ຈີນ ກັບ ລາວ ມີສາຍພູຜາ-ສາຍນໍ້າຕິດຈອດກັນ, ເປັນປະເທດບ້ານໃກ້ເຮືອນຄຽງ, ປະຊາຊົນສອງຊາດໄປມາຫາສູ່ກັນດ້ວຍໄມຕີຈິດມາແຕ່ບູຮານນະການ. ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດມາຮອດປັດຈຸບັນ, ພາຍໃຕ້ນະໂຍບາຍ “ຫມັ້ນຄົງ ຍາວນານ, ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືຮອບດ້ານ” ຂອງສອງຊາດ ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຫມູ່ຄູ່ທີ່ດີ” ແລະ ຈິດໃຈຂອງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ລາວ, ການພົວພັນລະຫວ່າງສອງຊາດ ຍິ່ງໄດ້ຮັບການພັດທະນາຢ່າງຕັ້ງໜ້າ.
ໃນຊຸມປີມໍ່ໆມານີ້, ຜູ້ນໍາສູງສຸດຂອງສອງພັກ ແລະ ສອງລັດໄດ້ນຳພາເປັນ ແບບຢ່າງ, ແລະ ໄດ້ອຸທິດຕົນຢ່າງຕັ້ງໜ້າເຂົ້າໃນການສ້າງ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ ແລະ ລາວ ເຮັດໃຫ້ການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນກັບລາວໃຫ້ດີຂຶ້ນເປັນກ້າວໆ, ໂດຍສະເພາະຢ່າງຍິ່ງແມ່ນ ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນມາ, ພວກເຮົາເຫັນວ່າໂດຍພາຍໃຕ້ການນຳພາຂອງຜູ້ນຳສູງສຸດຂອງສອງພັກ ແລະ ສອງລັດ, ການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ລະຫວ່າງຈີນ ແລະ ລາວກຳລັງກ້າວເດີນແນວຄວາມຄິດໄປສູ່ການກະທຳ, ຈາກວິໄສທັດໄປສູ່ຄວາມເປັນຈິງ, ໄດ້ຊຸກຍູ້ການພົວພັນລະຫວ່າງຈີນ-ລາວ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຈີນ ແລະ ລາວລ້ວນແຕ່ເປັນປະເທດສັງຄົມນິຍົມທີ່ປົກຄອງດ້ວຍພັກກອມມູນິດ, ຍຶດໝັ້ນການນຳພາຂອງພັກກອມມູນິດ, ຍຶດໝັ້ນແນວທາງສັງຄົມນິຍົມ, ມີອຸ ດົມການ ແລະ ຄວາມເຊື່ອໝັ້ນອັນດຽວກັນ, ເສັ້ນທາງພັດທະນາ ຄ້າຍຄືກັນ, ອະນາຄົດ ແລະ ຊາຕາກໍາກ່ຽວຂ້ອງກັນ ນີ້ແມ່ນລັກສະນະສໍາຄັນຂອງການພັດທະນາສາຍພົວ ພັນຈີນ-ລາວ. ນັບແຕ່ສ້າງຕັ້ງສາຍພົວພັນການທູດເປັນຕົ້ນມາ, ຈີນ ແລະ ລາວໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຕ້ານລັດທິເມືອງຂຶ້ນ ແລະ ລັດທິຈັກກະພັດ, ໄດ້ສະຫນັບສະຫນູນ ແລະ ຮ່ວມມືກັນໃນພາລະກິດການປະຕິຮູບ ແລະ ການພັດທະນາ, ຢືນຢູ່ນຳກັນຢ່າງຫມັ້ນຫນຽວໃນບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດຫຼັກກັນ ແລະ ກັນ. ເປັນການຮັບປະກັນອັນສຳຄັນໃຫ້ແກ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ດັ່ງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວວ່າ: ລາວ ແລະ ຈີນ ມີສາຍພູສາຍນ້ຳຕິດຈອດກັນ, ຍິ່ງກວ່ານັ້ນແມ່ນ, ສອງປະເທດມີຮີດຄອງປະເພນີໄປມາຫາສູ່ກັນອັນເປັນມູນເຊື້ອມາແຕ່ບູຮານນະການພຸ້ນ, ລາວ ແລະ ຈີນ ໄດ້ຊ່ວຍເຫຼືອເຊິ່ງກັນແລະ ກັນໃນແຕ່ລະຍຸກສະໄໝ, ໄດ້ສະໜັບສະ ໜູນເຊິ່ງກັນ ແລະ ກັນໃນເວລາຕໍ່ສູ້ຕ້ານການຮຸກຮານຂອງຕ່າງປະເທດໃນຍຸກສະໄຫມມໍ່ໆນີ້ ພິເສດແມ່ນພັກກອມມູນິດຈີນ, ທະຫານ ແລະ ປະຊາຊົນຈີນໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ, ຢ່າງມີປະສິດທິຜົນ ແລະ ແບບບໍ່ມີເງື່ອນໄຂຜູກມັດ, ໃນໄລຍະສ້າງສາປະເທດຊາດຢູ່ລາວ. ພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນໄດ້ໃຫ້ການຊ່ວຍເຫຼືອຢ່າງຮອບດ້ານແກ່ລາວມາໂດຍຕະຫຼອດ, ການພົວພັນລະຫວ່າງສອງພັກ-ສອງລັດໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກກາກກຳ ແລະ ຮ່ວມທຸກຮ່ວມສຸກພ້ອມກັນກ້າວໄປສູ່ທາງຫນ້າ, ມິດຕະພາບທີ່ເປັນມູນເຊື້ອໄດ້ທົນທານກັບການທົດສອບຂອງເວລາທີ່ມີການປ່ຽນແປງຂອງຍຸກສະໄຫມ ແລະ ສະພາບການສາກົນທີ່ມີການປ່ຽນແປງອັນສັບສົນ.
ຈີນ ແລະ ລາວເປັນປະຊາຄົມຮ່ວມຊາຕາກຳທີ່ຫມັ້ນຄົງຂະຫນົງແກ່ນ, ສອງພັກ-ສອງລັດລ້ວນແຕ່ໄດ້ຖືເອົາ ແລະ ຍຶດໝັ້ນແນວທາງການພັດທະນາຂອງການພົວພັນຈີນ-ລາວໃນດ້ານຍຸດທະສາດ ແລະ ໄລຍະຍາວ, ເຊິ່ງເປັນພື້ນຖານການເມືອງທີ່ສຳຄັນໃນການພັດທະນາສາຍພົວພັນຈີນ-ລາວ, ໃນໄລຍະຜ່ານມາ, ແຕ່ໂຮງຮຽນ “7 ມິຖຸນາ” ເມືອງນານຫນິງໄປຮອດເສັ້ນທາງຫຼວງມິດຕະພາບຈີນ-ລາວ, ລ້ວນແຕ່ໄດ້ເລົ່າລືປະຫວັດສາດແຫ່ງ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງປະເທດ, ໄດ້ຮ່ວມສຸກຮ່ວມທຸກນຳກັນ, ເບິ່ງແຍງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ, ປັດຈຸບັນ,ໄປຄຽງຄູ່ກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ, ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວ, ໄດ້ມີບາດກ້າວພັດທະນາໃໝ່ຢ່າງບໍ່ຢຸດຢັ້ງ, ກ້າວຂຶ້ນສູ່ລະດັບສູງໃໝ່.
ໃນປີ 2017, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ມາຢ້ຽມຢາມລາວຢ່າງເປັນທາງການ, ພາຍໃຕ້ການເປັນສັກຂີພິຍານຂອງການນໍາສອງປະເທດ, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືເຊັ່ນ: ການກໍ່ສ້າງສາຍພົວພັນຈີນ-ລາວ ແລວທາງເສດຖະກິດໄດ້ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ລາວໃຫ້ແໜ້ນແຟ້ນຕື່ມອີກ, ຊຸກຍູ້ການບຸກທະລຸອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ. ໃນປີ 2019, ການນໍາສອງປະເທດໄດ້ຮ່ວມກັນລົງນາມ “ແຜນແມ່ບົດວ່າດ້ວຍການກໍ່ສ້າງຄູ່ຮ່ວມຊາຕາກຳຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ”, ໄດ້ໃຫ້ທິດທາງພື້ນຖານ ແລະ ສຳຄັນເຂົ້າໃນປະຕິບັດການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ລະຫວ່າງຈີນ ແລະ ລາວ ແລະ ເປີດທາງໃຫ້ແກ່ການພັດທະນາການພົວພັນສອງປະເທດໃນໄລຍະໃໝ່ຂອງປະຫວັດສາດ. ໃນປີ 2021, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 60 ປີ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ມີການພົບປະທາງໄກ ກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພ້ອມກັນເຂົ້າຮ່ວມພິທີເປີດການນໍາໃຊ້ເສັ້ນທາງລົດໄຟຈີນ-ລາວ ນັບວ່າ ເປັນສັກກະຫຼາດໃໝ່ ແຫ່ງການພົວພັນມິດຕະພາບລະຫວ່າງຈີນ-ລາວ.
