ພິທີຖະແຫລງຂ່າວສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຄົບຮອບ 20 ປີ (24/1/2002-24/1/2022) ຈັດຂຶ້ນໃນຕອນເຊົ້າວັນທີ 24 ມັງກອນ 2022 ທີ່ສະໂມສອນ Lao Skyway, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພົນຕີ ອ່ອນສີ ແສນສຸກ ປະທານສະພາບໍລິຫານ ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຕະຫຼອດຮອດພະນັກງານພາຍໃນບໍລິສັດລັດວິສາຫະກິດ ແລະ ແຂກຖືກເຊີນ.
ໃນໂອກາດນີ້, ພັນເອກ ສີວຽງທອງ ກອນນີວົງ ຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດລາວເດີນອາກາດ ໄດ້ຂຶ້ນລາຍງານ ເຊີ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງ ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຊຶ່ງສືບຕໍ່ມາຈາກ ບໍລິ ສັດ ອາກາດລາວ ໂດຍແມ່ນກະຊວງປ້ອງກັນປະເທດເປັນຜູ້ສ້າງຕັ້ງຂຶ້ນໃນປີ 1993 ເພື່ອດໍາເນີນກິດຈະການຂົນສົ່ງທາງອາກາດດ້ວຍຍົນອານ-2 ທີ່ຜະລິດຈາກອະດີດສະຫະພາບໂຊວຽດ ມາບິນຮັບໃຊ້ ເປັນຖ້ຽວບິນໂດຍສານ ແລະ ຖ້ຽວບິນເໝົາຮັບໃຊ້ພາຍໃນປະເທດ, ພາຍຫຼັງການເຄື່ອນໄຫວທຸລະກິດມາຮອດປີ 1996 ບໍລິສັດໄດ້ປະ ສົບກັບຄວາມຫຍຸ້ງຍາກທາງດ້ານການເງິນຈຳນວນເຮືອບິນຫຼຸດລົງ ຈາກນັ້ນ ບໍລິສັດ ອາກາດລາວ ໄດ້ຢຸດຕິການເຄື່ອນໄຫວຂອງຕົນຊົ່ວຄາວໂດຍບໍ່ເປັນທາງການ ເພື່ອລໍຖ້າໂອກາດຂອງການລົງທຶນອີກຄັ້ງໃໝ່, ຈາກນັ້ນ ເພື່ອໃຫ້ດໍາເນີນທຸລະກິດໄດ້ກະຊວງປ້ອງກັນປະເທດ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະອໍານວຍການ 3 ສະຫາຍ ສະບັບເລກທີ 6158/ກປທ ອອກຂໍ້ຕົກລົງສ້າງຕັ້ງ ລັດວິສາຫະກິດ ລາວເດີນອາກາດ ສະບັບເລກທີ 6157/ກປທ ອອກຂໍ້ຕົກລົງວ່າດ້ວຍການມອບຍົນມີ-17 ຈໍານວນ 2 ລໍາ ໃຫ້ບໍລິສັດ ສະບັບເລກທີ 074/ກປທ ແລະ ເພື່ອໃຫ້ການສ້າງຕັ້ງລັດວິສາຫະກິດສອດຄ່ອງກັບກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 03/94/ສພ ກະຊວງປ້ອງກັນປະເທດ ຈຶ່ງໄດ້ສະເໜີກະຊວງການເງິນຮັບຮອງເອົາການສ້າງຕັ້ງ ລັດວິສາ ຫະກິດ ລາວເດີນອາກາດ ຜ່ານການພິຈາລະນາເຫັນດີ ກະຊວງການເງິນຈຶ່ງອອກຂໍ້ຕົກລົງສ້າງຕັ້ງລັດວິສາຫະກິດ ລາວເດີນອາກາດ ສະບັບເລກທີ 0147/ກງ ຈາກນັ້ນ, ກະຊວງການຄ້າ ໄດ້ອອກໃບທະບຽນວິສາຫະກິດໃຫ້ ສະບັບເລກທີ 0023/ກພ.ທວ ໄດ້ຮັບໃບທະບຽນອາກອນຊັ້ນ 1 ຈາກກົມສ່ວຍສາອາກອນກະຊວງການເງິນ ສະບັບເລກທີ 022/ກສອ ຮັບໃບອະນຸຍາດລົງທຶນພາຍໃນ ສະບັບເລກທີ 02-02/ຄລຮ, ດັ່ງນັ້ນ, ບໍລິສັດ ຈຶ່ງຖືເອົາ ວັນທີ 24 ມັງກອນ 2002 ທີ່ກະຊວງການເງິນຮັບຮອງເປັນມື້ສ້າງຕັ້ງ ລັດວິສາຫະກິດ ລາວເດີນອາກາດ ເປັນທາງການ, ນັບແຕ່ວັນທີ 24 ມັງກອນ 2002 – 24 ມັງກອນ 2022 ມີອາຍຸຄົບຮອບ 20 ປີພໍດີ.
