ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 31 ມີນາ 2022, ທີ່ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໂດຍຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ ໄດ້ຈັດຕັ້ງພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຂຶ້ນ ທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ, ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ. ພ້ອມດຽວກັນນັ້ນ, ກໍມີການເຂົ້າຮ່ວມຂອງ ທ່ານ ຮສ.ດຣ. ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ຊິບ-ແລັງ ຊຸຍອອກ, ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ແລະ ບັນດາທູຕານຸທູດປະເທດທີ່ນຳໃຊ້ພາສາຝຣັ່ງ ປະຈຳ ສປປ ລາວ, ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ, ບັນດາພະແນກການຕ່າງໆອ້ອມຂ້າງແຂວງ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ຮຽນພາສາຝຣັ່ງ ພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມ ຈຳນວນ 200 ທ່ານ. ສຳລັບ ຫົວຂໍ້ຂອງການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ໃນປີນີ້ ແມ່ນ: “ຝຣັງໂກໂຟນີ ໃນອະນາຄົດ (Francophonie de l’Avenir)”.
ໃນໂອກາດດັ່ງກ່າວ, ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ, ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ສະແດງຄວາມດີໃຈຕໍ່ການມາຈັດຕັ້ງພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ໃນປີນີ້ ຢູ່ ແຂວງຫຼວງພະບາງ, ຊຶ່ງທ່ານໄດ້ລາຍງານ ແລະ ຍົກໃຫ້ເຫັນເຖິງສະພາບການສຶກສາ ຢູ່ ພາຍໃນແຂວງຫຼວງພະບາງ ໂດຍສະເພາະ ຫຼັກສູດການຮຽນ-ການສອນພາສາຝຣັ່ງ, ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງ ໃນໄລຍະປັດຈຸບັນ, ລວມທັງມາດຕະການໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະເວລາທີ່ຜ່ານມາ. ພິທີທາງການໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານໃນພິທີ ໄດ້ໃຫ້ກຽດກ່າວຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຝຣັງໂກໂຟນີສາກົນ, ລວມທັງ ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນວຽກງານບູລິມະສິດ ຂອງອົງການຝຣັງໂກໂຟນີສາກົນ ກໍຄື ຂອງວົງຄະນະຍາດສາກົນ ເປັນຕົ້ນ ການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ໃນຂົງເຂດວຽກງານສົ່ງເສີມເສດຖະກິດ, ດີຈີຕອນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນີ້, ທ່ານຍັງໄດ້ເນັ້ນໜັກເຖິງ ຄວາມມຸ່ງຫວັງ ຂອງ ສປປ ລາວ ໃນການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງເປັນໜຶ່ງໃນພາສາສາກົນທີ່ມີການນຳໃຊ້ຢ່າງກ້ວາງຂວາງ ຂອງທົ່ວໂລກ ໂດຍສະເພາະ ກໍຄືການສົ່ງເສີມການສຶກສາຫຼັກສູດຫ້ອງຮຽນສອງພາສາ ລາວ-ຝຣັ່ງ ທີ່ມີຢູ່ໃນ 04 ແຂວງ ຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບຂຶ້ນ, ເນື່ອງຈາກວ່າ ໃນໄລຍະປັດຈຸບັນ ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວ ແມ່ນນັບມື້ນັບຫຼຸດລົງ ແລະ ມີຂໍ້ຈຳກັດຫຼາຍດ້ານ.
ໃນໂອກາດພິທີດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ກໍໄດ້ຂຶ້ນກ່າວ ມີຄຳເຫັນຕໍ່ພິທີທາງການ ໂດຍມີເນື້ອໃນປິ່ນອ້ອມ ຫົວຂໍ້ຂອງການສະເຫຼີມສະຫຼອງວັນຝຣັງໂກໂຟນີ ໃນປີນີ້. ພ້ອມດຽວກັນນັ້ນ, ບັນດາຜູ້ເຂົ້າຮ່ວມໃນພິທີ ຍັງໄດ້ຮັບຊົມວີດີໂອຄຳເຫັນຂອງ ທ່ານ ເລຂາທິການໃຫຍ່ອົງການຟຣັງໂກໂຟນີສາກົນ ຕໍ່ກັບຫົວຂໍ້ຂອງການສະເຫຼີມສະຫຼອງໃນປີີນີ້ ຊຶ່ງທ່ານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຊາວໜຸ່ມ ໃນການປະກອບສ່ວນສົ່ງເສີມພາສາຝຣັ່ງ ກໍຄືວຽກງານຝຶກອົບຮົມວິຊາຊີບ ໃນຂົງເຂດວຽກງານຕ່າງໆ ເພື່ອຮັບປະກັນໃຫ້ແກ່ ຝຣັງໂກໂຟນີ ໃນອະນາຄົດທີ່ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານພາສາ, ວັດທະນະທຳ ແລະ ນະວັດຕະກຳທີ່ທັນສະ ໄໝ.
ໃນຕອນທ້າຍຂອງພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນ-ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆ ຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ຂອງແຂວງຫຼວງພະບາງ ໃນຂອບວຽກງານຝຣັງໂກໂຟນີ.
ສຳລັບການຈັດຕັ້ງພິທີທາງການ ເພື່ອສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຊຶ່ງກົງກັບວັນທີ 20 ມີນາ ຂອງທຸກໆປີ ແລະ ເປັນວັນສ້າງຕັ້ງອົງການດັ່ງກ່າວ, ທຸກໆປະເທດສະມາຊິກຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນປະເທດສະມາຊິກ, ຊຶ່ງ ສປປ ລາວ ນັບຕັ້ງແຕ່ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີສະເຫຼີມສະຫຼອງໃຫ້ແກ່ວັນສ້າງຕັ້ງອົງການດັ່ງກ່າວ ໃນທຸກໆປີ ໂດຍການໝູນວຽນກັນຈັດຕັ້ງຂຶ້ນ ຢູ່ ບັນດາແຂວງທີ່ມີຫຼັກສູດການຮຽນ-ການສອນ ພາສາຝຣັ່ງ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ.