ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາ ເເຫ່ງຊາດ ປະຈໍາປີ 2023 (22nd Beer Lao Badminton Championship 2023 Presented by Lao Brewery Company) ໄດ້ສໍາເລັດໃນວັນທີ 26 ສິງຫານີ້ ພາຍຫລັງແຂ່ງຂັນມາເປັນເວລາ 4 ວັນ ທີ່ສະໂມສອນ ດອກປີກໄກ່ ເສດຖາ, ເຂດບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂດຍມີນັກກິລາ 324 ຄົນ, ຍິງ 47 ຄົນ ຈາກ 24 ພາກ ສ່ວນ, ໃນນັ້ນມີ 5 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຄຳມ່ວນ, ຫຼວງພະບາງ ແລະ ອຸດົມໄຊ, ລວມເຖີງນັກກິລາຈາກບັນດາສະ ໂມສອນອ້ອມຂ້າງສູນກາງ ແລະ ນັກກິລາອິດສະລະທີ່ບໍ່ມີສັງກັດເຂົ້າຮ່ວມແຂ່ງຂັນ, ມີຊີງໄຊທັງໝົດ 13 ລາຍການ, ຊີງເງິນລາງວັນລວມທັງໝົດ 146 ລ້ານກວ່າກີບ.
ຜົນການແຂ່ງຂັນ ມີດັ່ງນີ້:
1). ລາຍການ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ທ້າວ ໄຊຍະສອນ ແກ້ວໄຊ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ມານະສິນ ຈິດຕະສີ (ສະໂມສອນ LGB)
– ອັນດັບ 3 ຮ່ວມທັງສອງຄົງແມ່ນນັກກິລາຈາກສະໂມສອນ LGB
2). ລາຍການ ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ນາງ ອັດຈິມາ ພິຈິດ (ສະໂມສອນ ເຟຣນຊິບ)
– ອັນດັບທີ 2: ນາງ ພຸດທິດາ ມະນີວັນ (ສະໂມສອນ LGB)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນກັບຕັນ-ວິນເນີ ແລະ ນັກກິລາຈາກສະໂມສອນເຟຣນຊິບ.
3) ລາຍການ ຄູ່ເຍົາວະຊົນປະສົມ 18 ປີ
– ອັນດັບທີ 1: ທ້າວ ໄຊຍະສອນ (ສະໂມສອນ ແລັບດອກ) + ນາງ ອັດຈິມາ (ສະໂມສອນ ເຟຣນຊິບ)
– ອັນດັບທີ 2: ທ້າວ ສົມໃຈ + ນາງ ສຸດທິດາ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນ LGB, ສະໂມສອນ ແລັບດອກ ແລະສະໂມສອນກັບຕັນ-ວິນເນີ.
4) ລາຍການ ຄູ່ເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ
– ອັນດັບທີ 1: ທ້າວ ພູບັນດິດ + ທ້າວ ທະວັດສິນ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ຊະນະ + ທ້າວ ມານະສິນ (ສະໂມສອນ LGB)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນກັບຕັນ-ວິນເນີ ແລະ ນັກກິລາຈາກສະໂມສອນເຟຣນຊິບ.
5) ລາຍການ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ
– ອັນດັບທີ 1: ທ້າວ ອາທິວັດ ອຸດົມສະຫວັດ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ສຸພະໄຊ ສິມມະວົງ (ສະໂມສອນ ກັບຕັນ-ວິນເນີ)
– ອັນດັບ 3 ຮ່ວມທັງສອງຄົນແມ່ນນັກກິລາຈາກສະໂມສອນ ກັບຕັນ-ວິນເນີ
6) ລາຍການ ດ່ຽວເຍົາວະຊົນຊາຍ-ຍິງອາຍຸບໍ່ເກີນ 12 ປີ
– ອັນດັບທີ 1: ທ້າວ ທອງປັນຍາ ສຸວັນມະນີ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ບຸນທະວີ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມທັງສອງຄົນແມ່ນນັກກິລາຈາກສະໂມສອນ ກັບຕັນ-ວິນເນີ
7) ລາຍການ ຄູ່ຊາຍທົ່ວໄປ
– ອັນດັບທີ 1: ທ້າວ ນາມບຸນ + ທ້າວ ດາວມີໄຊ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ອານາຈັກ + ທ້າວ ວັນມະແອນ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນ ແລັບດອກ ແລະ ສະໂມສອນເຟຣນຊິບ.
