ວັນທີ 9 ພະຈິກ 2021, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ສະແດງຕົວປິດລ້ອມລົດເປົ້າ ໝາຍຢາເສບຕິດ ເພື່ອຈັບກຸມ, ແຕ່ເປົ້າໝາຍບໍ່ໃຫ້ຄວາມຮ່ວມມື ແລະ ຍັງເອົາຕົວຫຼົບໜີ,ເຈົ້າໜ້າທີ່ຈິ່ງນໍາໃຊ້ປືນຍິງຕີນລົດເປົ້າໝາຍ, ສາມາດຕິດຕາມຈັບ ຕົວທ້າວ ວັນນະເລດ ຫຼື ຕະ ອາຍຸ 29 ປີ ແລະ ນາງ ແຄັດຕີ້ ອາຍຸ 20 ປີ, ທັງສອງຜົວເມຍ ກໍາມະກອນ ຢູ່ບ້ານທ່າແຂກໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ພ້ອມຢາບ້າຈໍານວນໜຶ່ງ.
ພັນໂທ ພົມມະລາ ບົວລະພາ ຫົວໜ້າທີ່ ປກສ ເມືອງທ່າແຂກ ໃຫ້ຮູ້ວ່າ: ໃນເວລາ 14:00 ໂມງ ຂອງວັນທີ 9 ພະຈິກ 2021 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງທ່າແຂກ ໄດ້ຮັບລາຍງານຈາກເພື່ອນຮ່ວມງານ ວ່າຈະມີການນັດສົ່ງຢາເສບຕິດ ( ຢາບ້າ ) ຢູ່ຂອບເຂດບ້ານນາບວບ ເມືອງທ່າແຂກ, ເຈົ້າໜ້າທີ່ ໄດ້ເກັບກໍາຂໍ້ມູນ ເຫັນວ່າເປັນຄວາມຈິງ ຈິ່ງແຕ່ງຕັ້ງກໍາລັງຕິດຕາມເປົ້າໝາຍ.
ຮອດເວລາປະມານ 15:00 ໂມງ ຂອງວັນດຽວກັນ ໄດ້ມີລົດເກງອີແລນຕ້າ ສີດໍາບໍ່ຕິດປ້າຍທະບຽນ ແລ່ນອອກຈາກເມືອງທ່າແຂກ ມຸ່ງໜ້າໄປທາງບ້ານນາບວບ, ພໍໄດ້ຮອດຈຸດນັດພົບ ລົດຄັນດັ່ງກ່າວໄດ້ຈອດຢູ່ແຄມທາງ ເລກ ທີ 13 ໃຕ້ ໃນເວລາຕໍ່ມາ ເຈົ້າໜ້າທີ່ໄດ້ຕິດຕາມ ແລະ ສະແດງຕົວປິດລ້ອມເພື່ອຈັບກຸມ ພ້ອມທັງບອກເປົ້າໝາຍລົງຈາກລົດເພື່ອກວດກາ, ແຕ່ບໍ່ຍອມໃຫ້ຄວາມຮ່ວມມື ແລະ ຍັງໃຊ້ລົດເກງ ຕໍາລົດຂອງເຈົ້າໜ້າທີ່ ເພື່ອຫຼົບໜີ.
ເມື່ອເຫັນເປັນແນວນັ້ນ ທາງເຈົ້າໜ້າທີ່ ຈຶ່ງນໍາໃຊ້ປືນໃສ່ຕີນລົດ ຈໍານວນ 8 ນັດ ເຮັດໃຫ້ຕີນຫຼັງເບື້ອງຂົວແຕກ, ແຕ່ເປົ້າໝາຍ ກໍຍັງສືບຕໍ່ຂັບຂີ່ລົດລົດໜີ ແລະ ໄດ້ຖິ້້ມຢາບ້າ ຢູ່ເຂດບ້ານນາໂດນ ຈາກນັ້ນ ກໍຖິ້ມໂທລະສັບ 2 ໜ່ວຍຢູ່ບ້ານນາສະອາດ; ພາຍຫຼັງໜີໄປໄດ້ 12 ກິໂລແມັດ ເຈົ້າ ໜ້າທີ່ສາມາດຈັບຕົວໄດ້ທັນ ຢູ່ທີ່ໜ້າໂຮງຮຽນວິຊາຂີບດົງກະແສນ ເມືອງທ່າແຂກ ແຂວງຄໍາມ່ວນ ພ້ອມຢາເສບຕິດ ຈໍານວນໜຶ່ງ.
Cr: Khammouan News

