ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 19 ຕຸລາ 2022 ສະຖາບັນຂົງຈື ຈັດພິທີສະເຫຼີມສະຫຼອງວັນສະຖາບັນຂົງຈືໂລກ , ສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 28 ປີ ແລະ ຈັດພິທີໄຂສົກຮຽນໃໝ່ ຫຼັກສູດປະລິຍາຕີ, ເຂົ້າຮ່ວມໃນພິທີ ມີ ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສືກສາທິການ ແລະກິລາ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຄູອາຈານແລະນັກສືກສາເຂົ້າຮ່ວມ.
ທ່ານ ຫຼົວມິງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍຈີນ ຂື້ນລາຍງານປະຫັວດຄວາມເປັນມາຂອງວັນຂົງຈື້ໂລກ ຊຶ່ງທ່ານ ໄດ້ຍົກໃຫ້ເຫັນວ່າ: ສະຖາບັນຂົງຈື້ແມ່ນອົງການຈັດຕັ້ງການສືກສາທີ່ບໍ່ຫັວງຜົນກຳໄລທີ່ສ້າງຕັ້ງຂື້ນໃນຮູບແບບຝ່າຍຈີນຮ່ວມມືກັບຕ່າງປະເທດ ແນໃສ່ເຜີຍແຜ່ພາສາຈີນ ແລະຊຸກຍູ້ໃຫ້ປະຊາຊົນທົ່ວໂລກໄດ້ເຂົ້າເຖິງພາສາແລະວັດທະນາທຳຂອງຈີນ ແລະເພື່ອສົ່ງເສີມການແລກປ່ຽນວັນນະຄະດີ ລະຫ່ວາງຈີນກັບຕ່າງປະເທດໃຫ້ເຂົ້າໃຈກັນຫຼາຍຂື້ນ. ນອກຈາກນັ້ນແຕ່ລະປີໄດ້ຈັດຫລາຍກິດຈະກໍາ ເຊັ່ນ: ການແຂ່ງຂັນພາສາຈີນນັກສຶກສາທົ່ວໂລກ ຂົວພາສາຈີນ , ແຂ່ງຂັນວິດີໂອສັ້ນ, ແຂ່ງຂັນຮ້ອງເພັງຈີນ, ແຂ່ງຂັນຂຽນຕົວໜັງສືຈີນ ການອ່ານກະວີຈີນເປັນຕົ້ນ ແນໃສ່ເຮັດໃຫ້ປະຊາຊົນສອງຊາດເຂົ້າໃຈເຊິ່ງກັນແລະກັນ.
ຈາກນັ້ນ ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວໄດ້ຂື້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານການສືກສາປະຈຳສົກຮຽນ 2021-2022 ແລະແຜນການເຄືອນໄຫວວຽກງານການສືກສາປະຈຳສົກຮຽນ 2022-2023 ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງ ພາລະບົດບາດຂອງສະຖາບັນຂົງຈືໃນການຮ່ວມມື ແລະແລກປ່ຽນທາງດ້ານການສືກສາ ການສ້າງຫຼັກສູດຝືກອົຍຮົມລະຫ່ວາງປະເທດລາວກັບຈີນເວົ້າລວມ ເວົ້າສະເພາະມະຫາວິທະຍາໄລແຫ່ງຊາດກັບມະຫາວິທະຍາໄລກວາງຊີແລະສະຖາບັນຂົງຈືຂອງລາວເພື່ອພັດທະນາຊັບພະຍາກອນມະນຸດ
ສະຖາບັນຂົງຈື ທີ່ມະຫາວິທະຍາໄລແຫ່ງຊາດແມ່ນເວທີແລກປ່ຽນວັດທະນະທໍາລະຫວ່າງສອງຊາດລາວ-ຈີນ,ແມ່ນບ່ອນສົ່ງເສີມການຮຽນການສອນພາສາຈີນໃຫ້ແກ່ນັກຮຽນ-ນັກສຶກສາ ແລະຜູ້ສົນໃຈຮຽນພາສາຈີນ, ແມ່ນສະຖາບັນໜຶ່ງທີ່ມີກົງຈັກການຈັດຕັ້ງທຽບເທົ່າກັບຄະນະວິຊາ,ໄດ້ຈັດການຮຽນການສອນບໍາລຸງພາສາຈີນໃຫ້ແກ່ນັກສຶກສາ ແລະ ຜູ້ທີ່ສົນໃຈຢາກຮຽນພາສາຈີນ. ສິ່ງໜຶ່ງທີ່ເອກອ້າງທະນົງໃຈ ແລະເປັນໃບໜ້າໃບຕາໃຫ້ແກ່ ມຊ ໃນເວທີສາກົນ ກໍແມ່ນສະຖາບັນຂົງຈື ສາມາດເປີດການຮຽນການສອນລະດັບປະລິນຍາຕີສາຂາຄູພາສາຈີນ ໂດຍຮ່ວມມືກັບຄະນະອັກສອນສາດ ແລະ ສຶກສາສາດ ເຊິ່ງເປັນສະຖາບັນແຫ່ງທໍາອິດຂອງໂລກທີ່ມີຫຼັກສູດປະລິນຍາຕີເປັນຂອງຕົນເອງ. ນອກຈາກການຮຽນການສອນແລ້ວ ສະຖາບັນຂົງຈື ກໍຖືໄດ້ວ່າເປັນປະຕູປ່ອງຢ້ຽມໜຶ່ງທີ່ເຮັດວຽກການພົວພັນຮ່ວມມືກັບ ສປ.ຈີນ ຢ່າງໃກ້ຊິດ, ເຊິ່ງສະແດງອອກໃຫ້ເຫັນຢູ່ບ່ອນວ່າ ແຂກຈາກ ສປ.ຈີນ ທີ່ມາຢ້ຽມຢາມ ມຊ ແຕ່ລະຄະນະສ່ວນຫຼາຍແມ່ນສະເໜີມາຢ້ຽມຢາມສະຖາບັນຂົງຈືເກືອບໝົດ. ແຕ່ປີ 2010ມາຮອດປະຈຸບັນສະຖາບັນຂົງສໍາເລັດການສິດສອນພາສາຈີນໃຫ້ນັກສຶກສາລາວແລ້ວ 25ຊຸດ ຈໍານວນ 14.344ຄົນ.
ຈາກນັ້ນ ໄດ້ຮັບຟັງການໂອ້ລົມຈາກ ທ່ານ ສຸລິວົງອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສືກສາທິການ ແລະກິລາເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ສະຖາບັນຂົງຈື ແລະຕອນທ້າຍໄດ້ມີພິທີເຊັນສັນຍາສຶບຕໍ່ມອບທືນການສືກສາຂອງທະນາຄານລາວ-ຈີນໃຫ້ສະຖາບັນຂົງຈືຕື່ມອີກ.