ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຖ້າທ່ານຊຶມເສົ້າເມື່ອທ່ານກິນກ້ວຍຫອມແລ້ວຈະເຮັດໃຫ້ຜ່ອນຄາຍສະບາຍໃຈ ສ່ວນຜູ້ຍິງກ່ອນຈະເປັນປະຈຳເດືອນຊິມີອາລົມງຸດງິດໃຈຮ້າຍໃຈຮ້ອນບໍ່ຢູ່ກັບເນື້ອກັບຕົວ ເປັນຕົ້ນວ່າເຈັບທ້ອງ, ເຈັບຫົວແລະອື່ນໆ ໃຫ້ທ່ານກິນກ້ວຍຫອມສ່ວນຢາແກ້ປວດນັ້ນບໍ່ຕ້ອງໄປສົນເລີຍ, ສ່ວນເສັ້ນໃຍອາຫານໃນກ້ວຍຫອມຍັງສາມາດເຮັດໃຫ້ລະບົບຂັບຖ່າຍຂອງທ່ານໄດ້ສະດວກຂື້ນ, ກ້ວຍຫອມບັນເທົາຍຸງກັດ ເມື່ອທ່ານຖືກຍຸງກັດແລ້ວ ໃຫ້ທ່ານນຳເອົາເປືອກຂອງກ້ວຍຫອມນັ້ນໄປທາບໍລິເວນບ່ອນທີຖືກກັດຫລືບ່ອນທີ່ຊ້ຳມັນຈະຊ່ວຍໄດ້.