ສິດທິມະນຸດແມ່ນຫັຍງ? ຢູ່ຈີນ, ສິດທິມະນຸດບໍ່ແມ່ນຄຳສັບການເມືອງແບບ ນາມມະທຳ, ແຕ່ແມ່ນຄວາມຈິງທີ່ເປັນຮູບປະທຳທີ່ປະຊາຊົນຈີນທຸກຄົນກໍສາມາດສຳຜັດໄດ້ ເປັນຕົ້ນ: “ກະເປົາເງິນ” ຂອງພໍ່ແມ່ປະຊາຊົນນັບມື້ນັບຕື່ງຂຶ້ນ, ພົນລະເມືອງສາມາດເຂົ້າຮ່ວມຊີວິດການເມືອງປະຊາທິປະໄຕຂອງຊາດໄດ້ຢ່າງກວ້າງຂວາງ, ເຂດທີ່ພັດທະນາແລ້ວແລະເຂດໃນແຜ່ນດິນໃຫຍ່ພັດທະນາຢ່າງກົມກຽວກັນ ແລະເຂດຊົນເຜົ່າສ່ວນໜ້ອຍກໍໄດ້ຮັບການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງນັບມື້ນັບຫຼາຍຂຶ້ນ ເຊິ່ງການເຕີບໃຫຍ່ຂະຫຍາຍຕົວຂອງຈີນໄດ້ເຮັດໃຫ້ປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ນີ້ເປັນຜົນງານດ້ານສິດທິມະນຸດທີ່ອຸດົມສົມບູນຂອງປະເທດຈີນ.
ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍຊີ້ອອກວ່າ: ຊີວິດທີ່ຜາສຸກຂອງພໍ່ແມ່ປະຊາຊົນກໍແມ່ນສິດທິມະນຸດທີ່ສຳຄັນທີ່ສຸດ. ນັບແຕ່ພັກກອມມູນິດຈີນໄດ້ຮັບການສ້າງຕັ້ງຂຶ້ນເປັນຕົ້ນມາ, ກໍໄດ້ຍຶດໝັ້ນໃນຫຼັກການທີ່ຖືເອົາປະຊາຊົນເປັນສິ່ງສຳຄັນທີ່ສຸດ, ໄດ້ຍຶດໝັ້ນການຖືກເອົາຫຼັກການທົ່ວໄປດ້ານສິດທິມະນຸດປະສານສົມທົບກັບສະພາບຄວາມເປັນຈິງຂອງຈີນ, ຍຶດໝັ້ນໃນສິດດຳລົງຄົງຕົວ ແລະສິດພັດທະນາເປັນສິດທິມະນຸດຂັ້ນພື້ນຖານທີ່ສຳຄັນກວ່າໝູ່. ການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ ແມ່ນອຸດົມການແຕ່ຫົວທີແລະແມ່ນພາລະກຳຂອງຊາວພັກກອມມູນິດຈີນ ທັງແມ່ນພື້ນຖານທາງດ້ານແນວຄິດດ້ານສິດທິມະນຸດຂອງຊາວພັກກອມມູນິດຈີນ, ຈີນໄດ້ບຸກເບີກເສັ້ນທາງການພັດທະນາດ້ານສິດທິມະນຸດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສຳເລັດຜົນ.
