ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ພະຈິກ 2021 ແລະ ໄດ້ສຳເລັດລົງຢ່າງຈົບງາມ, ໂດຍການເປັນປະທານຂອງສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງລາວ ໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ສະຫລຸບການຈັດຕັ້ງປະຕິ ບັດແຜນພັດ ທະນາແມ່ຍິງລາວ ໃນໄລຍະ 5 ປີ (2016-2021) ແລະ ແຜນພັດ ທະນາແມ່ຍິງແຫ່ງຊາດ 5 ປີຕໍ່ໜ້າ (2021- 2025), ບົດລາຍງານການປັບປຸງກົດລະບຽບສະຫະພັນແມ່ຍິງລາວ ສະໄໝທີ VIII, ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ສະໄໝ ທີ VIII ພ້ອມທັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ເປັນປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ສິລິກິດ ບຸບຜາ ເປັນຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ລາວັນ ສຸດທິສານ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທັງເປັນປະທານກວດ ກາ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານຂອງຄະນະບໍລິຫານງານຊຸດເກົ່າຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ. ພ້ອມຖືກໂອກາດນີ້, ເນັ້ນໃຫ້ຄະນະສະຫະ ພັນແມ່ຍິງຊຸດໃໝ່ ຈົ່ງຄົ້ນຄວ້າຕື່ມໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ທີ່ກຳນົດໄວ້ໃນກົດລະບຽບ, ກົດໝາຍ ຂອງສະຫະ ພັນແມ່ຍິງລາວ ແລະ ຕັ້ງໜ້າສ້າງເງື່ອນໄຂ ແລະ ໂອກາດ ໃຫ້ສະຫະພັນແມ່ຍິງໃຫ້ໄດ້ຮັບການພັດທະນາ ໃນຖານະເປັນອົງການຕົວແທນໃນການປົກປ້ອງສິດ ແລະ ອັນຊອບຂອງແມ່ຍິງ ແລະ ເດັກນ້ອຍ; ສືບຕໍ່ນຳພາສຶກສາການເມືອງ-ແນວຄິດ ໃນຖັນແຖວສະມາຊິກແມ່ຍິງລາວ ໃຫ້ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ຮັກສາກຽດສັກສີຂອງແມ່ຍິງ, ບຸກທະລຸພັດ ທະນາແມ່ຍິງລາວ ສ້າງຄ່ານິຍົມທີ່ຖືກຕ້ອງ, ໃຫ້ກ້າຄິດ, ກ້າເຮັດ, ກ້າຮັບ ຜິດຊອບ, ສ້າງວິຖີຊີວີດໃໝ່ ພັດທະນາຕົນເອງ ແລະ ຄອບຄົວ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ; ສ້າງແບບ ແຜນວິທີການເຮັດວຽກ, ການເຮັດວຽກຕ້ອງມີແຜນການ, ແຜນງານ, ໃຫ້ສືບຕໍ່ເອົາໃຈໃສ່ຂະຫຍາຍສະມາຊິກແມ່ຍິງໃຫ້ກວ້າງຂວາງ. ນອກຈາກນີ້, ຍັງສະເໜີໃຫ້ສົມທົບກັບລັດຖະບານ, ອຳນາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນ ສ້າງຖັນແຖວແມ່ຍິງໃຫ້ມີຄວາມກ້າວໜ້າທຸກດ້ານ, ເຮັດໃຫ້ແມ່ຍິງທີ່ມີຄວາມສາມາດ ບັນຈຸເຂົ້າໃນໜ້າວຽກ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວແມ່ຍິງ, ໂດຍສະ ເພາະການເຊື່ອຖືງົມງວາຍ, ຖືກກົດໜ່ວງຈາກຮີດຄອງປະເພນີທີ່ຫລ້າຫລັງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການຄ້າມະນຸດ, ການໃຊ້ຄວາມຮຸນແຮງໃນຄອບຄົບ ແລະ ສັງຄົມ, ອະຄະຕິ, ບໍ່ສົ່ງ ເສີມເຊິ່ງກັນ ແລະ ກັນ, ເອົາໃຈໃສ່ພັດທະນາແມ່ຍິງ ໂດຍສະເພາະ ແມ່ຍິງທີ່ດ້ອຍໂອກາດ, ເຂດຫາງໄກສອກຫລີກ, ຜູ້ທີ່ທຸກຍາກ ດ້ວຍການສ້າງຄວມເຂັ້ມແຂງ, ສ້າງແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ເຂົາເຈົ້າ ເປັນຕົ້ນ ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ພະຍະຍາມໃຫ້ເຂົາເຈົ້າ ເຂົ້າເຖິງການສຶກສາ, ສ້າງວິຊາອາຊີບໃໝ່ ແລະ ເຂົ້າເຖິງນະວັດຕະກໍາໃໝ່, ເຂົ້າເຖິງທຶນ, ເຂົ້າເຖິງຕະຫລາດ ໃນການຜະລິດກະສິກໍາ, ຫັດຖະກໍາຕໍ່າຫູກທໍໄໝ, ການປຸງແຕ່ງ, ການຄ້າຂາຍ ແລະ ອື່ນໆ; ສ້າງໂອກາດໃຫ້ແມ່ຍິງຢູ່ຊົນນະບົດ ໃຫ້ຮູ້ຄ້າຂາຍ, ຜະລິດເປັນສິນຄ້າທີ່ຫລາກຫລາຍຮູບແບບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດ; ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການ ລົງເຖິງທ້ອງຖິ່ນຮາກຖານສັ່ງຈອງສິນຄ້າ, ຝຶກສອນເຂົາເຈົ້າໃຫ້ຜະລິດຖືກກັບຄວາມຕ້ອງການຂອງຕະຫລາດ ແລະ ມີການຜູກພັນຮັບຊື້ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ.


ຂ່າວ: ກິດຕາ
ພາບ: ເກດສະໜາ-ພອນເພັດ