ພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ(ຖວທ) ແຂວງສະຫວັນນະເຂດ ສົມທົບກັບ ນະຄອນໄກສອນ ພົມວິຫານ ພ້ອມດ້ວຍອຳນາດການປົກ ຄອງບ້ານ ລົງເຄື່ອນໄຫວຂຶ້ນບັນຊີອາຄານປະຫວັດສາດ ແລະ ຮັບຮອງເອົາອາຄານເກົ່າແກ່ ທີ່ເປັນມໍລະດົກທາງດ້ານສະຖາປັດຕະຍະກໍາຂອງທ້ອງຖິ່ນ ພາຍໃນນະ ຄອນ ໄກສອນ ພົມວິຫານ.
ທ່ານ ສົມພອນ ວິໄລວົງ ຫົວໜ້າຂະແໜງວັດທະນະທໍາ, ພະແນກ ຖວທ ແຂວງ ໄດ້ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດ ກໍານົດພື້ນທີ່ຄຸ້ມຄອງເຂດຕົວເມືອງເກົ່າ ມີ 7 ບ້ານຄື: ບ້ານໄຊຍະພູມ, ທ່າແຮ່, ໄຊຍະມຸງຄຸນ, ລັດຕະນະລັງສີໃຕ້, ລັດຕະນະລັງ ສີເໜືອ, ທ່າເມືອງ ແລະ ບ້ານຈອມແກ້ວ ໃນເນື້ອທີ່ທັງໝົດ 125 ເຮັກຕາ. ການຂຶ້ນບັນຊີອາຄານ ເພື່ອຄຸ້ມຄອງ ຈຶ່ງເປັນສິ່ງຈໍາເປັນ ເພື່ອເຮັດໃຫ້ອາຄານເກົ່າທີ່ຊົງຄຸນຄ່າຈໍານວນນັ້ນ ໄດ້ຮັບການປົກປັກຮັກສາຢ່າງຖືກຕ້ອງ ຕາມຫລັກການອະນຸລັກ.
ຜ່ານການເກັບກໍາຂໍ້ມູນ ອາຄານເກົ່າ- ເຮືອນເກົ່າ ໃນພື້ນທີ່ເຂດຕົວເມືອງເກົ່ານະ ຄອນ ໄກສອນ ພົມວິຫານ ທີ່ນອນໃນ 7 ບ້ານດັ່ງກ່າວ, ມີທັງໝົດ 184 ຫລັງ, ສາ ມາດຈັດປະເພດໄດ້ຄື: ອາຄານອະນຸລັກອັນດັບ 1 ເອີ້ນວ່າການສະຫງວນຮັກສາ ໝາຍວ່າເປັນການອະນຸລັກ ສະພາບໃນປັດຈຸບັນຂອງອາຄານ ແລະ ຄວາມດັ້ງເດີມໃຫ້ຄົງຢູ່ ມີ 8 ຫລັງ, ອາຄານອະນຸລັກອັນດັບ 2 ອາຄານບູລະນະ ເປັນການອະນຸລັກໃຫ້ກັບຄືນຢູ່ໃນສະພາບເກົ່າທີ່ເຄີຍເປັນ, ເຊິ່ງອາດມີການສ້ອມແປງ ໂດຍໃຊ້ວັດສະດຸ ສີມືຊ່າງ ແລະ ຮັກສາຕາມຮູບແບບດັ້ງເດີມໄວ້ ມີຈຳນວນ 13 ຫລັງ ແລະ ອາຄານອະນຸລັກອັນດັບ 3 ອາຄານຟື້ນຟູ ເປັນການອະນຸລັກແບບປະສົມປະສານ ການບູລະນະສ່ວນທີ່ມີຄຸນຄ່າ ກັບການປັບປຸງເພີ່ມເຕີມໃນສ່ວນໃໝ່ ເພື່ອປະໂຫຍດໃຊ້ສອຍ ມີ 163 ຫລັງ.
ມາຮອດປັດຈຸບັນ, ການຂຶ້ນບັນຊີອາຄານແມ່ນສໍາເລັດແລ້ວ ແລະ ຄາດວ່າໃນທ້າຍປີ 2021 ນີ້, ຈະໃຫ້ສໍາເລັດການເຮັດບົດບັນທຶກກັບເຈົ້າຂອງອາຄານເກົ່າ-ເຮືອນເກົ່າ ໂດຍແຈ້ງໃຫ້ເຈົ້າຂອງກໍາມະສິດຮັບຊາບ, ເລື່ອງການຂຶ້ນທະບຽນ ແລະ ລະ ລບຽບການໃນການບໍາລຸງຮັກສາ, ສ້ອມ ແປງອາຄານອະນຸລັກ ໂດຍທຸກການບູລະນະສ້ອມ ແປງ, ຕໍ່ເຕີມ ແລະ ນໍາໃຊ້ອາຄານເກົ່າ, ເຮືອນເກົ່າ ຫລື ປ່ຽນແປງການນໍາໃຊ້ອາຄານເກົ່າ ຕ້ອງໄດ້ຮັບອະນຸຍາດຈາກ ພະແນກ ຖວທ ແຂວງ, ພະແນກ ຍທຂ ແຂວງ ຖ້າລະເມີດຈະຖືກປັບໃໝ ແລະ ໃຫ້ຮື້ຖອນໃນສິ່ງຕໍ່ເຕີມໃໝ່.
Loading...