ງານສະເຫລີມສະຫລອງວັນໂພຊະນາການແຫ່ງຊາດ ຈັດຂຶ້ນທີ່ໂຮງແຮມຄລາວພລາຊາ ນະຄອນຫລວງວຽງຈັນ ຕອນບ່າຍວັນທີ 5 ສິງຫາ 2021 ໂດຍການເປັນປະທານຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໂດຍມີຜູ້ແທນຈາກກະຊວງທີ່ກ່ຽວຂ້ອງ ແລະອົງການຈັດຕັ້ງສາກົນປະຈໍາລາວເຂົ້າຮ່ວມ.
ວາລະກອງປະຊຸມ ຜູ້ແທນໄດ້ຮັບຟັງປະຫວັດຄວາມເປັນມາຂອງວັນໂພຊະນາການ ແລະການ ເຄື່ອນໄຫວວຽກງານຢູ່ລາວ ແຕ່ທົດສະຫວັດຜ່ານມາ, ຜົນສໍາເລັດ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະແຜນວຽກງານໃນຕໍ່ໜ້າ. ເຊິ່ງລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ແລະ ປະກາດໃຊ້ນະໂຍບາຍແຫ່ງຊາດ ວ່າດ້ວຍໂພຊະນາການ ສະບັບທໍາອິດ ໃນວັນທີ 1 ທັນວາ 2008, ຈາກນັ້ນ ໄດ້ແຕ່ງຕັ້ງຄະນະກໍາມະການແຫ່ງຊາດຕ້ານໂພຊະນາການປະກອບມີ ກະຊວງສາທາລະນາສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກໍາ ແລະປ່າໄມ້, ກະຊວງແຜນການ ແລະການລົງທຶນ ແລະກະຊວງອື່ນໆ ເພື່ອແກ້ໄຂບັນຫາ ໂພຊະນາການ.
ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນພິທີຄັ້ງນີ້ວ່າ: ງານສະເຫຼີມສະຫຼອງວັນໂພຊະນາການແຫ່ງຊາດ ປະຈຳປີ 2021 ໄດ້ດໍາເນີນດ້ວຍບັນຍາກາດອັນຟົດຟື້ນໃນການແລກປ່ຽນຄຳຄິດຄໍາເຫັນ ແລະ ປະກອບສ່ວນເຂົ້າໃນວັນສຳຄັນດັ່ງກ່າວເພື່ອໃຫ້ມີຄວາມໝາຍ ແລະ ໜ້າຈົດຈຳ ລວມທັງການໃຫ້ຄໍາໝັ້ນສັນຍາທີ່ຈະໃຫ້ການປະກອບສ່ວນ ໃນການຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການໃຫ້ສໍາເລັດ ແລະໄດ້ຮັບໝາກຜົນດີຂື້ນຫລາຍກວ່າເກົ່າ ເຊິ່ງສະແດງໃຫ້ເຫັນເຖິງເຈດຈໍານົງ ແລະ ຄວາມມຸ້ງໝັ້ນໃນການປະຕິບັດພາລະກິດອັນມີກຽດສະຫງ່າງາມໃນການປັບປຸງສຸຂະພາບ ແລະໂພຊະນາການ ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະ ໃນແມ່ຍິງ ແລະ ເດັກນ້ອຍທີ່ເປັນກຸ່ມຄົນທີ່ມີຄວາມສ່ຽງສູງ. ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ຊຶ່ງຜັນຂະຫຍາຍຈາກຍຸດທະສາດແຫ່ງຊາດວ່າດ້ວຍໂພຊະນາການ 2016-2025
ໂອກາດນີ້ ດຣ ສະໜອງ ທອງຊະນະ ສະເໜີ ໃຫ້ທຸກພາກສ່ວນ ເອົາໃຈໃສ່ເພີ້ມຕື່ມຄື: ເພື່ອບັນລຸຄາດໝາຍຂອງຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການໃນໄລຍະໃໝ່ 2021-2025 ຈຳເປັນຕ້ອງມີ ລະບົບການຄຸ້ມຄອງບໍລິຫານ, ກົນໄກການປະສານງານ, ການຮ່ວມມື, ການສື່ສານ, ການເຊື່ອມສານວຽກງານ, ການເຮັດວຽກຮ່ວມກັນ ແລະ ການເປັນຄູ່ຮ່ວມງານຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ພ້ອມທັງຄູ່ຮ່ວມພັດທະນາ ລວມທັງຜູ້ໃຫ້ທຶນ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຢູ່ໃນທຸກຂັ້ນ. ຍຸດທະສາດແຫ່ງຊາດດ້ານໂພຊະນາການ ໄດ້ໃຫ້ທິດທາງ ແລະ ເນັ້ນໜັກ ການສ້າງແຜນປະຕິບັດງານແບບ ໜຶ່ງດຽວຫຼາຍຂະແໜງການ ໂດຍມີຈຸດສຸມດຽວກັນ, ມີເປົ້າໝາຍດຽວກັນ, ມີໄລຍະເວລາດຽວກັນ, ມີການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ເປັນບຸລິມະສິດ ໃນເຂດທີ່ມີອັດຕາ ແລະ ຈຳນວນການຂາດສານອາຫານສູງ, ເຂດບໍ່ຄໍ້າປະກັນສະບຽງອາຫານ, ທ້ອງຖິ່ນທຸກຍາກ ແລະ ຈຸດສຸມບູລິມະສິດຂອງລັດຖະບານ ແນໃສ່ແກ້ໄຂບັນຫາດ້ານໂພຊະນາການ ຢ່າງໄວວາ ແລະ ມີຄວາມຍືນຍົງ.
Loading...