ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຕີຖອຍບັນຫາຢາເສບຕິດໃຫ້ຫຼຸດລົງ ແລະກ້າວໄປສູ່ປອດບັນຫາຢາເສບຕິດ ໃນວັນທີ 24 ກໍລະກົດ 2022 ຄະນະກໍາມະການສຶກສາອົບຮົມ ເປົ້າໝາຍພົວພັນຢາເສບຕິດຂັ້ນເມືອງ ໄດ້ລົງສຶກສາອົບຮົມ ແລະສ້າງບົດບັນທຶກກ່າວເຕືອນ ກັບເປົ້າໝາຍພົວພັນຢາເສບຕິດ ຢູ່ບ້ານທ່າຄັນຊົມຊົວໂດຍມີກຸ່ມເປົ້າໝາຍດັ່ງກ່າວ ເຂົ້າຮັບການສຶກສາອົບຮົມ ພ້ອມທັງເຊັນບົດບັນທຶກ ແລະປະຕິຍານຕົນ ວ່າຈະຢຸດພົວພັນຢາເສບຕິດ (ຢຸດເສບ, ຢຸດຄ້າ ແລະ ຢຸດເປັນທີພັກພາຂອງຢາເສບຕິດ) ຈໍານວນ 63 ຄົນ, 3 ຄົນ. ທັງນີ້ກໍເພື່ອກະຕຸ້ນໃຫ້ກຸ່ມເປົ້າໝາຍພົວພັນຢາເສບຕິດ ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ຕໍ່ຕົນ ເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ ໂດຍສະເພາະແມ່ນກັບຕົວຜູ້ທີ່ຍັງຈະສືບຕໍ່ພົວພັນກບຢາເສບຕິດ ພາຍ ຫຼັງໄດ້ຮັບການສຶກສາອົບຮົບ.
ເຊິ່ງພິທີໄດ້ຈັດຂຶ້ນທີ່ສາລາໂຮງທໍາວັດບ້ານທ່າຄັນຊົມຊົວ ໂດຍການເປັນປະທານ ຂອງທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ມີຄະນະກໍາມະການສຶກສາອົບຮົມຂັ້ນເມືອງ, ຜູ້ນໍາພາ-ຊ່ວຍບ້ານ ແລະການຈັດຕັ້ງບ້ານທ່ານຄັນຊົວຊົວເຂົ້າຮ່ວມ.
ພາບ ແລະຂໍ້ມູນ: ຫ້ອງວ່າການເມືອງ.
Loading...