ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ,
ໃນປີນີ້, ພວກເຮົາໄດ້ຮ່ວມກັບປະຊາຊາດໃນທົ່ວໂລກ ຈັດຕັ້ງພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມ ໂລກ ວັນທີ 5 ມິຖຸນາ ທີ່ໄດ້ໝູນວຽນມາ ຄົບຮອບ 50 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ຊຶ່ງດຳເນີນໄປຄຽງຄູ່ກັບ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໂດຍຖືໂອກາດເອົາ 2 ວັນສຳຄັນດັ່ງກ່າວເປັນ ການປູກຈິດສໍານຶກ ແລະ ທັງເປັນການປຸກລະດົມ ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງ ຈິງຈັງ ເພື່ອຖະໜຸຖະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ເຊິ່ງຄຳຂວັນຂອງປີນີ້ແມ່ນ “ໂລກມີພຽງໜຶ່ງດຽວ” (Only One earth) ໂດຍເນັ້ນໜັກໃສ່ ການຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ,
ດັ່ງທີ່ພວກເຮົາຮູ້ນຳກັນດີແລ້ວວ່າ, ໂລກເຮົາປະເຊີນໜ້າກັບວິກິດການ ທາງດ້ານສິ່ງແວດລ້ອມເປັນໄລຍະເວລາຫຼາຍປີມາແລ້ວ ເປັນຕົ້ນການປ່ຽນແປງດິນຟ້າອາກາດ, ບັນຫາມົນລະພິດ ແລະ ການສູນເສຍຊີວະນາໆພັນ. ໃນປະຈຸບັນ, ດິນຟ້າອາກາດຍິ່ງມີການປ່ຽນແປງໃນລະດັບໄວເກີນກວ່າມະນຸດ ແລະ ທຳມະຊາດຈະ ປັບຕົວເຂົ້າກັບສະພາບໄດ້ທັນ. ບັນຫາດັ່ງກ່າວ ແມ່ນເກີດມາຈາກການກະທໍາຂອງມະນຸດໃນຂະບວນການ ພັດທະນານັ້ນເອງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ທີ່ຂາດການຊັ່ງຊາໄລ່ລຽງຢ່າງສົມເຫດສົມຜົນ ເຊິ່ງສິ່ງດັ່ງກ່າວໄດ້ກາຍເປັນບັນຫາທ້າທາຍ ແລະ ເປັນໄພຂົ່ມຂູ່ຕໍ່ມວນມະນຸດ ແລະ ສິ່ງທີ່ມີຊີວິດໃນທົ່ວໂລກ.
ຕໍ່ຫນ້າ ສະພາບການດັ່ງກ່າວ, ບັນດາປະຊາຊາດໃນໂລກ ກໍບໍ່ໄດ້ລົດລະຄວາມພະຍາຍາມໃນການຮ່ວມມື ກັນປົກປັກຮັກສາສິ່ງແວດລ້ອມ ໂດຍໄດ້ຊຸກຍູ້ຂະບວນການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ພ້ອມທັງ ຮັບປະກັນການແກ້ໄຂບັນຫາໂລກຮ້ອນ ໂດຍຍຶດໝັ້ນການປະຕິບັດ ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ເຊິ່ງໄດ້ກຳນົດເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມ ສະເລ່ຍຂອງໂລກ ບໍ່ໃຫ້ກາຍ 2° C ແລະ ດີແທ້ແມ່ນບໍ່ໃຫ້ເກີນ 1.5°C.