EMU ຂະບວນລົດລ້ານຊ້າງ ທີ່ສະດວກສະບາຍ, ຂົວອ້າຍນ້ອງທີ່ສວຍງາມ, ແລະ ອຸໂມງມິດຕະພາບທີ່ເຊື່ອມຕໍ່ສອງປະເທດ ເສັ້ນທາງລົດໄຟ ຈີນ-ລາວ ແມ່ນໂຄງການທີ່ເປັນສັນຍາລັກສຳຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຈີນ-ລາວ, ໄດ້ສ້າງພື້ນຖານອັນແຫນ້ນແກ່ນເຂົ້າໃນການກໍ່ສ້າງແລວເສດຖະກິດຈີນ-ລາວ ແລະ ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງຈີນ-ລາວ.
ຈີນໄດ້ຈັດວາງປະເທດບ້ານໃກ້ເຮືອນຄຽງຢ່າງສະເໝີຕົ້ນສະເໝີປາຍໃນຖານະທີ່ສຳຄັນໃນດ້ານການທູດລວມ. ວັນທີ 16 ຕຸລາ 2022, ພັກກອມມູນິດຈີນໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຢ່າງສໍາເລັດຜົນ, ກອງປະຊຸມຄັ້ງນີ້ແມ່ນການເດີນທາງໃໝ່ຂອງທົ່ວພັກປະຊາຊົນບັນດາເຜົ່າໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ໄດ້ຈັດຂຶ້ນໃນຈຸດເວລາທີ່ສໍາຄັນທີ່ສຸດທີ່ປະເທດຈີນກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີເຫດການທີສອງ, ກອງປະຊຸມໄດ້ສ້າງແຜນຮ່າງອັນໃຫຍ່ຫຼວງເພື່ອຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ຄວາມເປັນທັນສະໄໝແບບຈີນ ແລະ ໄດ້ຮຽກຮ້ອງຢ່າງຈິງໃຈໃຫ້ປະຊາຊົນຈີນຍິນດີຮ່ວມມືກັບປະຊາຊົນໃນທົ່ວໂລກເພື່ອສ້າງອະນາຄົດທີ່ດີກວ່າຂອງມະນຸດຊາດ, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຊີ້ອອກໃນບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນວ່າ: ຈີນຍຶດໝັ້ນການພັດທະນາການຮ່ວມມືມິດຕະພາບກັບບັນດາປະເທດບົນພື້ນຖານຫຼັກ 5 ປະການ, ຢູ່ຮ່ວມກັນໂດຍສັນຕິ, ຊຸກຍູ້ການສ້າງສາການພົວພັນສາກົນແບບໃໝ່, ລົງເລິກ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກແບບ ສະເໝີພາບ, ເປີດກວ້າງການຮ່ວມມື, ບົນພື້ນຖານຫຼັກການເອກະລາດ, ສະເໝີພາບຄົບຖ້ວນ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ບໍ່ແຊກແຊງກິດຈະການພາຍໃນຂອງກັນ. ພັກກອມມູນິດຈີນຍິນດີເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບພັກການເມືອງ ແລະ ອົງການທາງການເມືອງຂອງປະເທດຕ່າງໆ ແລະ ຍຶດໝັ້ນ ຕັ້ງໜ້າຊຸກຍູ້ສະພາປະຊາຊົນແຫ່ງຊາດ, ກອງປະຊຸມທີ່ປຶກສາດ້ານການເມືອງປະຊາຊົນຈີນ, ກອງທັບ, ລັດຖະບານທ້ອງຖິ່ນ ແລະ ປະຊາຄົມຊາວຈີນມີການໄປມາຫາສູ່ກັນກັບນານາປະເທດ, ປະເທດຈີນຍຶດຫມັ້ນນະໂຍບາຍຕໍ່ຕ່າງປະເທດຄືເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຢ່າງມີຄວາມຈິງໃຈ, ຢູ່ຮ່ວມກັນແບບປອງດອງກັນກັບບ້ານໃກ້ເຮືອນຄຽງ, ການຮ່ວມມືກັນກັບປະເທດບ້ານໃກ້ເຮືອນຄຽງ, ລົງເລິກການພົວພັນມິດຕະພາບທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ເພີ່ມທະວີການພົວພັນ ກັບບັນດາປະເທດພວມພັດທະນາ, ປົກປ້ອງຜົນປະໂຫຍດລວມຂອງປະເທດກຳລັງພັດທະນາ.
