ກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ທີ່ຈັດຂຶ້ນໃນວັນທີ 9 ພະຈິກ 2021 ຢູ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ນະຄອນຫລວງວຽງ ຈັນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານ ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ແຜນພັດທະນາວຽກງານໄອຍະການ, ຜ່ານບົດສຳຫລວດນຳພາລວມຂອງຄະນະບໍລິຫານງານພັກຊຸດເກົ່າ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V, ພ້ອມນີ້, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ອົງ ການໄອຍະການປະຊາຊົນສູງສຸດ ຊຸດໃໝ່ ຢ່າງເປັນປະຊາທິປະໄຕ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກຕັ້ງເອົາ ຄະນະບໍລິຫານງານຊຸດໃໝ່ 9 ສະຫາຍ, ຍິງ 2 ສະຫາຍ. ໃນນັ້ນ ໄດ້ເລືອກເອົາ ສະຫາຍ ໄຊຊະນະ ໂຄດພູທອນ ເປັນເລຂາຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ແລະ ເລືອກເອົາ ສະຫາຍ ບຸນທັນ ບຸນທະວິໄລ ເປັນຮອງເລຂາ ທັງເປັນປະທານກວດກາພັກ.

ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ກົມການເມືອງສູນກາງພັກ ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍໄດ້ເນັ້ນໜັກບາງບັນຫາ ທີ່ອົງການໄອຍະການປະຊາຊົນສູງສຸດ ຕ້ອງສຸມໃສ່ແກ້ໄຂ ເປັນຕົ້ນ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ຂາດຕົວເຊັ່ນ: ວຽກງານພັກ-ພະນັກງານ, ແບບແຜນວິທີເຮັດວຽກ, ການສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ໃນໝູ່ພະນັກງານ ໄອຍະການຈໍານວນໜຶ່ງ ແລະ ວຽກງານ ອື່ນໆ; ເອົາໃຈໃສ່ ສຶກສາອົບຮົມການເມືອງ- ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ຢ່າງເປັນປົກກະຕິ, ຕໍ່ເນື່ອງ ເພື່ອກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄໍາສັ່ງຕ່າງໆຂອງຂັ້ນເທິງ ກໍຄື ລະບຽບການພາຍໃນ ແລະ ວິຊາສະເພາະ ແນໃສ່ຮັບປະກັນ ເຮັດໃຫ້ສະມາຊິກພັກ-ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ດ້ານທິດສະດີການເມືອງ, ມີລະດັບຄວາມຮູ້ວິຊາສະເພາະທີ່ຕົນຮັບຜິດຊອບ, ແກ້ໄຂຄວາມບໍ່ໂປ່ງໃສຂອງພະນັກງານການນໍາ ແລະ ພະນັກງານ-ສະມາຊິກພັກຈໍານວນໜຶ່ງ, ແກ້ໄຂເລື່ອງແນວຄິດລໍາອຽງ ໃນການຄົ້ນຄວ້າ ແລະ ພິຈາລະນາຄະດີ ທີ່ຕິດພັນກັບຍາດພີ່ນ້ອງ ແລະ ຜົນປະ ໂຫຍດຂອງສ່ວນບຸກຄົນ ແລະ ອື່ນໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ 2 ວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທງດ້ານເສດ ຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຂົ້າໃສ່ແຜນພັດທະນາວຽກງານໄອຍະການປະຊາຊົນ ໃນ 5 ປີຕໍ່ໜ້າ ເປັນຕົ້ນ ການປັບປຸງການຈັດຕັ້ງໃຫ້ກະທັດຮັດ, ການປະຕິບັດນະໂຍບາຍປະຢັດ, ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານໃຫ້ມີປະສິດທິຜົນ, ຍົກສູງຄວາມຮັບຜິດ ຊອບ ແລະ ຄວາມສາມາດໃນການແກ້ໄຂຄະດີຢາເສບຕິດ, ຄະດີອາຊະຍາກໍາ, ຄະດີສໍ້ລາດບັງຫລວງ ແລະ ຄະດີ ອື່ນໆ ຮ່ວມກັບກະຊວງທີ່ກ່ຽວຂ້ອງ ເພື່ອຮັບປະກັນຕາມທິດຊີ້ນໍາທີ່ວ່າ “ເຂັ້ມງວດລົງໂທດຕໍ່ຜູ້ກະທໍາຜິດ ຕາມກົດໝາຍກໍານົດ”.

ພ້ອມນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງເນັ້ນໃຫ້ອົງການໄອຍະການປະຊາຊົນສູງສຸດ ຍົກສູງຄວາມສາມາດນໍາພາ ທາງດ້ານວິຊາສະເພາະຂອງຄະນະພັກ-ຄະນະນໍາ ອົງ ການໄອຍະການປະຊາຊົນສູງສຸດ ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ຖືກຕ້ອງຕາມຫລັກວິຊາການ. ໃນນັ້ນ, ເອົາໃຈໃສ່ສ້າງ ແລະ ປັບປຸງກົດ ໝາຍ ຫລື ນິຕິກໍາ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ ແລະ ເປັນບ່ອນອີງປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງມີຄວາມເປັນເອກະພາບ ພາຍໃນໝູ່ພະນັກງານໄອຍະການປະຊາຊົນແຕ່ລະຂັ້ນ, ທັງເປັນມາດຕະຖານເງື່ອນໄຂ ຕິດຕາມກວດກາ, ປະເມີນຜົນ ຂອງການຈັດຕັ້ງ, ການຕິດຕາມກວດກາຂອງປະຊາຊົນ ຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄອຍະການປະຊາຊົນ.
ຂ່າວ: ສົມຫວັງ