ຕອນບ່າຍວັນທີ 26 ມັງກອນ 2022 , ຄະນະໂຄສະອົບຮົມສູນກາງພັກ ປປ ລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ສົມທົບກັບ ຄະນະພັກແຂວງຫູນານ ຮ່ວມກັນຈັດພິທີສາຍຮູບເງົາລະຄອນເວທີ ການແກ້ໄຂຄວາມທຸກຍາກ “ເພງສັນລະເສີນແຜ່ນດິນ” (ຕ້າຕີ້ຊົງເກີ) ແລະ ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ຜ່ານລະບົບວິດີໂອທາງໄກຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ແລະທີ່ນະຄອນສາງຊາ, ແຂວງຫູນານ, ສປ ຈີນ.
ເຂົ້າຮ່ວມພິທີຢູ່ນະຄອນຫຼວງວຽງຈັນ ມີ ສະຫາຍ ສຈ.ປອ ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າຝ່າຍລາວ ກ່າວຄຳເຫັນຕໍ່ພິທີ, ເຊິ່ງ ສະຫາຍ ໄດ້ຕີລາຄາສູງ ຕໍ່ຜົນສຳເລັດໃນການລົບລ້າງຄວາມທຸກຍາກຂອງແຂວງຫູນານ ທີ່ໄດ້ກາຍເປັນຕົວແບບທີ່ໂດດເດັ່ນໜຶ່ງ ໃນທົ່ວປະເທດຈີນ, ໂດຍສະເພາະແມ່ນການລົບລ້າງຄວາມທຸກຍາກຢູ່ບ້ານ 18 ຖໍ້າ ທີ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຄີຍຊີ້ນໍານໍາພາໂດຍກົງ ແລະ ສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ໄປຢ້ຽມຢາມບ້ານດັ່ງກ່າວ ໃນປີ 2013 ຜ່ານມາ, ການຖ່າຍທອດສົດຜົນສໍາເລັດດັ່ງກ່າວ ຜ່ານຮູບເງົາລະຄອນເວທີ ຢູ່ ສປປ ລາວ ໃນຄັ້ງນີ້ ຈະເປັນບົດຮຽນອັນປະເສີດໃຫ້ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ, ເຊິ່ງເປັນວຽກໃນບຸລິມະສິດໜຶ່ງ ຂອງ ພັກ ແລະ ລັດຖະບານລາວ, ສະຫາຍ ຍັງໄດ້ແຈ້ງໃຫ້ຝ່າຍຈີນ ຊາບກ່ຽວກັບ ວຽກງານພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວ ແລະ ຕີລາຄາສູງ ຕໍ່ການແລກປ່ຽນບົດຮຽນໃນວຽກງານດັ່ງກ່າວ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືກັບແຂວງຫູນານ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ລະຫວ່າງ ສປປ ລາວ ກັບ ແຂວງຫູນານ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ໃນພິທີ, ສະຫາຍ ຈຽງ ຈ່າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປລາວ ຍັງໄດ້ຕາງໜ້າຄະນະພັກແຂວງຫູນານ ມອບອຸປະກອນການແພດ ມູນຄ່າ 1 ລ້ານຢວນ ໃຫ້ແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
ໃນພິທີເປີດສາຍຮູບເງົາໃນຄັ້ງນີ້, ຍັງມີ ສະຫາຍເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ; ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ນະຄອນສາງຊາ, ແຂວງຫູນານ; ສະຫາຍການນຳ ຂອງ ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ອຸດົມໄຊ ແລະ ຫຼວງພະບາງ ທີ່ເປັນແຂວງແຮກສ່ຽວກັບແຂວງຫູນານ ເຂົ້າຮ່ວມຜ່ານວິດີໂອທາງໄກ ໃນພິທີດັ່ງກ່າວ.



