ພິທີ ສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ.5, ຊັ້ນ ມ 4 ແລະ ມ. 7 ປະຈຳສົກຮຽນ 2021-2022 ທົ່ວແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 24 ມີນາ ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເຂົ້າຮ່ວມຂອງທ່ານ ຢົ່ງຢີ ລີເຢຍວື ຫົວໜ້າພະ ແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ, ມີຄະນະກຳ ມະການສອບເສັງ ພ້ອມດ້ວຍ ຄູອາຈານນຳພານັກຮຽນ ແລະ ນັກສອບເສັງ ຈາກ 5 ເມືອງ ທົ່ວແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ຢົ່ງຢີ ລີເຢຍວື ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ມີຄຳເຫັນ ແລະ ກ່າວເປີດພິທີ ຊຶ່ງການສອບເສັງນັກຮຽນເກັ່ງ ແມ່ນໜຶ່ງໃນກິດຈະກຳທີ່ນອນຢູ່ໃນແຜນປັບປຸງຄຸນນະພາບການສຶກ ສາ ທີ່ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຕັ້ງປະຕິ ບັດມາຢ່າງຕໍ່ເນື່ອງໃນແຕ່ລະສົກຮຽນ ເພື່ອສ້າງໂອກາດໃຫ້ນ້ອງນັກຮຽນໄດ້ສະແດງຄວາມຮູ້- ຄວາມສາມາດ, ພອນສະຫວັນ, ຫົວຄິດປະດິດສ້າງຂອງຕົນເອງ ທັງເປັນການສົ່ງເສີມຂະບວນ ການສອນດີ-ຮຽນເກັ່ງ ໃນບັນດາໂຮງຮຽນໃຫ້ມີບັນຍາກາດຟົດຟື້ນແຂ່ງຂັນກັນ ເພາະເປັນການສົ່ງ ເສີມການຍົກລະດັບຄຸນນະພາບການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ ແລະ ອີກຢ່າງໜຶ່ງກໍເພື່ອຄັດເລືອກຕົວແທນນັກຮຽນເກັ່ງຂອງແຂວງ ເຂົ້າ ຮ່ວມການສອບເສັງແຂ່ງຂັນນັກ ຮຽນເກັ່ງລະດັບຊາດ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້.


ສຳລັບການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມສຶກສາ ມີ 3 ວິຊາ ຄື: ວິຊາ ຄະນິດສາດ, ວິຊາ ພາສາລາວ, ວິຊາ ໂລກອອ້ມຕົວ, ຊັ້ນມັດທະຍົມສຶກສາມີ 4 ວິຊາ ຄື: ວິຊາ ພາສາລາວ – ວັນນະ ຄະດີ, ວິຊາ ຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາ ເຄມີສາດ ຊຶ່ງມີນັກສອບເສັງເຂົ້າຮ່ວມ ທັງໝົດ 136 ຄົນ, ຍິງ 44 ຄົນ.
ຜ່ານການສອບເສັງ ຊັ້ນ ປ.5 ວິຊາພາສາລາວ ທີ 1 ໄດ້ແກ່ ນາງ ວິພາຄຳ ພູວິໄສ ມາຈາກໂຮງຮຽນປະຖົມ ສຸກປະເສີດ ເມືອງລ້ອງຊານ, ວິຊາໂລກອ້ອມຕົວ ທີ 1 ນາງ ແອນນາລີ ມາຈາກໂຮງຮຽນ ປະຖົມທິດນູນ ເມືອງທ່າໂທມ, ວິຊາຄະນິດສາດ ລາງວັນຊົມເຊີຍ ໄດ້ແກ່ ນາງດາວເຄັກ ມາຈາກໂຮງຮຽນ ປະຖົມມ່ວງຊຸມ ເມືອງອະນຸວົງ.

ຊັ້ນ ມ. 4 ວິຊາ ຄະນິດສາດ ທີ 1 ໄດ້ແກ່ທ້າວ ຊາຕາວລໍ່ ມາຈາກ ມ.ສ ລ້ອງຊານ ເມືອງລ້ອງຊານ, ວິຊາເຄມີສາດ ທີ 1 ນາງ ປ່າຮົ້ວຊີວ່າງ ມາຈາກ ມ.ສ ໄຊສົມບູນ ເມືອງອະນຸວົງ, ທີ 2 ໄດ້ແກ່ ທ້າວ ອາເຢຢ່າງ ຈົວຫວ່າງ ຈາກ ມ.ສ ໄຊສົມບູນ ເມືອງອະນຸວົງ, ວິຊາ ພາສາລາວ – ວັນນະຄະດີ ລາງວັນຊົມເຊີຍ ໄດ້ແກ່ ນາງ ເດດເຊ້ຍຊົ່ງ ໄຊເຕັ່ງ ມາຈາກໂຮງຮຽນ ມ.ສ ໄຊສົມບູນ ເມືອງອະນຸວົງ, ວິຊາຟີຊິກສາດ ລາງວັນຊົມເຊີຍ ທ້າວ ຈູເຊັ່ງ ມາຈາກ ມ.ສ ຮົ່ມທາດ ເມືອງຮົ່ມ.
ຊັ້ນ ມ.7 ວິຊາ ພາສາລາວ – ວັນນະຄະດີ ທີ 1 ໄດ້ແກ່ ນາງ ປ່າເຍຍວ່າງ ຫວັງສີ ມາຈາກ ມ.ສ ຊົນເຜົ່າ ເມືອງອະນຸວົງ, ທີ 2 ໄດ້ແກ່ ນາງ ເຊຍລີ ໜາວເຮີ ມາຈາກ ມ.ສ ໄຊສົມບູນ ເມືອງອະນຸວົງ, ທີ 3 ໄດ້ແກ່ ນາງ ສຸພັດຕາ ໄຊຍະພອນ ມາຈາກ ມ.ສ ຫີນຫົວເສືອ ເມືອງອະນຸວົງ, ວິຊາຄະນິດສາດ ລາງວັນຊົມເຊີຍໄດ້ແກ່ ທ້າວ ສົມດີ ລໍ່ຈຸດລຶບ ມາຈາກ ມ.ສ ໄຊສົມບູນ ເມືອງອະນຸວົງ , ວິຊາເຄມີສາດ ລາງວັນຊົມເຊີຍ ນາງ ປ່າຢົງຈັ້ງ ດຣາເຊັ້ງ ມາຈາກ ມ.ສ ເມືອງອອມ ເມືອງອະນຸວົງ ແລະ ວິຊາຟີຊິກສາດ ທ້າວ ເຢັ້ງກ້ອງວື່ ຈາກ ມ.ສ ໄຊສົມບູນ ເມືອງອະນຸວົງ.
ຂ່າວ: ພຸດທະສອນ ເວດສະວົງ