ວັນທີ 12 ມີນາ ຜ່ານມາ, ສະໂມສອນ ວຽງຈັນ ເອຟທີ ທີມໃນລາວລີກ 2 ນະຄອນຫລວງວຽງຈັນ ໄດ້ເດີນທາງໄປມອບອຸປະກອນກິລາໃຫ້ແກ່ເມືອງຫີນເຫີບ, ແຂວງວຽງຈັນ ເພື່ອເປັນການບິແບ່ງນໍ້າໃຈຊ່ວຍເຫຼືອ ແລະ ສົ່ງເສີມການພັດທະນາກິລາບານເຕະໃຫ້ເມືອງຫີນເຫີບ ແລະ ພົບປະແລກປ່ຽນເຊິ່ງກັນ ແລະ ກັນ.
ກ່າວມອບໂດຍ ທ່ານ ວິໄຊ ຜາຍພະກົມມາ ປະທານສະມາຄົມພໍ່ແມ່ຜູ້ປົກຄອງສະໂມສອນ ວຽງຈັນ ເອຟທີ ແລະ ກ່າວຮັບໂດຍ ທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ.
ສຳລັບອຸປະກອນກິລາທີ່ນຳໄປມອບໃນຄັ້ງນີ້ ແມ່ນສາມາດລະດົມໄດ້ຈາກຄອບຄົວ ທ່ານ ບຸນລັບ ເຄນກິຕິສັກ ຄູຝຶກ ວຽງຈັນ ເອຟທີ ເປັນຕົ້ນເສື້ອເຊຍລາວ ຈຳນວນ 50 ຜືນ ລວມມູນຄ່າ 1,7 ລ້ານກີບ, ທ່ານ ສົມພອນ ອິນທະວົງ ເຈົ້າຂອງໂຮງງານນໍ້າດື່ມ ມອບຖົງພາຍ 50 ໜ່ວຍ ມູນຄ່າ 500.000 ກີບ, ບໍລິສັດ ສົ່ງເສີມກະສິກຳ ຂາເຂົ້າ-ຂາອອກ ຫຼື ວີພີເອັດ ມອບກະຕໍ້ 3 ໜ່ວຍ, ບານສົ່ງ 3 ໜ່ວຍ, ທີມງານເຕະບານ Office FC & Charity (OFFC) ມອບບານເຕະ 5 ໜ່ວຍ ແລະ ກະຕໍ້ 3 ໜ່ວຍ ແລະ ສະມາຄົມພໍ່ແມ່ຜູ້ປົກຄອງ ວຽງຈັນ ເອຟທີ ມອບຕາໜ່າງ ບານສົ່ງ 3 ກາງ ແລະ ຕາໜ່າງກະຕໍ້ 3 ກາງ ລວມມູນຄ່າ 5 ລ້ານກວ່າກີບ.
ໂອກາດດັ່ງກ່າວ ທັງສອງຝ່າຍກໍໄດ້ຮ່ວມກັນຈັດການແຂ່ງຂັນເຕະບານມິດຕະພາບ 4 ລາຍການ ຜ່ານການແຂ່ງຂັນຜົນປາກົດວ່າ: ຮຸ່ນອາຍຸ 8-10 ປີ ເມືອງຫີນເຫີບ ຊະນະ ວຽງຈັນ ເອຟທີ 3-0, ຮຸ່ນອາຍຸ 10-13 ປີ ວຽງຈັນ ເອຟທີ ສະເໝີ ຫີນເຫີບ 0-0, ຮຸ່ນອາຍຸ 14-16 ປີ ເມືອງຫີນເຫີບ ຊະນະ ວຽງຈັນ ເອຟທີ 2-0 ແລະ ທີມສະມາຄົມພໍ່ແມ່ຜູ້ປົກຄອງ ວຽງຈັນ ເອຟທີ ຊະນະ ທີມລວມຄະນະນຳ ເມືອງຫີນເຫີບ 3-1.
Cr: ສົງການ ພັນແພງດີ


