ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີປິດ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໄລຍະທີ 2 ຢູ່ບ້ານເມືອງໝື່ນ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2022, ເຂົ້າຮ່ວມໃນພິທີ ມີພັນໂທ ລັງສີ ສຸຂະລິວົງ ຮອງຫົວໜ້າກອງບັນ ຊາການປ້ອງກັນຄວາມສະກງົບເມືອງໝື່ນ, ທ່ານ ວິມົນ ອ່ອນວິເນດ ຄະນະກຸ່ມບ້ານພັດທະນາເມືອງໝື່ນ, ທ່ານ ພັນໂທ ທອງວັນ ຄອງບົວແກ້ວ ຫົວໜ້າປກສ ກຸ່ມບ້ານເມືອງໝື່ນ, ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດຂັ້ນເມືອງ, ການຈັດຕັ້ງບ້ານ, ຜູ້ທີພົວພັນຢາເສບຕິດ ພ້ອມດ້ວຍຄອບຄົວເຂົ້າຮ່ວມ.
ໃນພິທີທ່ານ ສົມພອນ ຈັນທະວົງ ນາຍບ້ານ ບ້ານເມືອງໝື່ນ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບ ຕິດ ຢູ່ບ້ານເມືອງໝື່ນ ເຊິ່ງໃຫ້ຮູ້ວ່າ: ໃນໄລະຜ່ານມາຢູ່ບ້ານເມືອງໝື່ນ ມີປະຊາ ຊົນເສບຢາເສບຕິດ ຈຳນວນ 72 ຄົນ, ຢຸເຊົາແລ້ວ ຈຳນວນ 7 ຄົນ ປັດຈຸບັນຍັງເຫຼືອ 65 ຄົນ, ຍິງ 4 ຄົນ, ມາສຶກສາອົບ ຮົມໃນເທື່ອນີ້ ຈຳນວນ 51 ຄົນ, ຍິງ 3 ຄົນ. ຈາກນັ້ນ ທ່ານ ພັນໂທ ລັງສີ ສຸຂະລິວົງ ຮອງຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງໝື່ນ ກໍ່ໄດ້ໃຫ້ການ ສຶກສາອົບຮົມກຸ່ມຜູ້ເສບຢາເສບຕິດດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນ ຜົນຮ້າຍ, ໄພອັນຕະລາຍ ຂອງຢາເສບຕິດແຕ່ລະຊະ ນິດ ທີ່ມີຕໍ່ຕົນເອງ, ຄອບຄົວ, ສັງຄົມກໍ່ ຄືປະເທດຊາດ ພ້ອມທັງຮຽກຮ້ອງໃຫ້ຢຸດ ເຊົາພົວພັນກັບຢາເສບຕິດ ຫັນມາເປັນຄົນດີ ຂອງຄອບຄົວ ແລະ ສັງຄົມ.
ຢ່າງໃດກໍ່ຕາມ ມາຮອດປັດຈຸບັນນີ້ ຢູ່ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຕັ້ງປະ ຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ ທີ 2 ສຳເລັດແລ້ວ 15 ບ້ານໂດຍໄດ້ນຳເອົາເປົ້າໝາຍ ຜູ້ເສບຢາເສບຕິດຈຳນວນ 456 ຄົນ, ຍິງ 38 ຄົນ ມາສຶກສາອົບຮົມ ແລະ ຈະໃຫ້ສຳເລັດທັງໝົດ 22 ບ້ານ ທົ່ວເມືອງພາຍ ໃນປີ 2022 ນີ້.
ພາບ: ປກສ ເມືອງໝື່ນ; ຂ່າວ: ແໜງໜໍ່ຄຳ 9969 2631