ພິທີສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ແລະ ວັນສັບປະດາສາກົນລ້ຽງລູກດ້ວຍນົມແມ່ ປະຈໍາປີ 2023 ຈັດຂຶ້ນຕອນເຊົ້າວັນທີ 2 ສິງຫາ 2023 ທີ່ໂຮງແຮມຄລາວພາຊາ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ , ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮອງປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການ, ທ່ານ ແອນໂທນີ້ ແກຣນວີລ໌, ປະທານຮ່ວມເຄືອຂ່າຍ SUN CSA ລາວ, ທີ່ປຶກສາອາວຸໂສ ວຽກງານສຸຂະພາບຂອງແມ່ຍິງ ແລະ RMNCH ຂອງອົງການແຄຣ໌ ນານາຊາດ ປະຈຳລາວ, ຜູ້ຕາງໜ້າອົງການ Unicef , ຜູ້ຕາງໜ້າສະຫະພາບເອີລົບປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ດຣ ສະໜອງ ທອງຊະນະ , ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຮອງປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການກ່າວວ່າ: ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງພິທີສະເຫຼີມສະຫຼອງຄັ້ງນີ້ໃຫ້ປະກົດເປັນຈິງ. ຂ້າພະເຈົ້າ ຂໍ ຮຽກຮ້ອງມາຍັງບັນດາທ່ານທຸກໆທ່ານ ທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງໃນຄັ້ງນີ້ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ ໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດ ບາງວຽກງານທີ່ສຳຄັນຄື ເອົາໃຈໃສ່ສົ່ງເສີມສຸຂະພາບຂອງແມ່ ຍິງ ແມ່ ເດັກອ່ອນ ແລະ ເດັກນ້ອຍເພື່ອໃຫ້ເຂົາເຈົ້າມີໂພຊະນາການທີ່ດີ ໂດຍການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວແຕ່ມືເກີດຈົນຮອດອາຍຸ 06 ເດືອນ ໃຫ້ອາຫານເສີມຕາມໄວ ແລະສົມທົບກັບກີນນົມແມ່ ຈົນຮອດອາຍຸ2 ປີ ແລະສຶບຕໍ່ຫລາຍກວ່ານັ້ນ. ສະໜັບສະໜູນສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ແລະ ຊ່ວຍເຫຼືອແມ່ທີ່ເຮັດວຽກຢູ່ສໍານັກງານ ອົງການ ຫຼື ໂຮງຈັກໂຮງງານ ລວມທັງແມ່ທີ່ຢູ່ຊົນນະບົດທີ່ເຮັດວຽກອອກແຮງງານ ພ້ອມທັງໃຫ້ສືບຕໍ່ເພີ້ມທະວີ ການໃຫ້ຄວາມຮູ້ແກ່ ແມ່ແລະ ຄອບຄົວເຂົາເຈົ້າມີສ່ວນຮ່ວມຫລາຍຂື້ນ, ສືບຕໍ່ຄົ້ນຄ້ວານະໂຍບາຍ ແລະ ກົດຫມາຍແຮງງານທີ່ຈະສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ເຊິ່ງໂອກາດໃນການປັບກົດຫມາຍມື້ລາພັກໄລຍະເກີດລູກຂອງແມ່ຍິງພາກເອກະຊົນ ແລະ ແມ່ຍິງພາກລັດຄວນມີນະໂຍບາຍ ແລະ ກົດຫມາຍທີ່ເປັນເອກະພາບເທົ່າທຽມກັນທົ່ວປະເທດ, ຄວນໂຄສະນາໃຫ້ສຳນັກງານອົງການທັງພາກລັດ ແລະ ເອກະຊົນໃຫ້ສ້າງຫ້ອງ ຫລື ມຸມທີ່ແມ່ລ້ຽງລູກດ້ວຍນໍ້ານົມສາມາດປໍ້ານົມແມ່ ຫລື ໃຫ້ນົມແມ່ກັບລູກນ້ອຍໄດ້ສະດວກ ເປັນສ່ວນຕົວ ແລະ ຄວນມີນະໂຍບາຍຍືດຍຸ່ນໂມງເຮັດວຽກສຳລັບແມ່ທີ່ກຳລັງລ້ຽງລູກດ້ວຍນໍ້ານົມແມ່ ແລະ ຄວນສົ່ງເສີມໃຫ້ມີມື້ພັກທີ່ສົມຄວນກັບພໍ່ຂອງເດັກທີ່ເກີດໃຫມ່ເພື່ຶອໄດ້ຊ່ອຍເມຍລ້ຽງລູກ

