ວັນທີ 18 ມັງກອນ 2022 ນີ້, ທີ່ ສະໜາມຫັດແອບ ວິທະຍາຄານກົມມະດໍາ, ໄດ້ມີພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 /1/1949-20 /1/ 2022) ໂດຍການເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກົມໃຫຍ່ເສນາທິການກອງທັບ, ການນຳພັກ-ລັດ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວປີນີ້ ໄດ້ມີການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ອັນເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ເຊິ່ງປະກອບມີຫຼາຍລາຍການສະແດງ, ຫຼາຍເນື້ອໃນທີ່ສຳຄັນ ຄື: ເຫຼົ່າຮົບຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ; ເຫຼົ່າຮົບສືບຂ່າວ ສົມທົບກັບທະຫານອາກາດ ຊີງຕົວປະກັນຢູ່ລົດບັດ; ທະຫານອາກາດ ນຳໃຊ້ຍົນ Yak-130, ຍົນ MI-17 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າຮົບ ປ້ອງກັນອາກາດ ຍິງດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ ປະຕິບັດຍິງກຽມ, ຍິງຍົກຍ້າຍ; ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງໄຂ; ກອງພັນໃຫຍ່ 11 ສົມທົບກັບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີສັດຕູ; ເຫຼົ່າຮົບເຄມີ ລົບລ້າງເຄມີໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ.
ພາຍຫຼັງການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ສໍາເລັດ ສະຫາຍ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະຊີ້ນໍາຊ້ອມຮົບ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມສໍານິຊໍານານ, ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມຮົບໃນຄັ້ງນີ້ ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.
ໃນຕະຫຼອດໄລຍະ 73 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດ, ພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບດ້ານ ຈາກພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກຳລັງປະກອບອາວຸດ ພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວ ສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ. ຕະຫຼອດໄລຍະ 73 ປີ ຜ່ານມາກອງທັບພວກເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ ເຊິ່ງໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກ ແລະ ລັດ ວ່າ “ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ“.
ສະຫາຍ ພັນຄໍາ ວິພາວັນ ຍັງກ່າວອີກຕື່ມວ່າ: ເພື່ອສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມຮຜົນສໍາເລັດຢ່າງຕໍ່ເນື່ອງນັ້ນ ຈິ່ງຮຽກຮ້ອງ ມາຍັງບັນດາສະຫາຍຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ກອງທັບຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ເຂັ້ມແຂງໜັກແໜ້ນ ເອົາໃຈໃສ່ປັບປຸງລະບອບການຄຸ້ມຄອງບັນຊາ-ນໍາພາ, ປັບປຸງບັນດາກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນ, ໃນນັ້ນຖືເອົາ ຄຸນນະພາບການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ, ຕ້ອງມີແຜນການ ແລະ ປະຕິບັດລະບອບການຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂື້ນ, ທັງຍົກສູງສະຕິໃນການຈັດຕັ້ງປະຕິບັດລະບຽບວິໃນໃຫ້ເຂັ້ມງວດ ພ້ອມກັນນີ້ ກໍຕ້ອງຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຮາກຖານ ໃນການປັບປຸງລະບົບການຈັດຕັ້ງ, ການອົບຮົມຫັດແອບໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າເຮັດຫຼ້ອນໜ້າທີ່ໃນການປົກປັກຮັກສາທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດເພື່ອກ້າວໄປເຖິງໃນການກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານ ແລະ ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ຊີວິດການເປັນຢູ່, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສ.ສ ຫວຽດນາມ ແລະ ສ.ປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງເອົາການ ຊ່ວຍເຫຼືອຈາກສາກົນ, ປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າ, ເຂັ້ມແຂງ ແລະ ທັນສະ ໄໝ.
.ພາບ: ແສງເດືອນ








