ວັນທີ 23 ເມສາ 2021, ຫ້ອງການສາທາລະນະສຸກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສົມທົບກັບອົງການປົກຄອງບ້ານຮ່ອງໄກ່ແກ້ວ ລົງສີດນ້ຳຢາຂ້າເຊື້ອ ຢູ່ຮ້ານຄາລາໂອເກະ 8118, ຮ້ານບັນເທີງວອດຄັບ ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ຢູ່ບ້ານຮ່ອງ ທີ່ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 59 ເຄື່ອນໄຫວໃຊ້ບໍລິການ.
ທ່ານ ເພັດສະໝອນ ເພັງເມືອງຄຸນ ເຈົ້າຂອງຮ້ານຄາລາໂອເກະ 8118 ແລະ ຮ້ານບັນເທີງວອດຄັບ ກ່າວວ່າ: ພາຍຫຼັງຮູ້ຂ່າວວ່າ ກໍລະນີທີ 59 ທີ່ເປັນນັກສຶກສາ ຕິດເຊື້ອພະຍາດໂຄວິດ-19 ທີ່ເຂົ້າມາໃຊ້ບໍລິການແຕ່ວັນທີ 7 ແລະ 11 ເມສາ 2021, ພາຍຫຼັງຄະນະສະເພາະກິດແຈ້ງໃຫ້ຮັບຮູ້ທາງຮ້ານ ໄດ້ປິດໃຫ້ບໍລິການ ແລະສີດຢາຂ້າເຊື້ອພະ ຍາດຢ່າງເລັ່ງດ່ວນ 1 ຄັ້ງ ແລະ ໃຫ້ພະນັກງານທຸກຄົນໄປກວດຫາເຊື້ອພະຍາດ ຜົນອອກມາເປັນລົບ ແລະ ບໍ່ຕິດເຊື້ອພະຍາດຈັກຄົນ.ປັດຈຸບັນ,ພະນັກ ງານຂອງຮ້ານພວກເຮົາແມ່ນກຳລັງກັກຕົວຢູ່; ການ ທີ່ສາທາເມືອງ ໄດ້ລົງມາສີດຢາຂ້າເຊື້ອໃຫ້ໃນຄັ້ງນີ້ ແມ່ນເປັນຜົນດີຫຼາຍທີ່ຈະເຮັດໃຫ້ຮ້ານຄາລາໂອເກະ ແລະ ຮ້ານບັນເທີງຂອງພວກຂ້າ ພະເຈົ້າ ປອດໄພຈາກເຊື້ອພະຍາດໂຄວິດ-19.
ທ່ານ ວິໄລ ວົງໄຊ ນາຍບ້ານຮ່ອງໄກ່ແກ້ວ ກ່າວຕື່ມອີກວ່າ: ພາຍຫຼັງຮັບຂ່າວຈາກໜ່ວຍສະເພາະກິດວ່າ ບ້ານຂອງພວກຂ້າພະເຈົ້າ ມີຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວໃຊ້ບໍລິການຮ້ານຄາລາໂອເກະ, ຮ້ານບັນເທີງ ແລະ ຮ້ານເຂົ້າ ປຽກ, ທາງອົງການປົກຄອງບ້ານ ກໍໄດ້ປະກາດທາງໂທລະໂຄ່ງທຸກໆວັນ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍຢູ່ພາຍໃນບ້ານຮັບຮູ້ ພ້ອມທັງລົນນະລົງໃຫ້ພວກເພີ່ນປ້ອງກັນຕົນເອງຢ່າງເຂັ້ມງວດ, ສ່ວນຮ້ານຄາລາໂອເກະ, ຮ້ານບັນເທີງຕ່າງໆທີ່ມີຄວາມສ່ຽງພາໃຫ້ແພ່ເຊື້ອນັ້ນ ພວກເຮົາໃຫ້ປິດກິດຈະການຊົ່ວ ຄາວທັງໝົດ, ມາເຖິງບັນຈຸບັນນີ້, ພໍ່ແມ່ປະຊາຊົນພາຍໃນບ້ານຮ່ອງໄກ່ແກ້ວ ແມ່ນຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄດ-19 ເທື່ອ.
Cr: ຈັນສະໝອນ ໝື່ນສີ