ນັບແຕ່ຈີນ-ລາວ ສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 60 ປີມານີ້, ສອງປະເທດໄດ້ຍຶດໝັ້ນໃນການຊຸກຍູ້ ແລະ ປະຕິບັດຫຼັກ 5 ປະການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ເປັນນ້ຳໃຈດຽວກັນ ແລະ ມິດຕະພາບທີ່ຈິງໃຈຕະຫຼອດມາ, ໄດ້ນໍາເອົາຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນທັງສອງຊາດ ແລະ ເປັນແບບຢ່າງທີ່ດີເລີດແກ່ການໄປມາຫາສູ່ກັນລະຫວ່າງຈີນກັບປະເທດອ້ອມຂ້າງ.
ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວໂດຍພາຍໃຕ້ການນໍາພາ ແລະ ຊຸກຍູ້ຈາກຜູ້ນຳສອງພັກ ແລະ ສອງລັດໂດຍກົງໄດ້ເຮັດໃຫ້ຂໍ້ສະເຫນີ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນເຊື່ອມໂຍງເຂົ້າກັບຍຸດທະສາດປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດຂອງປະເທດລາວ, ໂຄງການທີ່ພົ້ນເດັ່ນຫລັກຈຳນວນໜຶ່ງເຊັ່ນ: ທາງລົດໄຟຈີນ-ລາວ,ໂຄງການເຂື່ອນໄຟຟ້ານໍ້າຕົກແບບຂັ້ນໄດຕາມນ້ຳອູ, ເຂດການຮ່ວມມືເສດຖະກິດຈີນ-ລາວບໍ່ຫ່ານ-ບໍ່ເຕັນ, ເສັ້ນທາງດ່ວນວຽງຈັນ-ວັງວຽງ, ເຂດພັດທະນາໄຊເສດຖາກວມລວມ, ການຂະຫຍາຍໂຮງໝໍມະໂຫສົດທີ່ຈີນຊ່ວຍເຫຼືອລາວ ແລະ ໂຄງການການກໍ່ສ້າງຄືນໃໝ່ໄດ້ດຳເນີນໄປຢ່າງສະດວກສະບາຍ, ໃນນັ້ນມີຈຳນວນຫນຶ່ງໄດ້ສໍາເລັດຢ່າງຈົບງາມ, ປັດຈຸບັນ, ການພົວພັນຈີນ-ລາວຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ປະເຊີນໜ້າກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບ 1 ສະຕະວັດ ແລະ ຜົນກະທົບລວມຂອງພະຍາດໂຄວິດ-19 ລະບາດໃນໂລກ, ການພົວພັນຈີນ-ລາວແມ່ນຢູ່ໃນໄລຍະທີ່ສຳຄັນຂອງການເຊື່ອມຕໍ່ອະດີດ ແລະ ອະນາຄົດ, ຕໍ່ໜ້າການແຜ່ລະບາດຂອງພະຍາດ, ສອງປະເທດໄດ້ຮ່ວມມືກັນຕ້ານພະຍາດລະບາດ, ມັນໄດ້ຕີຄວາມຫມາຍຈິດໃຈຂອງປະຊາຄົມຊາຕາກຳຈີນ-ລາວ ຢ່າງມີຊີວິດຊີວາ, ໄດ້ຮັດແໜ້ນສາຍພົວພັນມິດຕະພາບໄມຕີຈິດທີ່ເປັນມູນເຊື້ອຖານອ້າຍນ້ອງ. ໃນເວລາອັນສຳຄັນ ຂອງປະເທດຈີນ ຕ້ານພະຍາດໂຄວິດ-19 ແຜ່ລະບາດ, ພັກ, ລັດ ແລະ ປະຊາຊົນລາວໄດ້ສະແດງຄວາມສະຫນັບສະຫນູນຕໍ່ຈີນໃນທັນທີ ແລະ ໄດ້ໃຫ້ການຊ່ວຍເຫຼືອດ້ານການເງິນ ແລະ ວັດຖຸ, ໃນເວລາສໍາຄັນທີ່ການແຜ່ລະບາດຢູ່ລາວ, ຈີນໄດ້ສົ່ງຄະນະແພດຊ່ຽວຊານຕ້ານການແຜ່ລະບາດໄປລາວຢ່າງວ່ອງໄວ ແລະ ໄດ້ສະໜອງອຸປະກອນ ແລະ ຢາປ້ອງກັນພະຍາດເປັນຈໍານວນຫຼວງຫຼາຍເພື່ອຊ່ວຍເຫຼືອລາວໃນການປ້ອງກັນ ແລະ ຄວບຄຸມການລະບາດ ແລະ ປິ່ນປົວຜູ້ປ່ວຍ. ພາກປະຕິບັດຕົວຈິງໄດ້ພິສູດໃຫ້ເຫັນອີກເທື່ອໜຶ່ງວ່າ ການພັດທະນາຢ່າງແຂງແຮງຂອງການພົວພັນຈີນ-ລາວໄດ້ປັບປຸງ ແລະ ເປີດກວ້າງການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ, ເພີ່ມທະວີຄວາມຜາສຸກ ແລະ ມິດຕະພາບຂອງປະຊາຊົນສອງຊາດຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາ ຈີນ-ລາວກ້າວເຂົ້າສູ່ໄລຍະໃໝ່, ມັນມີຄວາມຫມາຍສໍາຄັນຍິ່ງຕໍ່ການກໍ່ສ້າງປະຊາຄົມຮ່ວມໂຊກຊາຕາກຳມວນມະນຸດ.
