ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ແຂວງສາລະວັນ ຈັດຝຶກອົບຮົມດົນຕີພື້ນເມືອງ ຂຶ້ນໃນວັນທີ 3 ກໍລະກົດ 2023 ທີ່ໂຮງຮຽນ ມ.ສ ສາລະວັນໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ຄຳສວນ ວົງທອງຄຳ ຫົວໜ້າສະ ໂມສອນດົນຕີລາວລ້ານຊ້າງ, ມີບັນດານັກວິທະຍາກອນມາຈາກສູນກາງ 8 ຄົນ ແລະ ສຳມະນາກອນເຂົ້າຮ່ວມ 50 ຄົນ.
ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ກ່າວວ່າ: ດົນຕີພື້ນເມືອງ ເປັນມໍລະດົກທາງດ້ານວັດທະນະທຳ ທີ່ບັນພະບູລຸດຂອງຄົນລາວ ໄດ້ສ້າງ ແລະ ສະສົມມາຈົນເທົ່າທຸກວັນນີ້ ຈົນກາຍເປັນເອກະລັກຂອງທ້ອງຖິ່ນຕ່າງໆ ທີ່ມີສີສັນແຕກຕ່າງກັນທີ່ເກົ່າແກ່ ແລະ ເປັນເອກະລັກສະເພາະຂອງທ້ອງຖິ່ນ ໂດຍສະເພາະ (ແຄນ) ແຄນແມ່ນດົນຕີພື້ນເມືອງປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມ ແລະ ນຳໃຊ້ຢ່າງກວ້າງຂວາງ ໃນກຸ່ມເຊື້ອຊາດລາວ ນັບເປັນເວລາຫຼາຍຮ້ອຍປີ ແລະ ໃນໄລຍະຜ່ານມາແຄນກໍໄດ້ຮັບຮອງເປັນມໍລະດົກໂລກຂອງລາວ.
ໃນໄລຕໍ່ໜ້ານີ້ ລຳສາລະວັນ ຊຶ່ງເປັນລຳມະຫາອຳນາດ ແລະ ເປັນລຳທ້ອງຖິ່ນຂອງແຂວງສາລະວັນ ກໍຈະໄດ້ຮັບຮອງເປັນມໍລະດົກທ້ອງຖິ່ນຂອງແຂວງ ສະນັ້ນລຳສາລະວັນ ມັນກໍຕ້ອງຄູ່ກັບແຄນ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ຈົ່ງເອົາໃຈໃສ່ໃນການຝຶກອົບຮົມໃຫ້ໄດ້, ໃຫ້ເປັນ ແລະ ໃນຕໍ່ໜ້ານີ້ຖ້າຫາກວ່າມີງານ ຫຼື ກິດຈະກຳອື່ນໆຂອງແຂວງຈັດຂຶ້ນຖ້າຫາກວ່າມີການສະແດງສີລະປະ ແມ່ນຈະເອົາດົນຕີພື້ນເມືອງເຂົ້າເປັນພາກບັງຄັບເປີດສາກສະແດງກ່ອນລາຍການອື່ນໆ, ພ້ອມນັ້ນ ນອກຈາກຈະໄດ້ຮຽນຮູ້ວິທີເປົ່າແຄນແລ້ວຍັງຈະໄດ້ຮຽນຮູ້ວິທີຜະລິດແຄນ, ເປົ່າຄຸ່ຍ, ຕີລະນາດ, ດີດພີນ ແລະ ອື່ນໆທີ່ເປັນເຄື່ອງດົນຕີພື້ນເມືອງ, ຊຸດຝຶກອົບຮົມຄັ້ງນີ້ ຮອດວັນທີ 25 ກໍລະກົດ ປີ 2023 ຈຶ່ງຈະສຳເລັດ ແລະ ທ່ານ ຄຳສວນ ວົງທອງຄຳ ກໍໄດ້ມອບເຄື່ອງຕີພື້ນເມືອງຈຳນວນໜຶ່ງ ກ່າວຮັບໂດຍທ່ານ ສົມໃຈ ອຸ່ນຈິດ.
ຂ່າວ-ພາບ: ສິດຕາ ເພັດວົງສາ