“ການເຄົາລົບ ແລະ ປົກປ້ອງສິດທິມະນຸດ” ບໍ່ພຽງແຕ່ໄດ້ບັນທຶກເຂົ້າໃນກົດລະບຽບຂອງພັກກອມມູນິດຈີນເທົ່ານັ້ນ, ຍັງໄດ້ຖືກຈັດເຂົ້າໃນລັດຖະທຳມະນູນຂອງສປຈີນອີກດ້ວຍ, ກາຍເປັນຫຼັກການສຳຄັນໃນການປົກຄອງບໍລິຫານປະເທດ. ໃນຍຸດທະສາດ ແລະ ແຜນການພັດທະນາໄລຍະຕ່າງໆຂອງຈີນ, ການຊຸກຍູ້ການພັດທະນາພາລະກິດດ້ານສິດທິມະນຸດລ້ວນແຕ່ແມ່ນໜຶ່ງໃນເປົ້າໝາຍສຳຄັນຂອງການພັດທະນາເສດຖະກິດສັງຄົມແຫ່ງຊາດຂອງຈີນ, ແລະໄດ້ຮັບການພັດທະນາກ້າວໄປໜ້າຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ຍົກຕົວຢ່າງ:ການລຶບລ້າງຄວາມທຸກຍາກ, ຈາກປີ 2012 ຮອດທ້າຍປີ 2020, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ຈີນໄດ້ບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາຊົນຜູ້ທຸກຍາກໃນຊົນນະບົດຈຳນວນ 98,99ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ເຊິ່ງໄດ້ສ້າງສິ່ງອັດສະຈັນໃນການປົກປ້ອງສິດທິມະນຸດຂອງໂລກ, ໄດ້ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກຕາມວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດກ່ອນເວລາກຳນົດ 10 ປີ,ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງໂລກກວມຫຼາຍກວ່າ 70%. ເມື່ອຜະເຊີນໜ້າກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ພັກກອມມູນິດຈີນໄດ້ຍຶດໝັ້ນໃນຫຼັກການທີ່ຖືເອົາປະຊາຊົນສຳຄັນກວ່າໝູ່ ແລະ ຊີວິດສຳຄັນກວ່າໝູ່, ດຳເນີນການຊ່ວຍເຫຼືອດ້ານການແພດຂະໜາດໃຫຍ່ທີ່ສຸດນັບແຕ່ສປຈີນໄດ້ຮັບການສະຖາປະນາເປັນຕົ້ນມາ, ໄດ້ເອົາໃຈໃສ່ຊ່ວຍກອບກູ້ຊີວິດ ຄົນເຈັບທຸກຄົນຈົນສຸດຄວາມສາມາດ, ທັງໃຫ້ການຊ່ວຍເຫຼືອແກ່ປະເທດຕ່າງໆຢ່າງສຸດໃຈ, ເຊິ່ງບໍ່ພຽງແຕ່ເປັນການປົກປ້ອງສິດທິມະນຸດປະຊາຊົນພາຍໃນປະເທດຕົນເທົ່ານັ້ນ, ຍັງເປັນການປະກອບສ່ວນເຂົ້າໃນການປົກປ້ອງສິດທິມະນຸດຂອງຊາວໂລກອີກດ້ວຍ.
ເມື່ອຜະເຊີນໜ້າກັບການໃສ່ຮ້າຍປ້າຍສີຈີນຈາກອິດທິກຳລັງປໍລະປັກຂອງປະເທດຕາເວັນຕົກ, ຜົນສຳເລັດອັນພົ້ນເດັ່ນຂອງຈີນໃນພາລະກິດປົກປ້ອງສິດທິມະນຸດກໍແມ່ນການຕອບໂຕ້ທີ່ເຂັ້ມແຂງທີ່ສຸດ. ໃນ 100 ປີທີ່ຜ່ານມາ, ພັກກອມມູນິດຈີນໄດ້ບຸກເບີກເສັ້ນທາງພັດທະນາສິດທິມະນຸດທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຈີນຢ່າງສຳເລັດຜົນ. ນີ້ໄດ້ພິສູດໃຫ້ເຫັນຢ່າງເຕັມສ່ວນວ່າ, ການຕີຄວາມໝາຍດ້ານສິດທິມະນຸດບໍ່ຄວນປ່ອຍໃຫ້ປະເທດຕາເວັນຕົກເປັນຜູ້ຜູກຂາດ. ການບັນລຸເປົ້າໝາຍເຄົາລົບສິດທິມະນຸດ, ປົກປ້ອງສິດທິມະນຸດ, ແລະພັດທະນາດ້ານສິດທິມະນຸດ, ກໍຕ້ອງເລີ່ມຈາກສະພາບຄວາມເປັນຈິງຂອງປະເທດຕົນ, ແລະ ເດີນຕາມເສັ້ນທາງທີ່ເໝາະສົມກັບສະພາບຄວາມເປັນຈິງຂອງຕົນ.
Loading...