ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການ ກວດກາພັກ-ລັດຄົບຮອບ 39 ປີ (16/02/1982-16/02/2021) ແລະ ຍ້ອງຍໍຜົນງານ 5ປີ ແລະ ປະຈໍາປີ 2020 ໃຫ້ພະນັກງານກວດກາສູນກາງພັກ, ນະຄອນຫລວງວຽງຈັນ ໃນວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ມີບັນດາຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ພະນັກງານພາຍໃນ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄໍາປາໃສ ໂດຍສະຫາຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ອົງການກວດກາພັກ-ລັດ ຍາດມາໄດ້ຕະຫຼອດໄລຍະ 39 ປີ ຜ່ານມາ, ການສ້າງຕັ້ງອົງການກວດກາພັກ-ລັດ ສູນກາງພັກ, ຄະນະປະຈໍາສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ່ 02, ລົງວັນທີ 16 ກຸມພາ 1982, ກໍານົດໃຫ້ສ້າງຕັ້ງ ຄະນະກໍາມະການກວດກາພັກ-ລັດຂຶ້ນ ທັງຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ. ອີງໃສ່ດໍາລັດດັ່ງກ່າວ ໃນປີ 2012 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງ ຮັບຮອງເອົາ ວັນທີ 16 ກຸມພາ 1982 ເປັນວັນສ້າງອົງການກວດກາ ພັກ-ລັດ ແຫ່ງ ສປປ ລາວ ຢ່າງເປັນທາງການ. ນັບແຕ່ກອງປະຊຸມໃຫຍ່ຂອງພັກຄັ້ງທີ III ປີ 1982 ເປັນຕົ້ນມາ ອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປັບປຸງໄປຕາມສະໄໝກອງປະຊຸມໃຫຍ່ຂອງພັກ ແລະ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການເມືອງແຕ່ລະໄລຍະ; ມາຮອດປັດຈຸບັນ ແມ່ນມີລະບົບກົງຈັກການຈັດຕັ້ງ, ມີພະ ນັກງານ ທີ່ເຮັດວຽກງານກວດກາ ຢູ່ທຸກກະຊວງ-ອົງການ, ທ້ອງຖິ່ນ ແລະ ຮາກຖານພັກ ທີ່ເປັນເສນາທິການ ໃນວຽກງານກວດກາພັກ-ລັດ ໃຫ້ແກ່ຄະນະພັກ, ຄະນະນໍາອົງການປົກຄອງແຕ່ລະຂັ້ນ. ຕະຫຼອດໄລຍະທີ່ຜ່ານມາອົງການກວດກາພັກ-ລັດແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຄວາມຮັບຜິດຊອບຢ່າງຕັ້ງໜ້າ ສາມາດຍາດໄດ້ຜົນງານຫຼາຍດ້ານ. ເປັນຕົ້ນການກວດກາການຈັດຕັ້ງພັກ-ສະມາຊິກພັກໃນການປະຕິ ບັດກົດລະບຽບຂອງພັກ, ການກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນໄດ້ດໍາເນີນການຕິດຕາມ, ກວດກາການປະຕິບັດພາລະບົດ ບາດ, ໜ້າທີ່ ແລະ ຂອບເຂດສິດຂອງອົງການລັດແຕ່ລະຂັ້ນ; ກວດກາການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ຕິດຕາມ, ກວດກາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລົງທຶນກໍ່ສ້າງພື້ນ ຖານໂຄງລ່າງ, ການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ; ກວດກາການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນຂອງຊາດ, ກວດກາ ແລະ ສືບ ສວນ-ສອບສວນ ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ, ກວດກາຕາມຜົນຂອງການກວດສອບ ແລະ ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ, ຕິດຕາມ, ຊຸກຍູ້ການປະຕິບັດຜົນການກວດກາ ແລະ ຄົ້ນຄ້ວາແກ້ໄຂຄໍາຮ້ອງ ແລະ ຄຳສະເໜີ.
