ແພດໝໍ ແລະຄະນະຮັບ ຜິດຊອບວຽກງານສັກຢາຂອງຫ້ອງການສາທາ ລະນະສຸກເມືອງ ທຸລະຄົມແຂວງວຽງຈັນໄດ້ສືບຕໍ່ເລັ່ງ ສັກວັກຊິນປ້ອງກັນພະຍາດໂຄວິດ 19 ແບບເຂົ້າເຖິງຄອບຄົວຢູ່ບ້ານຕ່າງຯ, ຕາມແຜນການ ແລະ ລາຍຊື່ທີ່ໄດ້ຂຶ້ນແຜນເກັບກໍາສັງລວມໄວ້, ໂດຍຈັດຕັ້ງກັນລົງໄປສັກໃຫ້ປະຊາຊົນຢູ່ກັບເຮືອນເລີຍ, ເປັນຕົ້ນ: ຜູ້ເຖົ້າ, ຄົນພິການໄປມາຍາກ ທີ່ມີເງື່ອນໄຂສາມາດສັກໄດ້, ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງມາເຖິງປະຈຸບັນ ທົ່ວເມືອງສາມາດສັກວັກຊິນເຂັມທີໜຶ່ງໄດ້ 30,391 ຄົນ ເທົ່າກັບ 52%, ເຂັມທີສອງ ໄດ້ 25,296 ຄົນ ເທົ່າກັບ 43% ຂອງຈຳນວນພົນລະເມືອງທັງໝົດ ຈຳນວນ 58,390 ຄົນ, ໃນອາທິດຜ່ານມາໄດ້ລົງສັກຢູ່ 9 ບ້ານ ຄື: ບ້ານນໍ້າຫຍາມ, ພູເຂົາຄວາຍ, ນາເງິນ, ນານົກຂຸ້ມ, ບ້ານດົງ, ໜອງພົງ, ສຸກສາລາ ແລະ ບ້ານຫາດສວນ;
ອີງຕາມການລາຍງານຂອງ ທ່ານ ດິ້ງ ເລືອງໄຊ ກຳມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ ໃນວັນທີ 27 ພະຈິກ 2021 ໃຫ້ຮູ້ວ່າ: ໃນສະເພາະໜ້ານີ້ ຄະນະສະເພາະກິດເມືອງ ກໍ່ຄືຫ້ອງການສາທາ ລະນະສຸກເມືອງ ໄດ້ກະກຽມຄວາມພ້ອມ ສືບຕໍ່ສັກວັກຊິນໃຫ້ກຸ່ມເປົ້າໝາຍທີ່ມີອາຍຸແຕ່ 12 ຫາ ອາຍຸ 17 ປີ ແນໃສ່ຮັບປະກັນໃຫ້ອັດຕາປົກຄຸມຂອງຜູ້ໄດ້ຮັບການສັກວັກຊິນບັນລຸຕາມຈຸດປະສົງ ແລະ ສຳເລັດຕາມແຜນການ, ຕິດພັນກັບການສ້າງຂະບວນ ການກະກຽມຄວາມພ້ອມເປີດປະເທດເທື່ອລະກ້າວ, ປຸກລະດົມປະຊາຊົນທຸກຊັ້ນຄົນໃນສັງຄົມ ເປັນເຈົ້າການຕອບໂຕ້ ແລະ ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ, ປະກອບສ່ວນສ້າງຜົນງານຮອບດ້ານຂໍ່ານັບຊົມເຊີຍວັນສ້າງຕັ້ງແຂວງວຽງຈັນຄົບຮອບ 40 ປີ ແລະ ວັນສະຖາປານາສາທາລະ ນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 46 ປີ;
ປະຈຸບັນໄດ້ເອກະພາບກັບຄະນະສະເພາະກິດເມືອງ, ປະ ສານງານກັບຄະນະກຸ່ມບ້ານ ແລະ 42 ບ້ານ ພາຍ ໃນເມືອງ ເພື່ອເກັບກຳລາຍ ຊື່ຜູ້ມີອາຍຸແຕ່ 12 ປີ ຫາອາຍຸ 17 ປີ ວາງແຜນສັກໃຫ້ສຳເລັດ, ເຊິ່ງຄາດຄະເນຈະໄດ້ຈັດຕັ້ງປະຕິບັດໃນຕົ້ນເດືອນທັນວາ 2021ນີ້;
ເຊິ່ງມາເຖິງປະຈຸບັນທົ່ວເມືອງມີຕົວເລກຜູ້ຕິດເຊື້ອພະຍາດໂຄວິດ19 ສະສົມທັງໝົດ 582 ຄົນ, ກໍາລັງປິ່ນປົວ 202 ຄົນ, ປິ່ນປົວດີ 380 ຄົນ, ເສຍຊິວິດສະສົມ 3 ຄົນ, ກຳນົດເປັນບ້ານແດງ 20 ບ້ານ, ກຳລັງປິ່ນປົວຢູ່ສູນບ້ານບໍ່ 167 ຄົນ, ສູນກອງພັນໃຫຍ່ 497 ຈຳນວນ 39 ຄົນ, ສູນປິ່ນປົວໜອງແມ່ໄອ່ ຄ້າຍຂຸມຂັງກອງບັນຊາການ ປກສ ເມືອງ 47 ຄົນ, ອີງຕາມການຄາດຄະເນຈາກສະພາບປະຈຸບັນ ເຊື້ອພະຍາດໂຄວິດ 19 ຍັງຈະສືບຕໍ່ແຜ່ລະ ບາດ, ເນື່ອງຈາກການລະບາດຢູ່ເມືອງທຸລະຄົມມີລັກສະນະດາວກະຈາຍແຜ່ເຊືິ້ອໄປຫລາຍບ້ານ, ຫລາຍບ່ອນ ເມື່ອທຽບໃສ່ເມືອງອື່ນໆຂອງແຂວງວຽງຈັນແລ້ວເຫັນວ່າ ຕົວເລກຜູ້ຕິດເຊື້ອຢູ່ເມືອງທຸລະຄົມແມ່ນຍັງສູງຢູ່, ສະນັ້ນຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ພວກເຮົາຕ້ອງໄດ້ສືບຕໍ່ຍົກລະດັບມາດຕະການປ້ອງກັນຂຶ້ນຕື່ມ, ແລະ ຂໍຮຽກຮ້ອງໃຫ້ທຸກຄົນຢ່າໄດ້ຖືເບົາ, ຢ່າປະໝາດຢ່າງເດັດຂາດ ຈົ່ງພ້ອມກັນປະຕິບັດຄໍາສັ່ງ, ແຈ້ງການ ຂອງທ່ານເຈົ້າເມືອງ ແລະ ຂອງຮອງເຈົ້າເມືອງຢ່າງເຂັ້ມງວດ.
ຂ່າວ: ຖວທ ເມືອງທຸລະຄົມ.






