ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ເມສາ ປີ1961, ມາຮອດປີນີ້(2022)ພໍດີຄົບຮອບ 61 ປີ. ຕະຫຼອດໄລຍະ 61 ປີຜ່ານມາ,ການພົວພັນຂອງສອງປະເທດໄດ້ຮັບການເສີມຂະ ຫຍາຍ ແລະຮັດແໜ້ນຢ່າງບໍ່ຢຸດຢັ້ງ ບົນພື້ນຖານການສືບທອດຈິດໃຈມິດຕະພາບທີ່ເປັນມູນເຊື້ອຂອງການນໍາແຕ່ລະຮຸ່ນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງສອງຝ່າຍລາວ-ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ. ໃນປີ 2009 ລາວແລະຈີນໄດ້ກາຍ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ຄື:ເພື່ອນບ້ານທີ່ດີ, ສະຫາຍທີ່ດີ, ເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ມາຮອດປີ 2019, ຜູ້ນໍາສູງ ສຸດຂອງສອງພັກ-ສອງລັດ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ,ຈີນ-ລາວ. ເຊິ່ງໄດ້ຢັ້ງ ຢືນໃຫ້ເຫັນຢ່າງຈະ ແຈ້ງວ່າ: ການພົວພັນຂອງສອງປະເທດ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່ທີ່ດີທີ່ສຸດໃນປະຫວັດ ສາດແຫ່ງການພົວພັນຂອງສອງຊາດລາວ-ຈີນ.
ເມື່ອວັນທີ 21 ມັງກອນ 2022 ນີ້, ລາວແລະຈີນໄດ້ຈັດກອງປະ ຊຸມທາງໄກຮ່ວມກັນ ເພື່ອສະ ຫລຸບວຽກງານສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະປີມິດຕະພາບລາວ-ຈີນ 2021. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນອັນເປັນມູນເຊື້ອທີ່ມີປະ ຫວັດສາດມາຢ່າງຍາວນານ ແລະການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ໂດຍສະເພາະການເປັນຄູ່ຮ່ວມຊາຕາກໍາລະຫວ່າງສອງຊາດລາວ-ຈີນໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຜ່ານກົນໄກການຮ່ວມມືທັງໃນຂັ້ນສູນກາງແລະທ້ອງ ຖິ່ນຢ່າງມີປະ ສິດທິພາບແລະປະສິດທິຜົນ ເຊິ່ງສາມາດນໍາເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດລາວ- ຈີນ.ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດບັນດາ ກິດຈະກຳຮ່ວມກັນໃນປີ 2021 ຜ່ານມາ ເພື່ອສະເຫຼີມສະ ຫຼອງສາຍພົວພັນການທູດລາວ- ຈີນຄົບຮອບ 60 ປີໃຫ້ມີຂະບວນຟົດຟື້ນ ແລະ ມີເນື້ອໃນຄົບຖ້ວນ. ການນໍາຂັ້ນສູງຂອງສອງປະເທດລາວ-ຈີນກໍ່ໄດ້ສົ່ງສານຊົມເຊີຍເຖິງກັນແລະກັນ, ມີການພົບປະແລະແລກປ່ຽນທາງໄກຮ່ວມກັນເປັນປະຈໍາ. ພິເສດແມ່ນການພົບປະທາງໄກຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກັບ ສະຫາຍສີຈິ້ນຜິງເລຂາທິການໃຫຍ່, ປະທານປະເທດຈີນໃນວັນທີ 3 ທັນວາປີ 2021 ແລະພາຍຫຼັງສໍາເລັດການພົບປະແລ້ວ,ສອງເລຂາ ທິການໃຫຍ່,ປະທານປະເທດລາວແລະຈີນກໍ່ໄດ້ໃຫ້ກຽດເຂົ້າ ຮ່ວມແລະເປັນສັກຂີພິຍານໃນພິ ທີເປີດນໍາໃຊ້ເສັ້ນທາງລົດໄຟລາວ- ຈີນຢ່າງເປັນທາງການ ເຊິ່ງຖືເປັນເຫດການສໍາຄັນທາງປະ ຫວັດສາດຂອງການພົວພັນລາວ-ຈີນ.ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນ ຮ່ວມມືດ້ານການເມືອງລະຫວ່າງສອງປະເທດທີ່ສືບຕໍ່ໄດ້ຮັບການເພີ່ມທະວີຂື້ນຢ່າງຕໍ່ເນື່ອງ, ການນໍາຂອງສອງປະເທດໄດ້ແລກ ປ່ຽນການຢ້ຽມຢາມ ແລະ ພົບປະກັນເປັນປົກກະຕິ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນ. ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທາງດ້ານເສດຖະ ກິດ, ການຄ້າ ແລະການລົງທຶນທີ່ມີການເຕີບໂຕຢ່າງຕໍ່ເນື່ອງລວມທັງການຮ່ວມມືດ້ານອື່ນໆ ເປັນຕົ້ນ:ວຽກງານປ້ອງກັນຊາດ-ືປ້ອງກັນຄວາມສະຫງົບ, ການສຶກສາ-ວັດທະນະທໍາ, ສາທາ ລະນະສຸກ ແລະ ການທ່ອງທ່ຽວ ໄດ້ມີຜົນສໍາເລັດຂຶ້ນສູ່ບາດກ້າວໃໝ່. ໃນນີ້,ການພົວພັນຮ່ວມມືທາງດ້ານເສດຖະກິດ, ສປ ຈີນ ໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບທີສອງແລະເປັນປະເທດອັນດັບທີໜຶ່ງໃນການລົງທຶນຢູ່ລາວ.
