ໃນວັນທີ 25 ພຶດສະພາ 2021 ທີ່ຫໍປະ ຊຸມໃຫຍ່ຂອງແຂວງອັດຕະປື, ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ (ສພຂ) ອັດຕະປື ຊຸດທີ II ໄດ້ເປີດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໂດຍມີ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນໃນທາມກາງການປະຕິບັດບັນດາມາດຕະການຕ່າງໆ ໃນການປ້ອງກັນການຕິດເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ຕາມຄໍາແນະນໍາ ຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກ ແລະ ບົນພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ, ຄວາມຮັບຜິດຊອບສູງ ຂອງບັນດາສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນທີ່ນໍາເຂົ້າມາພິຈາລະນາໃນວາລະຂອງກອງປະຊຸມຄັ້ງນີ້.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງ ສສຂ ຊຸດທີ II. ຈາກນັ້ນ, ໄດ້ດຳເນີນການເລືອກຕັ້ງເອົາຕຳແໜ່ງສຳຄັນ ຂອງ ສພຂ ຊຸດທີ II ກໍຄືຕໍາແໜ່ງ ປະທານ ສພຂ ຊຶ່ງເລືອກໄດ້ທ່ານ ນາງ ມີນາພອນ ໄຊສົມພູ ເປັນປະທານສະພາປະຊາຊົນແຂວງອັດຕະປື ຊຸດທີ II. ພາຍຫຼັງສໍາເລັດການມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ເພັດແກ້ວ ເຮືອງປັນຍາ ປະທານສະພາປະຊາຊົນແຂວງ ຊຸດທີ I ແລະ ທ່ານ ນາງ ມີນາພອນ ໄຊສົມພູ, ກອງປະຊຸມໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ປະທານສະພາປະຊາຊົນແຂວງອັດຕະປື ຊຸດທີ II ຢ່າງມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມດັ່ງນີ້:
ກອງປະຊຸມໄດ້ເລືອກຕັ້ງຮອງປະທານ ສພຂ, ກໍາມະການຄະນະປະຈໍາ ສພຂ ແລະ ພ້ອມດຽວກັນກໍໄດ້ຮັບຮອງເອົາກົງຈັກການຈັດຕັ້ງ ຂອງ ສພຂ ຊຸດທີ II ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການ, ເລຂາທິການ ແລະ ຮັບຮອງເອົາການແຕ່ງຕັ້ງຮອງປະທານຄະນະກຳມະການ ຂອງ ສພຂ ຊຸດທີ II. ກອງປະຊຸມຍັງໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງເອົາບົດລາຍງານ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງ ສພຂ ຊຸດທີ II ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານ ຂອງ ສພຂ ໃນ 5 ປີຕໍ່ໜ້າ, ຮັບປະກັນການເຄື່ອນໄຫວຂອງ ສພຂ ຊຸດທີ II ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການອັນຈຳເປັນ ໃນການພັດທະນາເສດຖະກິດ-ສັງຄົມໃນ 5 ປີຕໍ່ໜ້າ ແລະ ສືບຕໍ່ຍົກສູງຄຸນນະພາບການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງອັດຕະປືໃຫ້ມີປະສິດຕິພາບ, ມີປະສິດທິຜົນ ແລະ ມີຄວາມເຂັ້ມງວດໃນການປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.
ໂດຍລວມແລ້ວ, ການເລືອກຕັ້ງເອົາບຸກຄະລາກອນໃນຕຳແໜ່ງສຳຄັນດັ່ງກ່າວ, ແມ່ນເປັນບາດກ້າວສຳຄັນໃນການສືບຕໍ່ ແລະ ບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນໃຫ້ໜັກ ແໜ້ນ, ເຂັ້ມແຂງເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກໃນ 5 ປີຕໍ່ໜ້າຕາມມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງອັດຕະປື ຄັ້ງທີ XI ວາງອອກໂດຍຫັນເປັນແຜນງານ, ໂຄງການອັນລະອຽດ ຂອງແຕ່ລະຂະແໜງການ ໃຫ້ເຂົ້າສູ່ສັງຄົມຢ່າງແທດເຖິງ ແລະ ເປັນຮູບປະທຳຫຼາຍຂຶ້ນ.
(ຂ່າວ-ພາບ: ມະນີວອນ)
Loading...