ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວໂທລະຄົມ ຄົບຮອບ 25 ປີ (11ພະຈິກ 1996-11 ພະຈິກ 2021) ໃນວັນທີ 11 ພະ ຈິກ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນລີຊີ ແລະ ການສື່ສານ, ມີບັນດາຄະນະພັກ ຄະນະອຳນວຍການ ແລະ ອ້າຍ, ເອື້ອຍ,ນ້ອງພະນັກງານ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 100 ທ່ານ ໂດຍປະຕິບັດຕາມມາດຕະການຄວບຄຸມ ແລະ ປ້ອງກັນໂຄວິດຢ່າງເຄັ່ງຄັດ, ພ້ອມດຽວກັນນັ້ນຍັງໄດ້ປະຊຸມຜ່ານທາງໄກເພື່ອໃຫ້ພະນັກງານ ລາວໂທລະຄົມທັງສູນກາງ ແລະ ລລທ ສາຂາແຂວງທົ່ວປະເທດ ກໍ່ສະເຫຼີມສະຫຼອງໄປພ້ອມໆ ກັນຈຳນວນ 2.000nກວ່າທ່ານ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊື່ງເປັນການລວມເອົາບໍລິສັດໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ຮ່ວມທືນເຂົ້າກັນໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍ ການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ:ການຈັດພິທີໃນມື້ນີ້ເພື່ອເປັນການສັງລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງ ບໍລິສັດລາວໂທລະຄົມໃນ 25 ກວ່າປີທີ່ຜ່ານມາ.ຄະນະພັກ ຄະນະນຳບໍລິສັດ ໄດ້ນຳພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມານັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນ ສະໄໝຢູ່ສະເໝີ.
ໃນໄລຍະ 25 ປີ ຜ່ານມາ ລລທ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳ ນວນລູກຄ້າເກົ່າໄວ້ໄດ້ມາເຖິງປັດຈຸບັນນີ້ມີຖານລູກຄ້າ 3.5ລ້ານກວ່າລູກຄ້າ, ລູກຄ້າ FTTH 66 ພັນກ່ວາລູກຄ້າ, ສະຖານີຖານ (BTS) ທັງໝົດ 7,304 ແຫ່ງ,ໃນນີ້: GSM 2G ຈໍານວນຫຼາຍກວ່າ 2,000 ສະຖານີ 3 G ຈໍານວນຫຼາຍກວ່າ3,300ສະຖານີ,4G ຈໍານວນຫຼາຍກວ່າ4,000ສະຖານີ, 4.5G ຈໍານວນຫຼາຍກວ່າ 700 ສະຖານີ,5G ຈໍານວນຫຼາຍກວ່າ 10 ສະຖານີ ແລະ FTTH PORT ຫຼາຍກວ່າ100,000 Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 32,000 ກິໂລແມັດ, ໃນນັ້ນ Backbone DWDM 4705 Km Capacity 100Gbps.
ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວ ໂທລະຄົມ ສາມາດສ້າງລາຍຮັບໄດ້ຫລາຍກວ່າ20ພັນຕື້ກີບ, ມີກໍາໄລສຸດທິຫລາຍກວ່າ 5ພັນ ຕື້ກີບ, ດ້ວຍຈັງຫວະການເຕີບ ໂຕຢ່າງຕໍ່ເນື່ອງສະເລ່ຍຫລາຍກວ່າ 22% ຕໍ່ປີ ສາມາດປະຕິ ບັດພັນທະໃຫ້ລັດ ຖະບານແລ້ວມີມູນຄ່າຫລາຍກວ່າ 5 ພັນຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 351 ລ້ານໂດລາສະຫາລັດ. ພ້ອມດຽວກັນນັ້ນ, ບໍລິສັດ ລາວໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ ຊື່ງສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມຕະຫຼອດໄລຍະ 25 ປີ ຜ່ານມາມີມູນຄ່າຫຼາຍກວ່າ 50 ຕື້ກີບໃນນີ້ປະກອບມີດ້ານການສືກສາຫຼາຍກວ່າ 3 ຕື້ກີບ, ດ້ານສາທາລະນະຫຼາຍກວ່າ30 ຕື້ກີບ,ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝຫຼາຍກວ່າ2 ຕື້ກີບ, ອັນພົ້ນເດັ່ນແມ່ນ ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມເພື່ອປ້ອງກັນຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ ໄວຣັດ COVID-19 ແລະ ຍັງໄດ້ລະດົມທືນຈາກຝ່າຍຂາຮຸ້ນຕ່າງປະເທດເພື່ອມອບໃຫ້ລັດຖະບານໃນນາມຂາຮຸ້ນອີກ 10,000 ໂດລາສະຫະລັດ, ເປັນເງິນສົດຈຳນວນຫຼາຍກວ່າ 6 ຕື້ກີບ, ວັດຖຸ + ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 11 ຕື້ກີບ ແລະ ຊ່ວຍລັດຖະ ບານ ສສ ຫລວຽດນາມ ຈຳນວນ 10,000 ໂດລາສະຫະ ລັດ. ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະ ບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂື້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະ ກອນໃຫ້ດີຂຶ້ນເລື້ອຍໆ.
ໃນພິທີດັ່ງກ່າວ ລັດຖະບານ ໄດ້ຕົກລົງ ປະດັບຫລຽນ ໄຊ ແຮງງານຊັ້ນ I ໃຫ້ບໍລິ ສັດລາວໂທລະຄົມ ແລະ ປະດັບຫລຽນໄຊ ແຮງງານຊັ້ນ I ໃຫ້ຝ່າຍຖືຮຸ້ນຕ່າງປະເທດ, ຈາກນັ້ນຍັງໄດ້ປະດັບຫລຽນໄຊ ແຮງງານ ຊັ້ນ I,II,III, ຫລຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນລັດຖະບານໃຫ້ພະນັກງານ ແລະ ພະນັກງານຝ່າຍຂາຮຸ້ນຕ່າງປະເທດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຮັດໃຫ້ການຮ່ວມມືທາງດ້ານການດຳເນີນທຸລະກິດຂອງ ລາວໂທລະຄົມມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ.
ໃນໂອກາດດຽວກັນນີ້ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ຮັບກຽດໂອ້ລົມເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາ ທີ່ລາວ ໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ ລະປີ ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານຈຳເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນໜຶ່ງໃນຜູ້ໃຫ້ບໍລິການດ້ານສື່ສານໂທລະຄົມມະນາຄົມຄົບວົງຈອນໃນ ສປປ ລາວ.
ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ່ ແລະ ການສື່ສານ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນ ແມ່ນຄຸນນະພາບການບໍລິ ການ ແລະ ປະລິມານຂອງບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ຫຼື ມືອາ ຊີບ ທີ່ແທ້ຈິງເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ. ສະນັ້ນ, ຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກ ງານ ລາວ ໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.
ພາບ ແລະ ຂ່າວ: ລາວໂທລະຄົມ
May be an image of 5 people and people standing
May be an image of 5 people, people standing, suit and indoor
May be an image of 3 people, map and screen