ມາຮອດປັດຈຸບັນ, ແຂວງບໍລິຄໍາໄຊ ສາມາດສ້າງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດ໊ອບ ທີ່ໄດ້ຮັບກາໝາຍແຫ່ງຊາດແລ້ວຈໍານວນ 12 ຫົວໜ່ວຍ ພາຍໃນ 6 ເມືອງ ຄື: ປາກຊັນ ແລະ ທ່າພະບາດ, ເມືອງລະ 3 ຫົວໜ່ວຍ. ບໍລິຄັນ ແລະ ຄໍາເກີດ, ເມືອງລະ 2 ຫົວໜ່ວຍ. ປາກກະດິງ ແລະ ໄຊຈໍາພອນ, ເມືອງລະ 1 ຫົວໜ່ວຍ. ນອກຈານີ້ ຍັງມີສີນຄ້າໂອດ໊ອບທີ່ຍັງບໍ່ໄດ້ຮັບກາໜາຍແຫ່ງຊາດອີກ 7 ຫົວໜ່ວຍ.
ທ່ານ ໄກສອນ ຈັນສີນາ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄໍາໄຊ ໃຫ້ສໍາພາດວ່າ: ການພັດທະນາສີນຄ້າໂອດ໊ອບ ຢູ່ແຂວງບໍລິຄໍາໄຊ ຂະຫຍາຍຕົວຢາງຕໍ່ເນື່ອງ, ໃນນນີ້ ພົ້ນເດັ່ນກວ່າໝູ່ມີ 1 ຫົວໜ່ວຍທີ່ສາ ມາດປະເມີນ ແລະ ຕິດດາວນາມມະຍົດໃຫ້ສິນຄ້າຂັ້ນແຂວງ 3 ດາວ, ເຊີ່ງເປັນຄັ້ງທໍາອິດຂອງປະເທດທີ່ສິນຄ້າໂອດ໊ອບໄດ້ຮັບການຕິດດາວນາມ ມະຍົດ ຂັ້ນ 3 ດາວ ຄື: ສິນຄ້າຢາດີກະເພາະພື້ນເມືອງ ກາພູເຂົາຄວາຍ, ເມືອງທ່າພະບາດ.
ຢ່າງໃດກໍຕາມ, ເຖີງວ່າສິນຄ້າໂອດ໊ອບຂະຫຍາຍຕົວ ແຕ່ຍັງພົບຄວາມຫຍຸ້ງຍາກຫລາຍດ້ານໃນການຊຸກຍູ້ສົ່ງ ເສີມ ເປັນຕົ້ນ: ແຂວງຍັງຂາດງົບປະມານຈັດເຝິກອົບຮົມ ຫລື ຊ່ວຍຕໍ່ຍອດສິນຄ້າທີ່ປະຊາຊົນຜະລິດໄດ້, ການອອກແບບຫຸ້ມຫໍ່ຜະລິດຕະພັນບໍ່ທັນດີເທົ່າທີ່ຄວນ. ສິ່ງສໍາຄັນຕະ ຫລາດຈໍາໜ່າຍສິນຄ້າ ຕົ້ນຕໍຍັງຢູ່ບັນດາບ້ານ, ເມືອງ ແລະ ພາຍໃນແຂວງ, ແຕ່ບໍ່ສາມາດຕີສົ່ງອອກຈໍາໜ່າຍຢູ່ຕ່າງແຂວງ ແລະ ຕ່າງປະເທດໄດ້ ຍ້ອນການຕະຫລາດບໍ່ແຂງແຮງ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19, ນອກຈາກເຮັດໃຫ້ການຈໍາໜ່າຍສິນຄ້າພົບຄວາມຫຍຸ້ງຍາກຂຶ້ນກວ່າເກົ່າ ຍັງເຮັດໃຫ້ການຈັດກິດຈະກໍາຕ່າງໆ ຂອງແຂວງ ກໍຄື ກະຊວງກ່ຽວຂ້ອງເພື່ອຊຸກຍູ້ສົ່ງເສີມການຊື້ສິນຄ້າໂອດ໊ອບ ແລະ ສິນຄ້າອື່ນໆ ພົບຄວາມຫຍຸ້ງຍາກເຊັ່ນດຽວກັນ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຫົວໜ່ວຍການຜະລິດສິນຄ້າໂອດ໊ອບ ໂດຍສະເພາະບັນຫາຕົ້ນທຶນການຜະລິດ.
ສໍາລັບສິນຄ້າໂອດ໊ອບທີ່ໄດ້ຮັບກາໝາຍແຫ່ງຊາດທັງ 12 ຫົວໜ່ວຍ
ຢູ່ແຂວງບໍລິຄໍາໄຊ ລວມມີ: ໂຮງງານ ທານິນ ຄວັດໂຖດອກໄມ້ ແລະ ແກະສະຫຼັກຂອງ ບ້ານທົ່ງນ້ອຍ, ກຸ່ມຫັດຖະກໍາ-ກຸ່ມຕ່ຳຫູກລາຍເມີ້ຍດັ່ງເດີມ ເຮືອນລໍມະນີ ບ້ານຫົງໄຊ ແລະ ໂຮງງານຊາສະໝູນໄພ ເທບນິມິດ ບ້ານຫ້ວຍຊຽດ, ເມືອງປາກຊັນ. ຮ້ານຂາຍຢາພື້ນເມືອງ ກາພູເຂົາຄວາຍ, ກຸ່ມຫັດຖະກໍາ-ກຸ່ມຕ່ຳຫູກທໍ່ໄໝ ບ້ານໄຊສະຫ່ວາງ ແລະ ກຸ່ມຫັດຖະກຳຈັກສານ ບ້ານນາເຂົ້າພະ, ເມືອງທ່າພະບາດ. ກຸ່ມຫັດຖະກໍາ-ຕ່ຳຫູກທໍ່ໄໝ ບ້ານຫາດດອນຄູນ ແລະ ກຸ່ມຜະລິດຕະພັນນໍ້າອ້ອຍກ້ອນ ບ້ານຊົມຊື່ນ, ເມືອງບໍລິຄັນ. ກຸ່ມຫັດຖະກໍາ-ຕໍ່າຫູກທໍ່ໄໝ ລາຍເມີ້ຍ ບ້ານແຈ້ງສະຫວ່າງ ແລະ ກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານທ່າແວ້ງ, ເມືອງຄໍາເກີດ. ກຸ່ມຫັດຖະກໍາຕໍ່າຫູກທໍ່ໄໝ ລາຍເມີ້ຍປະຍຸກ ບ້ານປາກຊຸນ, ເມືອງປາກກະດີງ ແລະ ກຸ່ມຫັດຖະກໍາຕໍ່າຫູກທໍ່ໄໝ ບ້ານໂພນງາມ, ເມືອງໄຊຈໍາພອນ.
Cr: ບຸນຕຽງ ຈັນທະວົງ