ປັດຈຸບັນມີໂຄງການການລົງທຶນຂອງຈີນຢູ່ລາວທັງໝົດ 882 ໂຄງການ, ມີມູນຄ່າ 12 ຕື້ໂດລາສະຫະລັດ. ພິເສດສອງປະເທດໄດ້ມີຜົນສຳເລັດອັນຍິ່ງໃຫຍ່ໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະໂຄງການທາງດ່ວນວຽງຈັນ-ວັງວຽງ ທີ່ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ການສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດຂອງຈີນ ເຊິ່ງສອດຄອ່ງກັບນະໂຍບາຍຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນແລະສາກົນ, ເປັນການໄຂສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາ ຊົນບັນດາປະເທດໄກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະຂະ ຫຍາຍຕົວຂື້ນເປັນກ້າວໆ.
ໃນທ່າມກາງການລະບາດຂອງພະຍາດໂຄວິດ-19ນັບແຕ່ປີ 2020 ເປັນຕົ້ນມາ, ຈີນໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານວັດຖຸແລະປັດໃຈໂດຍໄດ້ສົ່ງທີມແພດຊ່ຽວຊານ ແລະວິຊາ ການ, ສະໜອງວັດຖຸອຸປະກອນແລະວັກຊິນຕ້ານໂຄວິດ19 ພ້ອມທັງໄດ້ຖອດຖອນບົດ ຮຽນອັນລໍ້າຄ່າດ້ານການຄວບຄຸມແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລາວ, ເຮັດໃຫ້ລາວສາມາດຄວບຄຸມແລະສະກັດກັ້ນການລະບາດຂອງເຊື້ອພະ ຍາດດັ່ງ ກ່າວຢູ່ພາຍໃນປະເທດໄດ້ໃນລະດັບພື້ນຖານ. ມາຮອດປັດຈຸບັນການຊ່ວຍເຫຼືອດ້ານວັກຊິນຕ້ານໂຄວິດ19ຂອງລັດຖະ ບານຈີນໃຫ້ແກ່ລັດຖະບານລາວມີຫຼາຍກວ່າ 8.900.000 ໂດສ ແລະຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ.
ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຖະນຸຖະ ໜອມມິດຕະພາບອັນເປັນມູນເຊື້ອທີ່ການນຳຮຸ່ນກ່ອນຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ຜັນຂະຫຍາຍສາຍພົວ ພັນທີ່ມີມູນເຊື້ອອັນດີງາມນີ້ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັນຮ່ວມກັບພັກ, ລັດ ແລະ ປະຊາ ຊົນຈີນ ເພີ່ມທະວີສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ໂດຍສະເພາະການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ຂະ ຫຍາຍຕົວເຂົ້າສູ່ລວງເລິກ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ,ເປັນການຕອບສະໜອງຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນສອງປະເທດ ໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນະຖາວອນຢູ່ໃນພາກພື້ນ ແລະ ໃນໂລກ.
ຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຈີນວັນທີ 25 ເມສາ ຄົບຮອບ 61 ປີ ຢ່າງສຸດໃຈ.
Loading...