ພັນເອກ ສີວຽງທອງ ກອນນີວົງ ຍົກໃຫ້ເຫັນຕື່ມວ່າ: ຕະຫຼອດໄລຍະ 20 ປີ ຜ່ານມາ ບໍລິສັດ ລັດວິສາຫະກິດ ລາວເດີນອາກາດ (Lao Skyway) ໄດ້ດໍາເນີນທຸລະ ກິດເຕີບ ໂຕຢ່າງຕໍ່ເນື່ອງ ມີປະສິດຕິພາບ, ການປະຕິບັດພັນທະຕໍ່ລັດ ແລະ ຄູ່ສັນຍາໄດ້ຄົບ ຖ້ວນ ປີ 2002 ມື້ສ້າງຕັ້ງບໍລິສັດມີທຶນຈົດທະບຽນ 17 ຕື້ກີບ ປັດຈຸບັນມີທຶນຈົດທະ ບຽນ 615.847.100.000 ກີບ ພະນັກງານ-ວິຊາການ ໄດ້ຮັບການຝຶກອົບຮົມທາງດ້ານຄວາມຮູ້-ຄວາມສາມາດ ແລະ ຄຸນສົມບັດສິນທໍາປະຕິວັດ ກຽມພ້ອມເຮັດຫຼ້ອນທຸກໜ້າທີ່ການຈັດຕັ້ງຂັ້ນເທິງ ແລະ ບໍລິສັດມອບໝາຍ ບໍລິສັດໃຫ້ບໍລິການຖ້ຽວບິນເຊົ່າເໝົາລໍາ ແລະ ສາຍການບິນໃນຊຸມປີຜ່ານມາໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂະແໜງການບິນພົນລະເຮືອນ ໃນການຫັນເອົາຄົມມະນາຄົມເປັນປາຍແຫຼມໄດ້ຢ່າງຕັ້ງໜ້າ, ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດ ທະນາເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ ໂດຍສອດຄ່ອງຕາມແນວທາງ ການເມືອງຂອງພັກ ແລະ ລັດຖະບານ ວາງອອກປະກົດຜົນເປັນຈິງເປັນກ້າວໆມາ, ຈາກຜົນງານທີ່ຍາດມາໄດ້ນັບແຕ່ 2002 ມາຮອດປັດຈຸບັນບໍລິສັດໄດ້ຮັບການຍ້ອງຍໍລະດັບຕ່າງໆຈາກພັກ ແລະ ລັດຖະບານ ສປປ ລາວ ຄື: ຫຼຽນໄຊອິດສະຫຼະຊັ້ນ III 2 ໜ່ວຍ,ຫຼຽນໄຊແຮງງານຊັ້ນ I 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 3 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I 1 ໜ່ວຍ ຊັ້ນ II 1 ໜ່ວຍ ຊັ້ນ III 1 ໜ່ວຍ, ຫຼຽກາລະນຶກ 50 ປີ ກອງພັນທີ 2 ຜ່າວົງປິດລ້ອມ 1 ໜ່ວຍ ໂຫຼ້ລາງວັນນັກທຸລະກິດດີເດັ່ນ 2 ໜ່ວຍ, ໃບຍ້ອງຍໍ ແລະ ໃບກຽດຕິຄຸນ 155 ໃບ.
ສໍາລັບທິດທາງແຜນການໃນຕໍ່ໜ້າ, ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຈະສືບຕໍ່ປະຕິບັດວິໃສທັດພັດ ທະນາການຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ, ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມຍືນຍົງ, ທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໃນພິທີຖະແຫລງຂ່າວສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ລັດວິສາຫະກິດລາວເດີນອາກາດ ຄົບຮອບ 20 ປີ ໃນຄັ້ງນີ້ ຍັງໄດ້ມີພິທີເປີດຫ້ອງມູນເຊື້ອຂອງບໍລິ ສັດ ລັດວິສາຫະກິດລາວເດີນອາກາດ ເພື່ອແນໃສ່ເຮັດໃຫ້ຜູ້ທີ່ມີຄວາມສົນໃຈໄດ້ຮັບຮູ້ກ່ຽວກັບການເຄື່ອນໄຫວ ກໍ່ຄື ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດຕະຫລອດໄລ ຍະ 20 ປີ ຜ່ານມາ ຕື່ມອີກ.
อาจเป็นรูปภาพของ 15 คน และ ผู้คนกำลังยืน
Loading...