ທ່ານ ສະໜອງ ທອງຊະນະ ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນໃນທ້າຍອາທິດຜ່ານມານີ້, ກ່ຽວກັບການກະກຽມຮັບມືກັບໄພ ພິບັດ, ນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນລະດູຝົນປີນີ້ວ່າ: ເພື່ອຮັບມື ແລະ ຕອບໂຕ້ໄພພິບັດລະດັບຊາດ ແລະ ໃນໄລຍະລະດູຝົນນີ້ ມັກເກີດມີສະພາບນໍ້າຖ້ວມຢູ່ໃນຫຼາຍທ້ອງຖິ່ນ, ເຊິ່ງກະທົບຕໍ່ສຸຂະ ພາບ ກໍຄື ຊີວິດຂອງປະຊາຊົນ ໃນເຂດທີ່ຖືກກະທົບຈາກນໍ້າຖ້ວມ, ໂດຍສະເພາະເກີດມີພະຍາດຕ່າງໆທີ່ມາກັບນໍ້າ.
ສະນັ້ນ, ເພື່ອປ້ອງກັນບັນຫາດັ່ງກ່າວ, ຂະແໜງສາທາລະນະສຸກ ກໍໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບມື ແລະຕອບໂຕ້ສຸກເສີນດ້ານສາ ທາລະນະສຸກຫຼັງນໍ້າຖ້ວມ ໂດຍສະເພາະໄດ້ແນະນໍາໃຫ້ໂຮງໝໍ 17 ແຂວງ ແລະ ໂຮງໝໍເມືອງ 135 ແຫ່ງທົ່ວປະເທດ ໄດ້ກະກຽມພ້ອມໃນການປິ່ນປົວສຸກເສີນ.
ນອກນີ້, ຍັງໄດ້ແນະນໍາໃຫ້ກະກຽມວຽກງານອະນາໄມ-ສົ່ງເສີມສຸຂະພາບ ໂດຍເນັ້ນໃຫ້ເອົາໃຈໃສ່ວຽກສຸຂະສຶກສາດ້ານຄວາມສະອາດ, ສິ່ງແວດລ້ອມ, ວິດຖ່າຍ, ໂດຍສະເພາະສຸຂະພາບ ແມ່ ແລະເດັກ, ໂພຊະນາການ ແລະ ພາຍ ຫຼັງນ້ຳແຫ້ງອາດຈະມີການລະບາດຂອງພະຍາດຕ່າງໆ, ເຊິ່ງອາດມີການຕິດເຊື້ອ, ການແຜ່ເຊື້ອ ໃນກຸ່ມຜູ້ປະສົບເຄາະຮ້າຍໃນເຂດຕ່າງໆ.
ທ່ານ ສະໜອງ ທອງຊະນະ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໄດ້ແນະນໍາໃຫ້ໂຮງງານຜະລິດຢາ ກະກຽມສຳຮອງຢາ ແລະ ອຸປະກອນການແພດ ໃຫ້ສາມາດຜະ ລິດຕອບສະ ໜອງ ແລະ ຈັດສັນງົບປະມານໃຫ້ພຽງພໍ. ນອກນີ້, ຍັງໄດ້ມີການນຳສົ່ງຢາ ແລະ ອຸ ປະກອນ ກະກຽມໄວ້ຢູ່ສາງແຕ່ລະພາກ; ສໍາລັບສູນກາງໄດ້ກະກຽມລົດຮັບ-ສົ່ງຢາ ແລະ ອຸປະກອນການແພດ ຖ້າມີຄວາມຮຽກຮ້ອງຕ້ອງການ ໃຫ້ສາມາດສົ່ງທັນເວລາ; ໄດ້ມີການກະກຽມລົດແພດສຸກ ເສີນ ເພື່ອນຳສົ່ງຄົນເຈັບຕະຫລອດ ຢູ່ສູນກາງ ແມ່ນມີລົດນຳສົ່ງຄົນເຈັບໃນລະດັບທີ່ທັນສະໄໝ ສາມາດຜ່າຕັດຄົນເຈັບໄດ້ກັບທີ່, ເຊິ່ງກຽມພ້ອມຕະຫຼອດ 24 ຊົ່ວໂມງ.
May be an image of 4 people, body of water and road
Loading...