ວັນທີ່ 27 ກໍລະກົດ 2022 ນີ້ ປກສ ແຂວງວຽງຈັນສົມທົບກັບ ກອງບັນຊາ ການ ປກສ ເມືອງໝື່ນນຳເອົາຜູ້ພົວພັນກັບຢາເສບຕິດຢູ່ບ້ານນາປ່າໄຜ່ ມາສຶກສາອົບຮົມ ແລະ ສ້າງບົດບັນທືກ ຢູ່ທີຫ້ອງ ການບ້ານ-ບ້ານນາປ່າໄຜ່ໂດຍເປັນປະ ທານຂອງທ່ານ ພັນໂທ ຄຳຟອງ ວົງດາລາແສນ ຮອງກອງບັນຊາການ ປກສ ແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງ-ເມືອງໝື່ນ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງໝື່ນ, ມີທ່ານ ພັນໂທ ອາພິນັນ ສ້າງຄຳ ຫົວໜ້າກອງບັນຊາການ ປກສ ເມືອງໝື່ນ, ຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ, ເລຂາພັກບ້ານນາຍບ້ານ-ບ້ານນາປ່າໄຜ່ ແລະ ເປົ້າໝາຍພົວພັນຢາເສບຕິດພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ໃນພິທີທ່ານເລຂາພັກບ້ານ ນາຍບ້ານ ນາປ່າໄຜ່ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໂດຍສະເພາະແມ່ນ ບັນຫາຢາເສບຕິດໃນໄລຍະຜ່ານມາ ໂດຍທ່ານໄດ້ໃຫ້ຮູ້ວ່າບ້ານນາປ່າໄຜ່ມີ ພົນລະເມືອງທັງໝົດ 3,282 ຄົນ,ຍິງ 1,615 ຄົນ ໃນນັ້ນມີຜູ້ພົວພັນຢ່າເສບຕິດທັງໝົດ 59 ຄົນ, ຍິງ 1 ຄົນ ເຊິ່ງໄດ້ນຳມາສືກສາອົບ ຮົມໃນຄັ້ງນີ້ 45 ຄົນ, ຍິງ 1 ຄົນ ແລະ ຈະໄດ້ສືບຕໍ່ນຳເອົາ 14 ຄົນທີ່ຍັງເຫຼືອມາສືກສາອົມຮົມໃນໄວໆນີ້, ພ້ອມນີ້ກໍ່ຈະເອົາໃຈໃສ່ຕິດຕາມຜູ້ທີ່ໄດ້ສືກສາອົບຮົມໄປແລ້ວວ່າພວກກ່ຽວມີການຢຸດເຊົາຫຼືບໍ່ ແລະ ສືບຕໍ່ເກັບກຳບັນຊີກຸ່ມເປົ້າໝາຍທີ່ພົວພັນຢາເສບຕິດເພື່ມຕື່ມ ຫຼັງຈາກນັ້ນ ທ່ານ ພັນໂທ ຄຳຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນໄດ້ໃຫ່ກຽດເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໂດຍໄດ້ຍົກໃຫ້ເຫັນ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ມີຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ ກໍ່ຄືປະເທດຊາດ ພ້ອມທັງສືກສາອົບຮົມເປົ້າໝາຍພົວພັນຢາເສບຕິດໃຫ້ຕັດສິນໃຈຢຸດເຊົາເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດໃນຕໍ່ໜ້າ.
ທ້າຍພິທີ ທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງ-ເມືອງໝື່ນ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງໝື່ນໃຫ້ກຽດໃຫ້ຄຳຄິດເຫັນໂອ້ລົມຕໍ່ເປົ້າໝາຍພົວພັນຢາເສບຕິດໄດ້ຮັບຟັງກ່ອນອື່ນທ່ານກໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍມາຍັງມາຍັງ ຜູ້ຖືກເຄາະຮ້າຍພ້ອມທັງຍົກໃຫ້ເຫັນບາງບັນຫາທີ່ເກີດຂື້ນຍ້ອນການເສບສີ່ງເສບຕິດ ແລະ ຮຽກຮ້ອງໃຫ້ຜູ້ຖືກເຄາະຮ້າຍຕ້ອງຕັດສີນໃຈຢ່າງແທ້ຈີງໃນການຢຸດເຊົາພົວພັນຢາເສບຕິດ, ປ່ຽນຈິດປ່ຽນໃຈຫັນມາເປັນຄົນດີໃນສັງຄົມເພື່ອສ້າງສາພັດທະນາປະເທດຊາດໃນຕໍ່ໜ້າ.
ຢູເມືອງໝືນ ແຂວງວຽງຈັນແມ່ນໄດ້ກຳນົດເອົາບ້ານນາປ່າໄຜ່ເປັນບ້ານທຳອິດເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຈາກນັ້ນຈິ່ງມີການສະຫຼຸບຖອດຖອນບົດຮຽນເພື່ອຜັນຂະຫຍາຍໄປສູ່ບ້ານອື່ນໆໃນທົ່ວເມືອງ.
ຂ່າວ,ພາບ: ຄໍາເພັດ.
Loading...