ງານແຂ່ງຂັນກິລາ ເປຕັງທົ່ວປະເທດ ຄັ້ງທີ XII ຊີງຂັນພະນະທ່ານນາຍົກລັດຖະ ມົນ ຕີແຫ່ງ ສປປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ສຳເລັດລົງ ໃນວັນທີ 18 ກຸມພາ 2023 ທີ່ສະໜາມກິລາແຂວງຄຳມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ, ມີການນໍາຂັ້ນສູນ ກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາຈາກ 13 ພາກສ່ວນທັງສູນກາງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.


ທ່ານ ແກ້ວອຸດອນ ບຸດສີງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດການແຂ່ງຂັນ ໄດ້ກ່າວລາຍງານເຖິງຜົນສຳເລັດໃນການແຂ່ງຂັນກິລາເປຕັງ ຊິງຂັນພະນະທ່ານນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ຄັ້ງທີ XII ທີ່ແຂວງຄໍາມ່ວນ ເປັນເຈົ້າພາບ ໃນຄັ້ງນີ້ວ່າ : ການແຂ່ງຂັນແມ່ນໄດ້ເລີີ່ມມາແຕ່ວັນທີ 15 – 18 ກຸມພາ 2023 ຕະ ຫລອດໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດທີີ່ຟົດຟື້ນ ເບີກບານມ່ວນຊື່ນແຫ່ງຄວາມສາມັກຄີ, ມິດຕະ ພາບ ແລະ ນໍ້າໃຈນັກກິລາທີ່ແທ້ຈິງ ບົນພື້ນຖານການປະຕິບັດຕາມລະບຽບກະຕິກາການແຂ່ງຂັນ, ຮູ້ແພ້ຮູ້ຊະນະ ແລະ ຮູ້ໃຫ້ອະໄພ. ເຊິ່ງໃນການແຂ່ງຂັນຕົວຈິງປະກອບມີ 9 ລາຍການ, ມີຄະນະຄູ່ຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 229 ຄົນ, ຍິງ 34 ຄົນ, ມາຈາກ 9 ແຂວງ, 4 ກະຊວງ, ບັນດາເມືອງ, ພະແນກການ ແລະ ບັນດາສະໂມສອນກິລາເປຕັງໃນຂອບເຂດທົ່ວປະເທດ, ປະກອບມີນັກກິລາເຂົ້າຮ່ວມທັງໝົດ 307 ທີມ, ແຍກອອກເປັນແຕ່ລະລາຍການແຂ່ງຂັນຄື : ລາຍການຊາຍດ່ຽວທົ່ວໄປ, ດ່ຽວຍິງທົ່ວໄປ, ຄູ່ຍິງທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ປະສົມ(ຊາຍ-ຍິງ), ທີມຊຸດຍິງ ( 3ຄົນ), ທີມຊຸດຊາຍ, ທີມຊຸດປະສົມ ( 2ຊາຍ-1ຍິງ) ແລະ ລາຍການຄູ່ຊາຍ VIP ລຸ້ນອາວຸໂສ 50 ປີ ຂື້ນໄປ. ຜ່ານການແຂ່ງຂັນໄລຍະ 4 ວັນ, ຊະນະເລີດ
ລາຍການຄູ່ຍິງທົ່ວໄປອັນດັບ 1 ໄດ້ແກ່ : ກະຊວງສຶກສາທິການ ແລະ ກິລາ, ຮອງຊະນະເລີດອັນດັບ 2 ໄດ້ແກ່ : ແຂວງສາລະວັນ, ອັນດັບ 3 ຮ່ວມໄດ້ແກ່ : ແຂວງວຽງຈັນ ແລະ ກະຊວງປ້ອງກັນຄວາມສະຫງົບ. ລາຍການຊາຍຄູ່ທົ່ວໄປຊະນະເລີດອັນດັບ 1 ໄດ້ແກ່ : ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ : ອົງການໄອຍະການປະຊາຊົນແຂວງຄຳມ່ວນ, ອັນດັບ 3 ຮ່ວມໄດ້ແກ່ : ສະໂມສອນໂຮງງານນໍ້າດື່ມເຮືອງອານົງ ບໍລິຄຳໄຊ ແລະ ພະ ແນກກະສິກຳ – ປ່າໄມ້ ແຂວງຄຳມ່ວນ, ລາຍການທີມຊຸດ 2 ຊາຍ 