ທ່ານ ດຣ ສະໜອງ ທອງຊະນະ ກ່າວເນັ້ນວ່າ: ເພື່ອບັນລຸຕົວຊີ້ບອກທີວາງໄວ້ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ປີ2021 – 2025 ໃຫ້ໄດ້ 60% ຮຽກຮ້ອງມາຍັງທຸກຂະແໜງການ, ທຸກພາກສ່ວນ , ຄູ່ຮ່ວມພັດທະນາ ແລະ ທຸກໆຄົນໃນສັງຄົມ ໃຫ້ມີຄວາມຮັບຜິດຊອບຮ່ວມກັນໃນການເອົາໃຈໃສ່ຕໍ່ການປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ເຖິງແມ່ນວ່າຈະຢູ່ໃນສະພາບປົກກະຕິ ຫຼື ຢູ່ໃນສະພາບສຸກເສີນຂອງການເກີດໄພພິບັດທໍາມະຊາດ ຈາກການປ່ຽນແປງຂອງດິນຟ້າອາກາດ ຫຼື ໃນສະພາບຍັງມີການແຜ່ລະບາດຂອງພະຍາດ ນໍ້ານົມແມ່ກໍ່ຍັງເປັນອາຫານທີ່ດີເລີດປະເສີດສຸດສໍາລັບເດັກອ່ອນ ແລະ ເດັກນ້ອຍ.


ໃຫ້ເອົາໃຈໃສ່ ເຜີຍແຜ່ ດໍາລັດ ແລະ ຄໍາແນະນໍາ ວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍໃຫ້ທຸກພາກສ່ວນທີ່ກຽວຂ້ອງ ລວມທັງພະນັກງານສາທາລະນະສຸກໂດຍສະເພາະຜູ້ອຳນວຍການ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດຕ່າງໆໃຫ້ຮັບຮູ້ແລະເອົາໃຈໃສ່ປະຕິບັດຕາມດຳລັດ ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດດັ່ງກ່າວຢ່າງມີປະສິດທິພາບ ແລະ ໃຫ້ມີປະສິດທິຜົນດີ. ເປັນຫູເປັນຕາຊ່ວຍກັນຖ້າພົບເຫັນການລະເມີດດໍາລັດ ຫຼື ວ່າສົງໃສວ່າມີການລະເມີດດໍາລັດ ຫຼື ສົງໃສວ່າມີການລະເມີດດໍາລັດໂດຍບຸກຄົນໃດ, ການຈັດຕັ້ງໃດ, ດ້ວຍຮູບການໃດ ຫຼື ວິທີໃດ, ຢູ່ໃສ ໃຫ້ລາຍງານຕໍ່ຂະແໜງສາທາລະນະສຸກ ຫຼືຄະນະກໍາມະການຮັບຜິດຊອບຂັ້ນນັ້ນໂດຍໄວເພື່ອກວດສອບ, ຄົ້ນຄ້ວາພິຈາລະນາ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງເໝາະສົມ .
ພິທີສະເຫລີມສະຫລອງວັນວັນສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນມີຄວາມໝາຍ, ເຊິ່ງຜູ້ແທນກອງປະຊຸມໄດ້ຮັບຮູ້ຄວາມເປັນມາຂອງວັນສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ ພ້ອມທັງມອບລາງວັນໃຫ້ບາງບ່ອນເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ຂອງ SUN CSA. ພ້ອມກັນນັ້ນ ຜູ້ແທນກອງປະຊຸມຍັງໄດ້ສົນທະນາຫົວຂໍ້ທີ່ໜ້າສົນໃຈເປັນຕົ້ນແມ່ນຫົວຂໍ້ “ການປະຕິບັດການເປັນສະຖານທີ່ເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ”ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານທີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ້
ໂດຍ: ຄໍາກອງ