ໃນຕອນເຊົ້າຂອງວັນທີ 5 ມີນາ 2021 ຢູ່ທີ່ໂຮງໝໍເມືອງທົ່ງມີໄຊ ແຂວໄຊຍະບູລີ ໄດ້ເປີດພິທີ ສັກຢາປ້ອງກັນພະຍາດ ໂຄວິດ-19 ເຂັມທໍາອິດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມ ພົມມະຈັນ ກຳມະການພັກເມືອງ ຮອງເຈົ້າເມືອງໆທົ່ງມີໄຊ ທັງເປັນປະທານ ຄະນະກຳມະການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ຂັ້ນເມືອງ, ມີບັນດາພະນັກງານວິຊາການ, ພະນັກງານແພດໝໍ ຕະຫຼອດຮອດກຸ່ມຄົນທີ່ມີຄວາມສ່ຽງເຂົ້າຮ່ວມ. ໃນພິທີທ່ານ ດຣ ສະຫຼາດ ພົມມະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ຊີ້ແຈງກ່ຽວກັບການສັກວັກຊີນກັນພະຍາດໂຄວີດ-19 ເຂັມທໍາອິດທີ່ເມືອງທົ່ງມີໄຊ ເຊິ່ງທ່ານໄດ້ໃຫ້ຮູ່ວ່າ: ບຸກຄະລາກອນທີ່ຈະໃດ້ສັກວັກຊີນກ່ອນຄື: ກຸ່ມພະນັກງານແພດໝໍທີ່ມີຄວາມສ່ຽງ, ຜູ້ທີ່ເຮັດວຽກໃກ້ຊິດກັບຄົນເຈັບ ຢູ່ແຕ່ລະໂຮງໝໍ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນ, ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ກຸ່ມຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນນັບແຕ່ຜູ້ອະນາໄມຈົນຮອດຜູ້ບໍລິຫານ, ເນື່ອງຈາກວ່າວັກຊີນມີຈຳນວນຈຳກັດມີປະລິມານນ້ອຍ ຈຶ່ງຈຳເປັນຕ້ອງສັກໃຫ້ ບຸກຄະລາກອນ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ສັກກ່ອນ ; ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ: ຢາວັກຊີນດັ່ງກ່າວນີ້ ແມ່ນໄດ້ຜະລິດຈາກ ປະເທດ ສປ ຈີນ ມີຊື່ວ່າ: ວັກຊີນ ຊີໂນຟາມ ເງື່ອນໄຂຂອງບຸກຄົນທີ່ຈະໄດ້ສັກວັກຊີນນີ້ ຕ້ອງມີອາຍຸລະຫວ່າງ 18 – 60 ປີ ມີສູຂະພາບແຂງແຮງດີ, ຫຼັງຈາກສັກວັກຊີນແລ້ວສາມາດດຳລົງຊີວິດໄດ້ຕາມປົກກະຕິ ແຕ່ຕ້ອງໄດ້ງົດການດື່ມສິ່ງຂອງມຶນເມົາປະເພດເຫຼົ້າ, ເບຍ ຢ່າງນ້ອຍ ເປັນເວລາ 5 ວັນ. ການສັກວັກຊີນເຂັມທີ 1 ແມ່ນເລີ່ມແຕ່ວັນທີ 5-12 ມີນາ ແລະ ເຂັມທີ 2 ລະຫວ່າງວັນທີ 5-10 ເມສາ 2021
ເຊິ່ງບຸກຄົນທີ່ໄດ້ສັກວັກຊີນ ເຂັມທຳອິດ ແມ່ນ ທ່ານ ສະເຫຼີມ ພົມມະຈັນ ກຳມະການ ພັກເມືອງ ຮອງເຈົ້າເມືອງທົ່ງມີໄຊ ທັງເປັນປະທານຄະນະກຳມະການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄວິດ-19 ຂັ້ນເມືອງ ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ ແກ່ພະນັກງານທີ່ຈະສັກວັກຊີນຄົນຕໍ່ໆໄປ.