ນອກນັ້ນ, ໃນພິທີຍັງໄດ້ຍ້ອງຍໍຜົນງານຂອງພະນັກງານຂອງຄະນະກວດກາສູນກາງພັກ ທີ່ມີ ຜົນງານໃນການປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ໃນການເຄື່ອນໄຫວວຽກງານໃນໄລຍະ ຜ່ານມາ ເຊິ່ງໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ທ ສະຫາຍ ບຸນທອງ ຈິດມະນີ ທີ່ໄດ້ປະ ກອບສ່ວນນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກກາພັກ-ລັດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງໃນໄລຍະ 10 ປີຜ່ານມາ ແລະ ໄດ້ຍ້ອງຍໍຜົນງານ 5 ປີ, 1 ປີ ໃຫ້ແກ່ພະນັກງານຄະນະກວດກາສຸນກາງພັກ ແລະ ອົງການກວດກາລັດຖະບານຄື: ໄດ້ປະດັບຫຼຽນໄຊແຮງງານ ຊັ້ນ I ມີ ຈໍານວນ 21 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ມີ ຈໍານວນ 29 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ມີ ຈໍານວນ 22 ສະຫາຍ; ປະດັບຫຼຽນກາແຮງງານ ຈໍານວນ 40 ສະຫາຍ, ມອບໃບຍ້ອງຍໍຂອງລັດຖະບານ ຈໍານວນ 85 ທ່ານ, ໃບຍ້ອງຍໍຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະ ບານ 23 ທ່ານ, ໃບຊົມເຊີຍຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ 39 ທ່ານ.




ໂອກາດນີ້, ສະຫາຍ ພັນຄໍາ ວິພາວັນ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍມີສະຫາຍໄດ້ເນັ້ນໜັກໃຫ້ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ການນໍາກະຊວງ-ອົງການ ແລະ ທ້ອງຖິ່ນ ເອົາໃຈໃສ່ບາງບັນຫາດັ່ງນີ້: 1.) ຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບພັກ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນແຕ່ລະໄລຍະ ໂດຍສະເພາະແມ່ນ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ແລ້ວຜັນຂະຫຍາຍ, ຫັນເປັນນິຕິກຳ, ກົນໄກ, ລະບຽບການ ອັນລະອຽດກ່ຽວກັບວຽກງາມກວດກາ ແລະ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ; ກໍາໃຫ້ໄດ້ສະພາບຢູ່ແຕ່ລະການຈັດຕັ້ງ ເພື່ອຊ່ວຍໃຫ້ຄະນະພັກ, ການນໍາຢູ່ບ່ອນນັ້ນ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ແຕ່ຫົວທີ, ບໍ່ໃຫ້ກາຍເປັນການລະເມີດ ທີ່ຕ້ອງລົງວິໄນໃສ່ໂທດ; 2.) ເສີມຂະຫຍາຍມູນເຊື້ອອັນດີງານຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດ ໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ; 3.) ຈັດຕັ້ງໂຄສະນາເຜີຍແຜ່ ຢ່າງແຂງແຮງ, ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອເຮັດໃຫ້ທຸກການຈັດຕັ້ງພັກ-ລັດ, ການຈັດຕັ້ງເສດຖະກິດ-ສັງຄົມ, ສະມາຊິກພັກ, ພະນັກ ງານ, ທະຫານ, ຕຳຫຼວດ ແລະ ພົນລະເມືອງ ຮັບຮູ້ເຂົ້າໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດອາດຍາສິດ, ແນວຄິດເອກະຊົນ, ການສໍ້ລາດບັງ ຫຼວງ ແລະ ປະ ກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງສະຕິເປັນເຈົ້າເຂົ້າຮ່ວມເຮັດວຽກງານກວດກາ, ສ່ອງແສງສະພາບປະກົດການຫຍໍ້ທໍ້ໃຫ້ແກ່ອົງການກວດກາ ເພື່ອຕິດຕາມກໍາໄດ້ ແລະ ສະເໜີຕໍ່ພາກສ່ວນກ່ຽວຂ້ອງທີ່ມີສິດແກ້ໄຂຢ່າງທັນການ; 4.) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບຄວາມຮັບຜິດຊອບການເມືອງ; ເພີ່ມທະວີການກໍ່ສ້າງ-ບໍາລຸງພະນັກງານກວດກາດ້ານທິດສະດີການເມືອງ, ຄວາມຮູ້ດ້ານວິຊາການ ແລະ ຄວາມສາມາດໃນການປະຕິບັດໜ້າທີ່ກວດກາຕົວຈິງ; ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ,ທ່ຽງທຳ, ພາວະວິໄສ, ມີໄຫວພິບ, ຄ່ອງແຄ້ວ, ນີ້ມນວນ, ທັນເວລາ; 5.) ເປັນເຈົ້າການຈັດຕັ້ງປະຕິບັດແຜນການ ທີ່ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານເປັນແຕ່ລະໄລຍະ ແລະ ການປະຕິບັດວຽກງານ ກ່ຽວກັບການພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ໄດ້ຮັບຜົນດີ.
ຂ່າວ: ນັກຂ່າວຄະນະກວດກາສູນກາງພັກ
ພາບ: ພັກສະຫວັນ