1 ຍິງ ອັນດັບ 1 ໄດ້ແກ່ :ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ : ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 3 ຮ່ວມໄດ້ແກ່ : ແຂວງຫລວງນໍ້າທ່າ ແລະ ແຂວງເຊກອງ. ລາຍການທີມຄູ່ປະສົມທົ່ວໄປອັນດັບ 1 ໄດ້ແກ່ : ສະໂມສອນບໍລິສັດພອນສະຫວັນ 3, ອັນດັບ 2 ໄດ້ແກ່ : ແຂວງວຽງຈັນ, ອັນດັບ 3 ຮ່ວມໄດ້ແກ່ : ກະຊວງປ້ອງກັນຄວາມສະຫງົບ 5 ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ. ລາຍການດ່ຽວຊາຍທົ່ວໄປອັນດັບ 1 ໄດ້ແກ່ : ສະໂມສອນນໍາໂຊກສະຫວັນນະເຂດ, ອັນດັບ 2 ໄດ້ແກ່ : ສະໂມສອນຈອນນີ້ສວນມັງກອນ, ອັນດັບ 3 ຮ່ວມໄດ້ແກ່ : ແຂວງຄໍາມ່ວນ ແລະ ແຂວງເຊກອງ. ລາຍການດ່ຽວຍິງທົ່ວໄປອັນດັບ 1 ໄດ້ແກ່ : ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 2 ໄດ້ແກ່ : ສະໂມສອນບໍລິສັດພອນສະຫວັນ 1, ອັນດັບ 3 ຮ່ວມໄດ້ແກ່ : ແຂວງຄໍາມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ 2. ລາຍການທີມຊຸດຊາຍທົ່ວໄປອັນດັບ 1 ໄດ້ແກ່ : ແຂວງວຽງຈັນ, ອັນດັບ 2 ໄດ້ແກ່ : ແຂວງຫລວງນໍ້າທາ, ອັນດັບ 3 ຮ່ວມໄດ້ແກ່ : ແຂວງສາລະວັນ ແລະ ເມືອງຫີນບູນ. ລາຍການທີມຊຸດຍິງທົ່ວໄປອັນດັບ 1 ໄດ້ແກ່ : ກະຊວງປ້ອງກັນຄວາມສະຫງົບ, ອັນດັບ 2 ໄດ້ແກ່ : ແຂວງວຽງຈັນ, ອັນດັບ 3 ຮ່ວມໄດ້ແກ່ : ສະພາປະຊາຊົນແຂວງຄຳມ່ວນ ແລະ ສະໂມສອນບໍລິສັດພອນສະຫວັນ, ລາຍການຄູ່ຊາຍອາວຸໂສລຸ້ນ 50 ປີ ຂື້ນໄປອັນດັບ 1 ໄດ້ແກ່ : ປກສ ແຂວງ ຄໍາມ່ວນ, ອັນດັບ 2 ໄດ້ແກ່ : ແຂວງຫລວງນໍ້າທາ, ອັນດັບ 3 ຮ່ວມໄດ້ແກ່ : ປກສ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.

ເປັນກຽດມອບຫລຽນ ແລະ ຂັນລາງວັນ ໃນຄັ້ງນີ້ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຄວາມຊົມເຊີຍມາຍັງ ແຂວງຄຳມ່ວນ, ກະຊວງສຶກສາທິການ ແລະ ກິລາ ຕະຫລອດຮອດພາກສ່ວນກ່ຽວຂ້ອງ ທີ່ໄດ້ສຸມທຸກກຳລັງເຫື່ອແຮງ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງໃນການຫ້າງຫາກະກຽມ ແລະ ເປັນເຈົ້າພາບໃນຄັ້ງນີ້ ພິເສດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາບໍ ລິສັດ ລັດວິສາຫະກິດ ຫ້າງຮ້ານ ຕະຫລອດພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານເຫື່ອແຮງສະຕິປັນຍາ ແລະ ປັດໃຈ,ງົບປະມານໄດ້ເປັນຢ່າງດີ. ພ້ອມນີ້ ທ່ານ ວັນໄຊ ພອງສະ ຫວັນ ເຈົ້າ ແຂວງຄຳມ່ວນ ຍັງໄດ້ເປັນກຽດ ມອບຂອງທີ່ລະນຶກໃຫ້ແກ່ການນຳຂັ້ນສູງ ແລະ ພາກສ່ວນທີ່ເຂົ້າຮ່ວມການແຂ່ງຂັນ ຕື່ມອີກ.