ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 9 ຫາ 10 ທັນວາ 2021 ກອງປະຊຸມຝຶກອົບການສ້າງນິຕິກຳໃຕ້ກົດ ໝາຍ ແລະ ຄວາມເຂົ້າໃຈກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ແກ່ສະມາຊິກສະພາປະຊາ ຊົນແຂວງຈໍາປາສັກ ທີ່ຈັດຂື້ນຢູ່ທີ່ສະ ໂມສອນຂອງເມືອງສຸຂຸມາ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈັບງາມ ໂດຍການເປັນປະທານເປີດ ແລະ ປິດກອງປະຊຸມຂອງ ທ່ານ ແກ້ວລັດຕະນະ ສີຫາວົງ ຄະນະປະຈໍາພັກແຂວງ ຮອງປະທານສະພາປະ ຊາຊົນແຂວງຈໍາປາສັກ ມີບັນດາທ່ານນັກວິ ທະຍາກອນຂອງສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງສັກ ປະຈໍາເຂດເລືອກຕັ້ງ 9 ເມືອງ, 1 ນະຄອນ ທີ່ເປັນນັກສໍາມະນາກອນ ແລະ ພະນັກງານວິຊາການທີ່ຮັບຜິດຊອບຮັບໃຊ້ ກອງປະ ຊຸມເຂົ້າຮ່ວມ.
ກອງປະຊຸມຝຶກອົບຄັ້ງນີ້, ຈັດຂື້ນໂດຍສະ ພາປະຊາຊົນແຂວງຈໍາປາສັກ ສົມທົບກັບ ສະພາແຫ່ງຊາດ ແລະ ອົງການສະຫາປະ ຊາຊາດ ເພື່ອການພັດທະນາ(UNDP) ແລະ ໂດຍມີຈຸດປະສົງເພື່ອຍົກລະດັບພາ ລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດ ໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະພາລະບົດບາດດ້ານນິຕິກໍາ, ດ້ານການຕົກລົງບັນຫາພື້ນຖານສໍາຄັນຂອງທ້ອງຖິ່ນ, ດ້ານການຕິດຕາມກວດກາ ແລະ ແນໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງຈໍາປາສັກ ໃຫ້ມີຄວາມເຂັ້ມແຂງ.
ໄລຍະຂອງການດໍາເນີນກອງປະຊຸມ, ມີທັງຮ່ວມແບບທາງໄກ(video conference ) ໂດຍນັກວີທະຍາກອນຈາກສະພາແຫ່ງຊາດ ທີ່ຢູ່ນະຄອນຫຼວງວຽງຈັນ ນໍາສະເໜີບົດຮຽນ ແລະ ການນໍາສະເໜີບົດຮຽນໃຫ້ຕົວຈິງຈາກນັກວິທະ ຍາກອນຂອງສະພາປະຊາຊົນແຂວງ ທີ່ເຂົ້າຮ່ວມກອງປະຊຸມ.​ ຜ່ານການຮັບຟັງ,​ ສາມາດເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງບັນດາທ່ານນັກສໍາມະນາກອນ ໃນການເຮັດໜ້າທີ່ຄວາມຮັບຜິດຊອບຂອງຕົນ ສຶກສາຄົ້ນຄວ້າ ແລະ ເຊື່ອມຊຶມເອົາບັນ ດາເນື້ອໃນບົດຮຽນ, ຕັ້ງຂໍ້ຊັກຖາມ ຕໍ່ຫົວຂໍ້ບົດຮຽນ ທີ່ນັກວິທະຍາກອນ ໄດ້ນໍາສະເໜີຢ່າງໜັກແໜ້ນເຂັ້ມແຂງ ແລະມີຈຸດສຸມ, ເຮັດໃຫ້ການດໍາເນີນກອງປະຊຸມເຕັມໄປດ້ວຍບັນຍາກາດຝົດຝື້ນ ແລະ ສ້າງສັນ.
ໃນຕອນທ້າຍຂອງການດໍາເນີນກອງປະ ຊຸມ, ທ່ານ ແກ້ວລັດຕະນະ ສີຫາວົງ ປະ ທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມຝຶກອົບຮົມຍົກລະດັບຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງຈໍາປາສັກ ຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນ ຍາກາດທີ່ເຄັ່ງຮ້ອນໃນທາບກາງສະພາບ ການລະບາດຂອງພະຍາດໂຄວິດ 19 ແລະ ສາມາດບັນລຸຜົນສໍາເລັດຢ່າງຈົບງາມ. ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການຝຶກອົບຮົມຄັ້ງນີ້, ພວກເຮົາມີຂໍ້ຄົງຄ້າງບາງດ້ານເປັນຕົ້ນ: ດ້ານງົບປະມານຈໍາກັດ, ເວລາດໍາເນີນກອງປະຊຸມໃຊ້ເວລາໜ້ອຍ ແຕ່ເນື້ອໃນມີຫຼາຍຫົວຂໍ້ ເຮັດໃຫ້ການສົນທະນາ ແລະ ແລກປ່ຽນບົດຮຽນ ໃຊ້ເວລາບໍ່ຫຼາຍ, ສ່ວນຫຼາຍອາ ໄສການບັນລະຍາຍເປັນຕົ້ນຕໍ, ອີກດ້ານໜຶ່ງການຈັດຝຶກອົບຮົມໃນຄັ້ງນີ້ ພັດນອນຢູ່ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຍັງລະບາດຢູ່ໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເປັນຜົນສໍາເລັດໃນເບື້ອງຕົ້ນ ທາງດ້ານຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວ ກັບຫຼັກການ, ທິດສະດີ, ສິ່ງສໍາຄັນທີ່ສຸດກໍ່ແມ່ນບັນດາທ່ານຕ້ອງນໍາເອົາທິດສະດີ, ບົດຮຽນ ທີ່ໄດ້ຮັບຮູ້ ແລະ ເຂົ້າໃຈ ໄປນໍາໃຊ້ເຂົ້າໃນພຶດຕິກໍາຕົວຈິງຢູ່ກົມກອງ, ທ້ອງຖິ່ນຮາກຖານຂອງຕົນ ນັ້ນແມ່ນຜົນສໍາເລັດທີ່ແທ້ຈິງ.
(ພາບ-ຂ່າວ:ສົມວິຈິດ ໄຊມົນຕີ)