ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນ ບ່າຍຂອງວັນທີ 18 ມັງກອນ 2022 ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານ ຂອງທ່ານ ແດງ ປະທຸມທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ, ເປັນກຽດເຂົ້າຮ່ວມຂອງທ່ານ ທ່ານ ພົນຕີ. ຄໍາລຽງ ອຸທະໄກສອນ, ກໍາມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ ອາ ດີດພະນັກງານການນຳພັກ-ລັດ ຂອງແຂວງ, ບັນດາທ່ານສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ່ 18, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການກວດສອບປະຈໍາພາກາງ, ກົມກອງ ອ້ອມຂ້າງແຂວງ ແລະ ນາຍບ້ານເທດສະບານແຂວງ ເຂົ້າ ຮ່ວມ.
ຕະຫລອດໄລຍະ 2 ວັນເຕັມ ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II ບັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແລະ ສະມາຊິກສະພາປະຊາ ຊົນ ແຂວງ ໃນນາມເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊົນຊົນ ຊາວແຂວງໄຊສົມບູນ ໄດ້ຍົກສູງຄວາມຮັບຜິດຊອບ ໃນການປະກອບຄຳເຫັນ ໃສ່ທຸກເນື້ອໃນທີ່ນໍາມາພິ ຈາລະນາໃນກອງປະຊຸມໃນ ຄັ້ງນີ້ ບົນພື້ນຖານການເສີມຂະຫຍາຍສິດປະຊາທິປະໄຕ ແລະ ໄດ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາວຽກງານທີ່ສໍາຄັນຂອງອົງການປົກຄອງແຂວງ ເປັນຕົ້ນ: ຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງແຂວງໄຊສົມບູນ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການແກ້ໄຂຄວາມທຸກຍາກ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຄະນະສະເພາະກິດແກ້ໄຂຄວາມທຸກຍາກ ແຂວງ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈໍາພາກກາງ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດຂອງແຂວງປະຈຳປີ 2020, ບົດລາຍງານຂອງອົງ ການກວດກາລັດແຂວງ ກ່ຽວກັບການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວຂອງແຂວງໄຊສົມບູນ, ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານຂອງອົງການໄອຍະການແຂວງ, ສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະ ຕິບັດວຽກງານປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານແຜນການການຈັດຕັ້ງປະຕິບັດເຄື່ອນໄຫວວຽກ ງານ ປະຈໍາປີ 2021 ແລະ ທິດ ທາງແຜນການ ປະຈໍາປີ 2022 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ II.
ພ້ອມນີ້ ກອງປະຊຸມ ຍັງສະແດງຄວາມຊົມເຊີຍມາຍັງພາກສ່ວນຕ່າງໆ ທີ່ໄດ້ຕາງໜ້າປະຊາຊົນບັນ ດາເຜົ່າ ໃນທົ່ວແຂວງ ປະ ກອບຄຳຄິດຄຳເຫັນ ຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ກໍຄືບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ພ້ອມທັງ ນໍາເອົາຄວາມຄິດເຫັນ, ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງສະພາປະຊາຊົນ ແຂວງ.
ຂ່າວ: ພຸດທະສອນ ເວດສະວົງ
