ສານສະແດງຄວາມຂອບໃຈ ຈາກທ່ານ ເຊີ້ນຫາຍຊົງ ຜູ້ອຳນວຍການໃຫຍ່, ຫົວໜ້າບັນນາທິການໃຫຍ່
ສະຖານີວິທະຍຸໂທລະພາບສູນກາງຈີນ ໃນວັນທີ 6 ກໍລະກົດ 2021 ເຖິງ ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ເນື້ອໃນຂອງສານສະແດງຄວາມຂອບໃຈຂຽນວ່າ:
ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສູງຕໍ່ທ່ານທີ່ໄດ້ສົ່ງສານຊົມເຊີຍເຖິງສະຖານີວິທະຍຸໂທລະພາບສູນກາງຈີນດ້ວຍຄວາມອົບອຸ່ນ ແລະຈິງໃຈ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ.
ຈີນ ແລະລາວເປັນປະເທດສັງຄົມນິຍົມຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະເປັນຄູ່ຮ່ວມຊາຕາກຳທີ່ໜັກແໜ້ນ. ຕະຫຼອດໄລຍະ 60 ປີພາຍຫຼັງສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ສອງປະເທດຈີນລາວມີຄວາມເຂົ້າໃຈກັນ ແລະມີການໄປມາຫາສູ່ກັນດ້ວຍຄວາມຈິງໃຈມາໂດຍຕະຫຼອດ ເຊິ່ງໄດ້ສ້າງແບບຢ່າງໃຫ້ແກ່ການແລກປ່ຽນ ແລະການໄປມາຫາສູ່ກັນລະຫວ່າງປະເທດ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ໃນສະພາບການປັດຈຸບັນ, ສື່ມວນຊົນຂອງສອງປະເທດຈີນ-ລາວ ຍັງມີໜ້າທີ່ຄວາມຮັບຜິດຊອບຫຼາຍຂຶ້ນກວ່າເກົ່າ ແລະມີບົດບາດສຳຄັນທີ່ສຸດໃນການຂະຫຍາຍສາຍພົວພັນສອງຝ່າຍໃນຍຸກໃໝ່. ເປັນເວລາດົນນານມາແລ້ວ, ສະຖານີວິທະຍຸໂທລະພາບສູນກາງຈີນ ແລະວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດຕັ້ງຜັນຂະຫຍາຍການຮ່ວມມືຢ່າງກວ້າງຂວາງໃນດ້ານການຮ່ວມກັນຜະລິດລາຍການ, ຮ່ວມມືກັນເຜີຍແຜ່ຂໍ້ມູນຂ່າວສານ, ການແລກປ່ຽນດ້ານບຸກຄະລາກອນ ແລະອື່ນໆ. ໂດຍຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດການສ້າງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີ, ຫວັງວ່າພວກເຮົາຈະເພີ່ມທະວີການຮ່ວມມືທີ່ຕິດແທດຕົວຈິງ, ຮ່ວມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳສອງຝ່າຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ ດ້ວຍການແລກປ່ຽນດ້ານວັດທະນະທຳຢ່າງແໜ້ນແຟ້ນ.