😎 ລາຍການ ຊາຍດ່ຽວທົ່ວໄປ
– ອັນດັບທີ 1: ທ້າວ ພອນສັກ ໂຊກທະວີ (ສະໂມສອນ ແລັບດອກ)
– ອັນດັບທີ 2: ທ້າວ ສາຍຟ້າ ສິຣິວົງ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນ LVB ແລະ ນັກກິລາຈາກແຂວງສະຫວັນນະເຂດ.
9) ລາຍການ ຄູ່ຍິງທົ່ວໄປ
– ອັນດັບທີ 1: ນາງ ວິລະກອນ (ສະໂມສອນ ກັບຕັນ-ວິນເນີ້) + ນາງ ເພັດມະນີ (ສະໂມສອນ LVB)
– ອັນດັບທີ 2: ນາງ ທິດາຈັນ + ນາງ ພຸດສະຫວັນ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນ ກັບຕັນ-ວິນເນີ ແລະສະໂມສອນເຟຣນຊິບ.
10) ລາຍການ ຄູ່ປະສົມທົ່ວໄປ
– ອັນດັບທີ 1: ທ້າວ ພອນສັກ (ສະໂມສອນ ແລັບດອກ) + ນາງ ເພັດມະນີ (ສະໂມສອນ LVB)
– ອັນດັບທີ 2: ທ້າວ ນາມບຸນ + ນາງ ທິດາຈັນ (ສະໂມສອນ ແລັບດອກ)
– ອັນດັບ 3 ຮ່ວມທັງສອງແມ່ນນັກກິລາຈາກສະໂມສອນ ແລັບດອກ.
11) ລາຍການ ຄູ່ສະໝັກຫລິ້ນຊາຍ
– ອັນດັບທີ 1: ທ້າວ ໄຊຍະລາດ (ສະໂມສອນ ກັບຕັນ-ວິນເນີ) + ທ້າວ ທະນົງສັກ (ສະໂມສອນ ສີໄຄ)
– ອັນດັບທີ 2: ທ້າວ ໄຊປະເສີດ + ທ້າວ ສຸລິໄຊ (ສະໂມສອນ LVB)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນເຟຣນຊິບ ແລະສະໂມສອນ ກັບຕັນ-ວິນເນີ.
12) ລາຍການ ຄູ່ສະໝັກຫຼິ້ນຊາຍອາຍຸລວມ 70 ປີ ຂຶ້ນໄປ
– ອັນດັບທີ 1: ທ້າວ ທະນົງສັກ + ທ້າວ ອານິລຸດ (ສະໂມສອນ ສີໄຄ)
– ອັນດັບທີ 2: ທ້າວ ເມກສະຫວ່າງ (ສະໂມສອນ NewPay) + ທ້າວ ໂຍທິນ (ສະໂມສອນ ສີໄຄ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນເຟຣນຊິບ ແລະ ສະໂມສອນ Skyline.
13) ລາຍການ ຄູ່ອາວຸໂສຊາຍອາຍຸລວມ 80 ປີ ຂຶ້ນໄປ
– ອັນດັບທີ 1: ທ່ານ ອິນແປງ + ທ່ານ ຈັນທະລາດ (ສະໂມສອນ Skyline)
– ອັນດັບທີ 2: ທ່ານ ໂກສິນ+ທ່ານ ຄໍາຜາຍ (ສະໂມສອນ ມັນທາຕຸລາດ)
– ອັນດັບ 3 ຮ່ວມແມ່ນນັກກິລາຈາກສະໂມສອນ La0-China.
ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ 22 ຊີງຂັນທ່ານປະທານສະພາເເຫ່ງຊາດ ປະຈໍາປີ 2023 ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍາກັດ ຈຳນວນ 362 ລ້ານກີບ. ໃຫ້ກຽດເຂົ້າຮ່ວມພິທີປິດການແຂ່ງຂັນໃນຄັ້ງນີ້ມີ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ-ເລຂາທິການ ສະຫະພັນດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ພ້ອມດ້ວຍແຂກຮັບເຊີນ ແລະ ນັກກິລາເຂົ້າຮ່ວມ.