ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີ (ວັນທີ 21\10\2012-21\10\2022 )ຈັດຂື້ນທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ຕອນເຊົ້າວັນທີ 21 ຕຸລາ 2022 ໂດຍການເຂົ້າຮ່ວມຂອງພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ມີບັນດາຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ຜູ້ແທນຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງ ສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.
ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ກ່າວວ່າ : ຫວນຄືນປະຫວັດສາດການກໍາເນີດເກີດຂື້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ເວົ້າລວມ ເວົ້າສະເພາະປະຫວັດມູນເຊື້ອອັນສະຫງາອົງອາດຂອງເຫຼົ່າຮົບທະຫານຊາຍແດນກອງທັບປະຊາຊົນລາວພວກເຮົາ ໄດ້ຜ່ານວິວັດແຫ່ງການຊຸບຫຼໍ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງລະອິດລະອ້ຽວ ຜ່ານຜ່າອຸປະສັກນາໆປະການ ມາເຖິງປະຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງ ຢ່າງໜ້າສັນລະເສີນ , ຕະຫຼອດ10 ປີຜ່ານມາ ເຫຼົ່າຮົບທະຫານຊາຍແດນ ໄດ້ປະກອບສ່ວນເຮັດໜ້າທີ່ສໍາຄັນຂອງຕົນຮ່ວມກັບເຫຼົ່າຮົບອື່ນໃນການປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜື່ນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໜັ້ນຄົງ, ທັງໝົດນັ້ນແມ່ນຕິດແໜ້ນກັບໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງທະຫານຊາຍແດນ, ຄະນະພັກ ຄະນະບັນຊາທຸກຂັ້ນໃນການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ເປັນກໍາລັງແຮງ ແລະໄວ້ເນືອເຊື່ອໃຈຈາກພັກ-ລັດ ແລະປະຊາຊົນບັນດາເຜົ່າ ເພາະກໍາລັງທະຫານຊາຍແດນ ແມ່ນກໍາລັງໜຶ່ງໄດ້ເຮັດໜ້າທີ່ຢູ່ດ່ານໜ້າສຸດ
ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີໃນຄັ້ງນີ້ ຍັງໄດ້ຮັບຟັງບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ້ອງກັນຊາຍແດນ ແລະວຽກງານປັບປຸງກໍ່ສ້າງກໍາລັງປ້ອງກັນຊາຍແດນໃນໄລຍະ 10 ຜ່ານມາ ຕອນທ້າຍພິທີ ຍັງໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ 1 ໃຫ້ກົມກອງທະຫານຊາຍແດນ ປະດັບຫຼຽນໄຊພິລະອາດຫານຊັ້ນ3 ໃຫ້ບັນດາກົມກອງຈໍານວນ 141 ກົມກອງ ທົ່ວປະເທດ.