ເພື່ອຮ່ວມກັບປະຊາຄົມໂລກ ໃນການປົກປັກຮັກສາໂລກໜ່ວຍນີ້, ສປປ ລາວ ໃນຖານະເປັນປະ ເທດພາຄີຂອງບັນດາສົນທິສັນຍາສາກົນ ທີ່ກ່ຽວຂ້ອງກັບສິ່ງແວດລ້ອມ, ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ໃນການປະຕິບັດພັນທະຂອງຕົນ ໂດຍໄດ້ວາງເປົ້າໝາຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວເທື່ອລະກ້າວ ແລະ ເມື່ອຮອດ ປີ 2050, “ປະເທດພວກເຮົາຈະກາຍເປັນປະເທດທີ່ມີການປ່ອຍທາດອາຍເຮືອນແກ້ວເປັນ ສູນ” ເພື່ອເນັ້ນໃສ່ການຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ຜົນກະທົບຈາກສະພາບການປ່ຽນແປງ ດິນຟ້າອາກາດ ແລະ ໄພພິບັດທຳມະຊາດ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ, ຄຽງຄູ່ກັບການມີສ່ວນຮ່ວມໃນເວທີສາກົນແລ້ວ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍັງໄດ້ກຳນົດທັດສະນະພື້ນຖານດ້ານສິ່ງແວດລ້ອມ ໂດຍຖືສຳຄັນການພັດທະນາແບບສີຂຽວສົມດູນ ແລະ ສະກັດກັ້ນມົນລະພິດ, ສ້າງລະບົບການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນໍ້າໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ແລະ ຖືການປະຕິບັດບັນດາມາດຕະການຮັບປະກັນດ້ານສິ່ງແວດລ້ອມທີ່ດີ ເປັນເງື່ອນໃນການພິຈາລະນາອະນຸມັດ ໂຄງການພັດທະນາຕ່າງໆ. ເພື່ອຈັດຕັ້ງຜັນຂະຫຍາຍທິດທາງນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍໄດ້ກໍານົດຄາດໝາຍ ແລະ ໜ້າວຽກຈຸດສຸມ ກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ດ້ວຍການສ້າງລະບົບການຄຸ້ມຄອງ, ປົກປັກຮັກສາ, ປູກ ຫຼື ຟື້ນຟູ ແລະ ນຳໃຊ້ໃຫ້ມີຄວາມຍືນຍົງ ແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ແລະ ເປັນແຫຼ່ງທຳມາຫາກິນຂອງປະຊາຊົນບໍ່ໃຫ້ບົກແຫ້ງ. ບົນຈິດໃຈດັ່ງກ່າວ, ລັດຖະບານ ໄດ້ອອກແຮງຊຸກຍູ້ ໃຫ້ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດກົດໝາຍສິ່ງແວດລ້ອມ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ມີ ການວາງແຜນພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມທີ່ດີ, ສົ່ງເສີມເສດຖະກິດ ແລະ ເຕັກໂນໂລຊີ ທີ່ ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປີດກວ້າງການມີສ່ວນຮ່ວມຂອງປວງຊົນທັງຊາດ ລວມທັງ ອົງການຈັດຕັ້ງພາຍໃນ ແລະ ສາກົນ ໃນວຽກງານສິ່ງແວດລ້ອມໃຫ້ຫຼາຍຂຶ້ນ.
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ໃນຄັ້ງນີ້, ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວບັນດາເຜົ່າ ຂໍຮຽກຮ້ອງມາຍັງປະຊາຊົນລາວທັງຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການຜະລິດ-ທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ລວມທັງ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈ ປົກປັກຮັກສາສິ່ງແວດລ້ອມໂດຍຫັນປ່ຽນພຶດຕິກຳ ແລະ ຈິນຕະນາການ ຈາກການພັດທະນາເສດຖະກິດ-ສັງຄົມ ທີ່ທຳລາຍສິ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມເພື່ອໃຫ້ມີຄວາມຍືນຍົງ ແລະ ຍາວນານ. ທັງໝົດນີ້ ກໍເພື່ອຄຸນນະພາບຊີວິດທີ່ດີຂອງປະຊາຊົນ, ສ້າງປະເທດລາວໃຫ້ເປັນປະເທດ ຂຽວ ສະອາດ ງາມຕາ ແລະ ປົກປັກຮັກສາໜ່ວຍໂລກນີ້. ສະນັ້ນ, ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃນການປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” (Only One Earth) ໃຫ້ກາຍເປັນໂລກທີ່ປອດໄພ, ເປັນໂລກທີ່ມີຄວາມອຸດົມສົມບູນ ແລະ ໜ້າຢູ່.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ພັນຄຳ ວິພາວັນ