ວັນທີ 26 ມັງກອນ 2022 ສາລະວັນໄດ້ກອງປະຊຸມປຶກສາ-ຫາລື ແລະ ແບ່ງຄວາມຮັບຜິດຊອບໃນຄະນະຊີ້ນໍາປັບປຸງຄຸນນະພາບໝາກພ້າວ ແລະ ຈັດງານເທສະການໝາກພ້າວນາໄຊ ຢູ່ທີ່ສະໂມ ສອນຊັ້ນສອງຂອງແຂວງໂດຍເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີບັນດາທ່ານຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງ ເລກທີ 32/ຈຂ.ສວ ວ່າດ້ວຍ: ການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຮັບຜິດຊອບປັບປຸງຄຸນນະພາບໝາກພ້າວ ແລະ ຈັດງານເທດສະການໝາກພ້າວນາໄຊ ທັງນີ້ກໍເພື່ອເປັນການແບ່ງງານ, ແບ່ງຄວາມຮັບຜິດ ຊອບພາຍຄະນະຢ່າງລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສໍາເລັດ ເພື່ອສຸມໃສ່ປັບປຸງ, ຊຸກຍູ້- ສົ່ງເສີມ, ຍົກສູງຄຸນນະໝາກພ້າວກາຍມາເປັນຜະລິດຕະພັນໝາກພ້າວນາໄຊທີ່ມີຄວາມຫຼາກຫຼາຍ ຮູ້ເຖິງຄຸນປະໂຫຍດທາງດ້ານໂພຊະນາການຕ່າງຂອງໝາກພ້າວ ສ້າງເປັນຈຸດບໍລິການໃນຮູບແບບໃໝ່ໆ ການປຶກສາ-ຫາລືຄັ້ງນີ້ ໄດ້ກໍານົດເອົາ ວັນທີ 14-18 ຂອງເດືອນ ມີນາ 2022 ເປັນມື້ຈັດ ງານເທດສະການໝາກພ້າວນາໄຊ ໃນນັ້ນຈະປະກອບດ້ວຍຫຼາກຫຼາຍກິດຈະກຳເປັນຕົ້ນ: ປະກອບມີຮ້ານວາງສະແດງສິນຄ້າຈໍານວນ 10 ຮ້ານ, ມີການສະແດງສິລະປະບົດຟ້ອນຂອງບັນດາເຜົ່າ, ຕະ ຫຼາດນັດ ແລະ ກິດຈະກໍາອື່ນໆ ໃຫ້ເໝາະສົມ ແລະ ຕິດພັນກັບການທ່ອງທ່ຽວ ສິ່ງສໍາຄັນຕ້ອງໄດ້ມີ ການປຸກລະດົມຂະບວນການວັດທະນະທໍາການທ່ອງທ່ຽວ, ສ້າງບ້ານໃຫ້ກາຍເປັນບ້ານພັດທະນາຕາມ4 ເນື້ອໃນ 4 ຄາດໝາຍ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ຄວາມເປັນລະບຽບຮຽບຮ້ອຍສະຫງົບໂດຍພື້ນຖານ, ສະອາດຈົບງາມ, ການກໍານົດເອົາສະຖານທີ່ຈັດງານໃຫ້ມີຄວາມເໝາະສົມ ທັງນີ້ກໍເພື່ອເຮັດໃຫ້ງານດັ່ງກ່າວມີບັນຍາກາດຟົດຟື້ນມ່ວນຊື່ນໃຫ້ສົມກັບສັນຍານາມທີ່ວ່າ: ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ, ເຫຼົ້າຂາວເມືອງຄົງ, ລໍາວົງສາລະວັນ.
ໂດຍ: ກິນດາວັນ ອ້ວນນາຄູ


