລາຍໃນແຕ່ລະປີ ໂດຍສະເພາະກ່ອນໜ້າທີ່ຈະເກີດການລະບາດຂອງພະຍາດໂຄວິດ-19 ຢູ່ລາວ.

ສໍາລັບບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2021 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຢູ່ລາວນັບມື້ຮຸນແຮງ ແລະ ບໍ່ມີທ່າອ່ຽງຫລຸດລົງ ຍ້ອນຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດຊະນິດນີ້ເພີ່ມຂຶ້ນທຸກມື້. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈິ່ງອອກແຈ້ງ ເລກທີ 1445, ລົງວັນທີ 11 ພະຈິກ 2021  ໂດຍເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳ ປີ 2021 ພຽງ 3 ວັນ ຄື:  ແຕ່ວັນທີ 17 ຫາ 19 ພະຈິກນີ້  ແລະ ອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະໜາເທົ່ານັ້ນ ແຕ່ບໍ່ໃຫ້ມີການຄົບງັນ, ບໍ່ມີງານວາງສະແດງສິນຄ້າ ບໍ່ມີການໃສ່ບາດຕາມເດີນສະໜາມຫຼວງ, ເດີ່ນກົມມະລຽນດ້ານໃນ ແລະ ດ້ານນອກຂອງພະທາດຫຼວງວຽງຈັນ ຄືທຸກປີທີ່ຜ່ານມາ ພ້ອມນີ້ ຍັງມີການຈໍາກັດພະສົງ ແລະ ມວນຊົນທີ່ເຂົ້າຮ່ວມແຕ່ລະກິດຈະກໍາທີ່ຈັດຂຶ້ນ.

ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫລວງວຽງຈັນ, ທັງເປັນຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາ ປີ 2021 ໃຫ້ສໍາພາດວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ອີງໃສ່ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ການຈັດງານບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2021 ຈະເນັ້ນໃສ່ຈັດກິດຈະກໍາທີ່ຈໍາເປັນ ເພື່ອຮັກສາປະເພນີເທົ່ານັ້ນ ເຮັດໃຫ້ຫລາຍກິດຈະກໍາບໍ່ໄດ້ຈັດຂຶ້ນຄືຫລາຍປີຜ່ານມາ.

ເພື່ອບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເຊົ່າ ເຮັດໃຫ້ການຈັດງານບຸນນະມັດສະການພະ ທາດຫລວງວຽງຈັນ ປະຈໍາປີ 2021 ຕະຫລອດໄລຍະເວລາ 3 ວັນ ຄື: ແຕ່ວັນທີ 17 ຫາ 19 ພະຈິກນີ້ ເນັ້ນໃສ່ແຕ່ກິດຈະກໍາທີ່ຕິດພັນກັບສາດສະໜາ ແລະ ຮີດຄອງປະເພນີເທົ່ານັ້ນ, ແຕ່ໃນນີ້ ບໍ່ອະນຸຍາດໃຫ້ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ໃນຂອບເຂດສະໜາມຫຼວງຄື:ວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້ ເປີດບາດຮັບເອົາຍາດໂຍມທີ່ຢູ່ບ້ານໃກ້ມາໃສ່ແລ້ວກໍ່ໃຫ້ກັບ ໂດຍບໍ່ໃຫ້ນັ່ງຟັງທໍາມະເທສະໜາ ໝາຍຄວາມວ່າມາໃສ່ບາດແລ້ວໃຫ້ກັບບ້ານເລີຍແຕ່ຕ້ອງມີມາດຕະການປ້ອງກັນພະຍາດໂຄວິດ-19 ເຂັ້ມງວດທີ່ສຸດ.

ພະອາຈານ ບຸນສວນ ພັນທະວົງ, ປະທານອົງການພຸດທະສາສະໜາສໍາພັນລາວ ນະຄອນ ຫລວງວຽງຈັນ ໃຫ້ສໍາພາດວ່າ: ເພື່ອປະຕິບັດຕາມແຈ້ງການຂອງລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນ ຫລວງວຽງຈັນ ວາງອອກ, ຄະນະທີ່ຮັບຜິດຊອບຈັດງານ ຈະຈໍາກັດພະສົງ ແລະ ອອກຕົນຍາດໂຍມທີ່ທີ່ເຂົ້າຮ່ວມບັນດາກິດຈະກໍາທີ່ຈັດຂຶ້ນຢ່າງເຂັ້ມງວດ.

ບຸນນະມັດສະການພະທາດຫລວງວຽງຈັນ ແມ່ນປາງບຸນໃຫຍ່ທີ່ມີຄວາມສໍາຄັນຂອງຊາວນະຄອນຫລວງວຽງຈັນ ກໍຄື ຊາວລາວທັງຊາດ,  ແຕ່ການຈັດງານປີນີ້ແມ່ນຢູ່ໃນສະພາບການທີ່ມີການລະບາດຂອງພະຍາດໂຄວິດ-19 ນັບມື້ຮຸນແຮງຢູ່ນະຄອນຫລວງວຽງຈັນ ກໍຄື ຫລາຍແຂວງໃນທົ່ວປະເທດ.

ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງອອກຕົນຍາດໂຍມ ກໍຄື ບັນດາພະສົງທີ່ເຂົ້າຮ່ວມກິດຈະກໍາຕາມທີ່ຄະນະກ່ຽວຂ້ອງກໍານົດ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ດີທີ່ສຸດ,  ພ້ອມນີ້ ຮຽກຮ້ອງມາຍັງຄະນະກໍາມະການຈັດງານບຸນນະມັດ ສະການພະທາດຫລວງວຽງຈັນ ປະຈໍາປີ 2021 ຈົ່ງເອົາໃຈໃສ່ຕິດຕາມການຈັດຕັ້ງປະຕິບັດບັນດາມາດຕະການເພື່ອປ້ອງກັນພະຍາດໂຄວິດ-19 ທີ່ວາງອອກຢ່າງຕໍ່ເນື່ອງ ແລະ ເຂັ້ມງວດທີ່ສຸດ ເພື່ອຮັບປະກັນໃຫ້ການຈັດງານປີນີ້ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ແລະ ບໍ່ເປັນສະຖານທີ່ແຜ່ເຊື້ອພະຍາດໂຄວິດ-19 ເພາະຖ້າອອກຕົນຍາດໂຍມ, ພະສົງ ກໍຄື ມວນຊົນທີ່ເຂົ້າຮ່ວມທຸກກິດຈະກໍາທີ່ຈັດຂຶ້ນພາຍໃນງານບໍ່ສາມາດປະຕິບັດໄດ້ບັນດາມາດຕະການທີ່ວາງອອກ ຈະເຮັດໃຫ້ບຸນນະມັດສະການພະທາດຫລວງວຽງຈັນ ປະຈໍາປີ 2021 ມີຄວາມສ່ຽງສູງຈະ ເປັນແຫລ່ງແຜ່ເຊື້ອພະຍາດໂຄວິດ-19 ທີ່ຮ້າຍແຮງໃນນະຄອນຫລວງວຽງຈັນ ແລະ ຈະເຮັດໃຫ້ຈໍານວນຜູ້ຕິດເຊື້ອໃນນະຄອນຫລວງວຽງຈັນ ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ອາດເຖີງຂັ້ນບໍ່ສາມາດຄວບຄຸມໄດ້ໃນຕໍ່ໜ້າ.

ໂດຍ: ບຸນຕຽງ ຈັນທະວົງ

Loading...