ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຊຸດຝຶກອົບຮົມໃນຫົວຂໍ້ການເຄື່ອນຍ້າຍທີ່ປອດໄພ ແລະ ການລະບາດຂອງພະຍາດໂຄວິດ 19 ໄດ້ຈັດຂຶ້ນຢູ່ ສະຖານີວິທະຍຸແຂວງຈຳປາສັກ.ໃນວັນທີ 22 -23 ມີນາ 2022 ນີ້ ໂດຍການເປັນປະທານຂອງທ່ານ ບຸນເຕີຍ ຈັນທະລາສີນ ຮອງຫົວຫນ້າ ພະແນກ ຖະແຫລງຂ່າວ ວັດ ທະນະທຳແລະທ່ອງທ່ຽວແຂວງຈຳປາສັກ, ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ,ມີຕ່າງຫນ້າ ອົງການສາກົນເພື່ອການເຄື່ອນຍ້າຍຖີ່ນຖານປະຈຳລາວ IOM ,ມີຄະນະຮັບຜິດຊອບໂຄງການຈາກກົມສື່ມວນຊົນ,ຜູ້ຕາງຫນ້າອົງການ ສະຫາປະ ຊາຊາດເພື່ອການພັດທະນາ UNDP ,ມີສຳມະນາກອນຈາກວິທະຍຸກະຈາຍສຽງພາຍໃນ ແຂວງ,ວິທະຍຸ 3 ເມືອງຄື: ຊະນະສົມບູນ,ໂພນທອງ ແລະ ສຸຂຸມາ ແລະ ມີວິຊາການກ່ຽວຂ້ອງເຂົ້າຮ່ວມ .
ທ່ານ ບຸນເຕີຍ ຈັນທະລາສິນ ໄດ້ກ່າວໄຂຊຸດອົບຮົມຄັ້ງນີ້ວ່າ: ຊຸດອົບຮົມຄັ້ງນີ້ມີຄວາມສຳຄັນຫຼາຍຕໍ່ການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ແກ່ນັກຂ່າວ,ນັກຈັດລາຍການສະຖານີວິທະຍຸກະຈາຍສຽງຂອງແຂວງ ແລະເມືອງໃຫ້ສູງຂຶ້ນ ເພື່ອນຳເອົາຄວາມຮູ້ດັ່ງກ່າວໄປຈັດຕັ້ງປະຕິບັດເຂົ້າໃນການໂຄສະນາຢ່າງມີປະສິດທິຜົນ ແລະ ຖືກເປົ້າໝາຍ ເຊັ່ນ: ຄວາມຮູ້ກ່ຽວກັບວິທີການເຄື່ອນຍ້າຍແຮງງານທີ່ປອດໄພ,ການຫຼີກລຽງຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແລະ ອື່ນໆ.
ໃນຊຸດອົບຮົມຄັ້ງນີ້ , ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງໄດ້ເປັນກຽດເຜີຍແຜ່ແນະນຳ ຫຼັກການພື້ນຖານການຂຽນຫົວຂໍ້ໂຄສະນາທາງວິທະຍຸ ຫຼື ສະປອດ ເຊິງຮຽນຮູ້ທາງດ້ານທິດສະດີ ພ້ອມທັງຜະລິດຕົວຈິງໄປພ້ອມ ເຊັ່ນ:ຫົວຂໍ້ ກ່ຽວກັບເຄື່ອນແຮງງານທີ່ປອດໄພ ແລະ ປ້ອງກັນການລະບາດຂອງໂຄວິດ- 19 ອີກດ້ວຍ.
ຜ່ານການຝຶກອົບຮົມສາມາດເຮັດໃຫ້ນັກຂ່າວ – ນັກຈັດລາຍການກໍຄືສຳມະນາກອນທີ່ເຂົ້າຮ່ວມ ມີຄວາມຮັບຮູ້ເຂົ້າໃຈ ແລະ ສາມາດນຳໄປປັບປຸງຈັດຕັ້ງປະຕິບັດໄດ້ ໃນຕໍ່ໜ້າ.
ຊຸດອົບຮົມຄັ້ງນີ້ຈັດຂຶ້ນພາຍໃຕ້ໂຄງການປົກປ້ອງ ແລະ ການບໍລິການ ໃນການຕັ້ງຖິ່ນຖານສຳລັບແຮງງານເຄື່ອນຍ້າຍ ແລະ ໄວໜຸ່ມທີ່ມີຄວາມສ່ຽງ ໃນແຂວງຈຳປາສັກ ໂດຍການສະໜັບ ສະ ໜູນ ຈາກອົງການສາກົນເພື່ອການເຄື່ອນຍ້າຍຖີ່ນຖານປະຈຳລາວ IOM.
ເກດສະໜາ