ສະໂມສອນບານເຕະກອງທັບ ຖະແຫລງຂ່າວຄວາມພ້ອມ ແລະ ເຊັນສັນຍາຮັບເອົາການສະໜັບສະໜູນເຄື່ອງແຂ່ງຂັນຈາກ ບໍລິສັດ ໝາຍເວ ສະປອດແວ ໃນຕອນບ່າຍວັນທີ 3 ມີນາ 2021 ທີ່ສະໜາມກິລາກອງທັບ ຫລັກ 5, ນະຄອນຫລວງວຽງຈັນ ເພື່ອກຽມເຂົ້າຮ່ວມແຂ່ງຂັນບານ ເຕະ ເປບຊີ ລາວລີກ 1 ປີ 2021.
ພັນໂທ ທອງພັນ ພັນທະຍາ ຮອງຫົວໜ້າການທະຫານ ກອງກິລາກອງທັບ, ປະທານສະໂມສອນ ກອງທັບ ໄດ້ລາຍ ງານໃຫ້ຮູ້ກ່ຽວກັບການກະກຽມໃນແຕ່ລະດ້ານ ເພື່ອເຂົ້າ ຮ່ວມແຂ່ງຂັນບານເຕະດັ່ງກ່າວ ນັບແຕ່ການກະກຽມຄູເຝິກ ແລະ ຄັດເລືອກນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ການເຝິກຊ້ອມນັກກິລາ, ການກະກຽມດ້ານງົບປະມານຮັບໃຊ້ ແລະ ອື່ນໆ ມາຮອດປັດຈຸບັນ ເຫັນວ່າມີຄວາມພ້ອມ ແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນຄັ້ງນີ້ ໂດຍວາງເປົ້າໝາຍຈະໃຫ້ໄດ້ຢູ່ອັນດັບທີ 3 ຫລື 4 ຈາກທັງໝົດ 6 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນ.
ຈາກນັ້ນ ໄດ້ມີການເຊັນສັນຍາຮັບເອົາການສະໜັບ ສະ ໜູນຈາກ ບໍລິສັດ ໝາຍເວ ສະປອດແວ ລວມມີ: ຊຸດແຂ່ງ ຂັນ, ຊຸດເຝິກຊ້ອມ ພ້ອມດ້ວຍອຸປະກອນອື່ນໆ ມູນຄ່າທັງໝົດ 20 ລ້ານກີບ ໂດຍການລົງນາມລະຫວ່າງ ພັນໂທ ທອງພັນ ພັນທະຍາ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວ.
ໃນໂອກາດໃຫ້ກຽດເຂົ້າຮ່ວມງານຖະແຫລງຂ່າວໃນຄັ້ງນີ້ ພົນຈັດຕະວາ ພັນແສງ ບຸນພັນ, ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ, ທັງເປັນປະທານຊີ້ນໍາສະໂມ ສອນ ກອງທັບ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ໝາຍເວ ສະປອດແວ ທີ່ໃຫ້ການສະໜັບສະໜູນນັກກິລາບານເຕະ ສະໂມສອນ ກອງທັບ ເຊີ່ງຖືເປັນການປະກອບສ່ວນສໍາຄັນໃນການພັດທະນານັກກິລາບານເຕະກອງທັບໃຫ້ດີຂຶ້ນ, ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຄູເຝິກ ແລະ ນັກກິລາກອງທັບທີ່ຈະເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ທຸກຄົນຕ້ອງປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍການເອົາໃຈໃສ່ເຝິກຊ້ອມ ແລະ ເຂົ້າຮ່ວມແຂ່ງຂັນຢ່າງສຸດຄວາມສາມາດ, ຟັງການຕັດສິນຂອງກໍາມະການ ແລະ ຮູ້ໄດ້-ຮູ້ເສຍ ເພື່ອສ້າງຊື່ສຽງໃຫ້ແກ່ສະໂມສອນ ກອງທັບ ທີ່ເຄີຍສ້າງນັກກິລາດີເດັ່ນມາແລ້ວຫລາຍຄົນ.
ອີງຕາມຂໍ້ມູນຈາກສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮູ້ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປີ 2021 ຈະເລີ່ມແຂ່ງຂັນໃນວັນທີ 27 ມີນາ 2021 ເຊີ່ງມີທັງໝົດ 6 ສະໂມສອນເຂົ້າຮ່ວມແຂ່ງຂັນ ຄື: ສະໂມສອນ ຈັນທະບູລີ ( ສະໂມ ສອນ ລາວໂຕໂຢຕ້າ ແຊັມເກົ່າ ), ສະໂມສອນ ປກສ, ສະໂມສອນ ຊ້າງນ້ອຍ , ສະໂມ ສອນ ເອສະຣາ, ສະໂມສອນ ວຽງຈັນ ຈາກແຂວງວຽງຈັນ ແລະ ສະໂມສອນ ກອງ ທັບ (ເລຶ່ອນຂຶ້ນມາຈາກ ແຊ້ມ ລີກ 2, ປີ 2020) ຮູບແບບການແຂ່ງຂັນ ແມ່ນຈະແຂ່ງແບບ 3 ຮອບຄື: ຮອບຂາໄປ, ຮອບຂາກັບ ແລະ ຮອບ 3.
ສຳລັບລາງວັນ:
– ອັນດັບ 1 ໄດ້ຮັບເງິນລາງວັນ 300,000,000 ກີບ ພ້ອມຂັນ 1 ໜ່ວຍ ແລະ ຫຼຽນຊະນະເລີດ 35 ຫຼຽນ,
– ອັນດັບ 2 ໄດ້ຮັບເງິນລາງວັນ 150.000.000 ກີບ,
– ອັນດັບ 3 ໄດ້ຮັບເງິນລາງວັນ 80.000.000 ກີບ,
– ອັນດັບ 4 ໄດ້ຮັບເງິນລາງວັນ 40.000.000 ກີບ,
– ອັນດັບ 5 ໄດ້ຮັບເງິນລາງວັນ 30.000.000 ກີບ
ລວມເງິນລາງວັນການແຂ່ງຂັນທັງຫມົດ 1 ຕື້ກວ່າກີບ. ນອກຈາກນີ້ ຍັງມີລາງວັນອື່ນໆ ອີກຫລາຍລາງວັນ.
ພາບ: ສົງການ
Loading...