ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ໂຄງການພັດທະນາລະບົບຖານຂໍ້ມູນສຳລັບການບໍລິການວຽກງານສື່ມວນຊົນຂອງກະຊວງຖະແຫຼງຂ່າວວັດທະນະທຳແລະ ທ່ອງທ່ຽວ ແລະ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 18 ສິງຫາ 2022ນີ້ ທີ່ໂຮງແຮມລາວພາຊ່າ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ໂດຍ ທ່ານໂພສີ ແກ້ວມະນີວົງ ຄະນະພັກ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະ ທຳແລະທ່ອງທ່ຽວ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວຕາງໜ້າກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວເຊັນໂດຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ແລະ ຕາງໜ້າບໍລິສັດ ໂດຍ ຊິນນະກອນ ພົມມະສິດ ປະທານ ບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ, ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ໂຄງການດັ່ງກ່າວຈະໃຊ້ເວລາໃນການສຶກສາພາຍໃນໄລຍະ 12ເດືອນ ຊຶ່ງຈະໄດ້ລົງເລິກສຶກສາໂຄງການພັດທະນາລະບົບຖານຂໍ້ມູນ ສຳລັບການບໍລິການວຽກງານສື່ມວນຊົນ, ທາງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ຈະນຳເອົາປະສົບການ, ວິຊາການ-ເຕັກນິກທັງພາຍໃນ ແລະ ຕ່າງປະເທດ ທີ່ຈະນຳເຂົ້າມາພັດທະນາລະບົບຖານຂໍ້ມູນໃຫ້ເປັນລະບົບ, ໄດ້ມາດຕະຖານ, ມີຄວາມປອດໄພ ແລະ ຍືນຍົງ ເຊິ່ງບໍລິສັດ ແອວ ຈີ ເອ ເອັສ ທີ່ປຶກສາດ້ານການຄ້າ ແລະ ການລົງທຶນ ຈະນຳໃຊ້ອຸປະກອນ ແລະ ເຕັກໂນໂລຊີທີ່ທັນສະໄໝຈາກບໍລິສັດຊັ້ນນຳໃນການສຶກສາໂຄງການນີ້.
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ມີຈຸດປະສົງເພື່ອສົ່ງເສີມການພັດທະນາລະບົບຖານຂໍ້ມູນທັນສະໄຫມຂອງກະຊວງຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວໂດຍວຽກງານພັດທະນາລະບົບຖານຂໍ້ມູນສໍາລັບການບໍລິການວຽກງານສື່ມວນຊົນໃນຂອບເຂດທົ່ວປະເທດ ແມ່ນໂຄງການໜຶ່ງທີ່ນອນຢູ່ໃນເປົ້າໝາຍຂອງກະຊວງເພື່ອເພີ່ມຄວາມສາມາດການຄຸ້ມຄອງວຽກງານສື່ມວນຊົນໃຫ້ມີຄວາມໂປ່ງໃສ, ທັນສະໄຫມ, ວ່ອງໄວແລະມີຄວາມຍືນຍົງ, ເພີ່ມຄວາມສະດວກໃຫຜູ້ປະກອບການໃນລະບົບປະຕູດຽວທີ່ສະດວກສະບາຍແລະເພີ່ມຊ່ອງທາງຂຸດຄົົ້ນການເກັບລາຍຮັບໃຫມ່ຂອງຂະແຫນງສື່ມວນຊົນ.
ໂດຍ: ບຸນຍັງ ພຸດສະຫວັດ