ບໍ່ວ່າສະຖານະການສາກົນຈະປ່ຽນແປງແນວໃດ, ການພົວພັນລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຈີນ-ລາວ ໄດ້ກ້າວໄປສູ່ທາງໜ້າຢ່າງບໍ່ຢຸດຢັ້ງ, ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນກັບລາວໄດ້ບັນລຸການພັດທະນາໃໝ່, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນທາງຍຸດທະສາດໄດ້ຮັບການຍົກສູງຂຶ້ນໃຫມ່, ການຮ່ວມມືຕົວຈິງໄດ້ກ້າວເຂົ້າສູ່ບາດກ້າວໃໝ່, ການພົວພັນທັງສອງຝ່າຍເຂົ້າສູ່ຍຸກສະໄຫມໃຫມ່ ແຫ່ງ ການສ້າງປະຊາຄົມຮ່ວມຊາຕາກໍາ ປັດຈຸບັນ, ຈີນ ແລະ ລາວໄດ້ຮ່ວມກັນຢືນຢູ່ຈຸດປະຫວັດສາດໃໝ່, ການຊຸກຍູ້ການສ້າງສາປະຊາຄົມຊາຕາກຳຈີນ-ລາວໃຫ້ຕັ້ງຮາກ ແລະ ແຕກດອກອອກຜົນແມ່ນສິ່ງສຳຄັນທີ່ສຸດຂອງການພັດທະນາສາຍພົວພັນລະຫວ່າງຈີນ-ລາວ ໃນປັດຈຸບັນ ແລະ ໃນຍຸກສະໄໝໃໝ່ ດ້ວຍຄວາມພະຍາຍາມຮ່ວມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ການພົວພັນຈີນ-ລາວແນ່ນອນຈະສືບຕໍ່ກ້າວໄປສູ່ບົດໃໝ່. ໜຶ່ງແມ່ນ, ການຮ່ວມມືຂອງສອງພັກ-ສອງລັດ, ປະຕິບັດຕາມຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳສອງປະເທດ ຢ່າງຮອບດ້ານ, ຊຸກຍູ້ ແລະ ສ້າງຮູບແບບໃໝ່ຂອງການພົວພັນລະຫວ່າງຈີນ-ລາວ. ສອງແມ່ນ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງພັກ-ສອງລັດ ຈີນ-ລາວ, ເພີ່ມທະວີການແລກປ່ຽນບົດຮຽນໃນການປົກຄອງປະເທດຢ່າງເລິກເຊິ່ງ, ຕັ້ງໜ້າເປີດກວ້າງການຮ່ວມມື, ປັບປຸງຄວາມສາມາດ ແລະ ຄຸນນະພາບ, ຍຶດໝັ້ນແນວທາງການກໍ່ສ້າງປະຊາຄົມຮ່ວມຊາຕາກຳ ລະຫວ່າງຈີນ-ລາວ, ເພີ່ມທະວີການຮ່ວມມືຍຸດທະສາດລະຫວ່າງສອງພັກຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ, ເພີ່ມທະວີການແລກປ່ຽນຄວາມຄິດຄວາມເຫັນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ທັນຕາມຍຸກສະໄໝ, ເພື່ອຕອບສະໜອງຄວາມຄາດຫວັງຂອງປະຊາຊົນ, ຊຸກຍູ້ການກໍ່ສ້າງ ແລະ ພັດທະນາປະເທດຊາດຂອງສອງປະເທດ, ຊຸກຍູ້ໃຫ້ມີຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ໄດ້ຮັບສອງໄຊຊະນະ. ສາມແມ່ນ,ຕັ້ງໜ້າໜູນຊ່ວຍບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ມີບົດບາດ, ນໍາໃຊ້ບັນດາເວທີ ຂອງອົງການສາກົນຢ່າງຕັ້ງໜ້າ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນປະສົບການ, ການຮ່ວມມືດ້ານວິຊາການ, ການປະສານງານດ້ານນະໂຍບາຍ. ສີ່ແມ່ນ, ຍູ້ແຮງຄວາມສາມາດບົ່ມຊ້ອນດ້ານຄົມມະນາຄົມການຂົນສົ່ງຂອງທາງລົດໄຟຈີນ-ລາວຢ່າງຄົບຖ້ວນ, ເສີມຂະຫຍາຍຂະໜາດ ແລະ ລະດັບເສດຖະກິດການຄ້າ, ຊຸກຍູ້ຄວາມໄດ້ປຽບຂອງສອງປະເທດ ລົງເລິກການຮ່ວມມືໃນຂົງເຂດກໍາລັງການຜະລິດ, ການເງິນ, ກະສິກໍາ, ພະລັງງານ, ຊັບພະຍາກອນ, ຊົນລະປະທານ, ໂທລະຄົມ, ການກໍ່ສ້າງພື້ນຖານໂຄງລ່າງ, ການປິ່ນປົວພະຍາດ, ສາທາລະນະສຸກແລະອື່ນໆ. ຊຸກຍູ້ການຮ່ວມມືຢ່າງແທດເຖິງຕົວຈິງລະຫວ່າງສອງປະເທດ ເພື່ອນຳເອົາຜົນປະໂຫຍດໃຫ້ປະຊາຊົນຂັ້ນຮາກຖານຂອງສອງປະເທດ. ຫ້າແມ່ນ, ສືບຕໍ່ລົງເລິກການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ເພື່ອແນໃສ່ຊຸກຍູ້ຈິດໃຈປະຊາຊົນສອງປະເທດ ລົງເລິກ ແລະ ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຊີ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆ, ເປີດສູນວັດທະນະທໍາຈີນເປັນຢ່າງດີ, ເພີ່ມທະວີການແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ແລະ ເປີດກວ້າງການຮ່ວມມືລະຫວ່າງທ້ອງຖິ່ນຢ່າງມີປະສິດທິຜົນ. ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການດຳລົງຊີວິດການເປັນຢູ່ທີ່ດີງາມ ຂອງປະຊາຊົນສອງຊາດໃຫ້ປະກົດຜົນເປັນຕົວຈິງ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງຄະນະກຳມະການສູນກາງພັກກອມມູນິດຈີນເຊິ່ງ ໂດຍແມ່ນ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ເປັນແກ່ນສານ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເຊິ່ງແມ່ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ເປັນຫຼັກ, ການພົວພັນຈີນ-ລາວແນ່ນອນຈະມີຊີວິດຊີວາຂຶ້ນຕື່ມອີກ, ມີການນຳຂອງສອງພັກ-ສອງລັດ ເອົາທິດທາງທຸງ, ນຳໃບເຮືອໄປສູ່ທາງຫນ້າ, ແນ່ນອນຈະນໍາເອົາພະລັງງານ ແລະ ແຮງບັນດານໃຈໃຫມ່ເຂົ້າໃນການພົວພັນລະຫວ່າງຈີນ-ລາວ, ແນ່ນອນຈະນໍາເອົາຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດ, ສືບຕໍ່ກ້າວໄປສູ່ໜ້າບົດໃຫມ່ອີກຢ່າງແນ່ນອນ.
(ຜູ້ຂຽນ ຫມ່າຢູ໋ນ: ຜູ້ຊ່ວຍນັກຄົ້ນຄວ້າຢູ່ສະຖາບັນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຂອງປະເທດຈີນ (ຄຸນໝິງ), ສະຖາບັນວິທະຍາສາດສັງຄົມແຂວງຢຸນນານ,
ຕົງຮ້າວ:ຜູ້ຄົ້ນຄວ້າທິດປະເທດລາວຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ).