ພັກ ແລະ ລັດເວລາໃດກໍ່ມີແນວທາງນະໂຍບາຍຂອງພັກ-ລັດ ໃນການຊຸກຍູ້ສົ່ງເສີມຜະລິດຕະພັນເປັນສິນຄ້າໃຫ້ໄດ້ມາດຕະຖານ ແລະ ການຊົມໃຊ້ຜະລິດຕະພັນພາຍໃນ; ບວກກັບມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ແລະ ຕາມນະໂຍບາຍ 6 ທາງອອກຂອງແຂວງຜົ້ງສາລີ; ຄວາມຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກພາຍໃນ ເພື່ອການສົ່ງເສີມຜະລິດຕະພັນພາຍໃນ ແລະ ການແກ້ໄຂຄວາມທຸກຍາກເທື່ອລະກ້າວ ແລະ ອີກດ້ານໜຶ່ງ ເງື່ອນໄຂຂອງຄອບຄົວກໍ່ໄດ້ມີຄວາມພ້ອມດ້ານທຶນ, ປະສົບການ ແລະ ເພື່ອເປັນການຂະຫຍາຍກິດຈະການໃຫ້ກວ້າງຂວາງຂຶ້ນເທື່ອລະກ້າວ; ຍົກຜະລິດຕະພັນພາຍໃນໃຫ້ກາຍເປັນສິນຄ້າທີ່ໄດ້ຮັບມາດຕະຖານ ທີ່ຕະຫຼາດຮອງຮັບໄດ້ ແລະ ເພື່ອໃຫ້ກິດຈະການພັດທະນາເປັນທີ່ຮອງຮັບຂອງສັງຄົມເປັນແຕ່ລະໄລຍະ; ບວກກັບໄລຍະຜ່ານມາໄດ້ຮັບການແນະນຳ ແລະ ຊຸກຍູ້ຈາກວິຊາການຂະແໜງການກ່ຽວຂ້ອງຂັ້ນເມືອງ ແລະ ແຂວງໃນການລົງຕິດຕາມກວດກາ ແລະ ຮັບການຢັ້ງຢືນເປັນຜະລິດຕະພັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ວ່າ (ໂອດ໋ອບ).
ດັ່ງຄອບຄົວທ່ານ ອຸ່ນຕານ ໃຈຍະພົມ, ຊົນເຜົ່າລື້, ຢູ່ບ້ານພຽງດອກຄຳ, ເມືອງບຸນເໜືອ, ແຂວງຜົ້ງສາລີ ໄດ້ໝູນໃຊ້ຄວາມຮູ້ພູມປັນຍາຈາກຮຸ້ນປູ່ຍ່າ, ພໍ່ແມ່ ພີ່ນ້ອງສືບທອດຕໍ່ຍອດການຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ໃຫ້ເປັນອາຊີບຫຼັກຂອງຄອບຄົວ ຈົນມາຮອດປັດຈຸບັນ ແລະ ວິທີການເຮັດແມ່ນໄດ້ມີການປ່ຽນແປ່ງພັດທະນາຂຶ້ນເປັນແຕ່ລະໄລຍະ ເພື່ອໃຫ້ໄດ້ຜະລິດຕະພັນດີຂຶ້ນເລື້ອຍໆ ຈົນເຮັດໃຫ້ຜະລິດຕະພັນເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກຂອງຄອບຄົວທ່ານ ໄດ້ຮັບການຢັ້ງຢືນເປັນສີນຄ້າ ໂອດ໋ອບ ແລະ ຄອບຄົວຂອງ ທ່ານ ອຸ່ນຕານ ໃຈຍະພົມ ໄດ້ຮັບກຽດໃຫ້ເປັນຕົວແບບຂື້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຜົ້ງສາລີ.
ເຊິ່ງທ່ານ ນາງ ສີມອນ ດວງມະນີ ພັນລະຍາຂອງ ທ່ານ ອຸ່ນຕານ ໃຈຍະພົມ ທີ່ເປັນຕົວແທນໃຫ້ຄອບຄົວຂຶ້ນມີຄຳເຫັນໃນຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ບາງຕອນທ່ານກ່າວວ່າ:
ໃນເມືອກ່ອນຄອບຄົວຕົນເອງແມ່ນເຮັດນາປູກເຂົ້າເປັນຫຼັກ ພ້ອມທັງຄ້າຂາຍເຫຼັກນ້ອຍ ເພື່ອລ້ຽງຊີບ, ຕໍ່ມາໄດ້ມີແນວຄິດຢາກຊື້ – ຂາຍ ເຮັດທຸລະກິດ ເພື່ອໃຫ້ມີລາຍຮັບເພີ່ມ, ຈຶ່ງໄດ້ໄປປຶກສາຫາລືກັບພໍ່ລຸງແມ່ປ້າ ຢູ່ແຂວງອຸດົມໄຊ ທີ່ຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ມາກ່ອນ ແລະ ຄອບຄົວຂ້າພະເຈົ້າ ໄດ້ລິເລີ່ມຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ໃນປີ 2002 ດ້ວຍການລົງທຶນຂອງຕົນເອງໃນເບຶ້ອງຕົ້ນລວມມູນຄ່າ 50.000.000 ກີບ ນັບທັງທຶນຄົງທີ່ ແລະ ທຶນໝູນວຽນ. ຍ້ອນຢາກມີທຸລະກິດຂອງຄອບຄົວຕົນເອງ ແລະ ເພຶ່ອສ້າງລາຍໄດ້ທີ່ໝັນຄົງເຂົ້້າຄອບຄົວ. ຫຼັງຈາກນັ້ນ, ຈຶ່ງໄດ້ໄປປຶກສາຄວາມເປັນໄປໄດ້ດ້ວຍຫຼາຍປັດໄຈເປັນຕົ້ນແຫຼ່ງທີ່ມາ ຂອງວັດຖຸດິບເປັນຕົ້ນແມ່ນເຂົ້າຈ້າວແຂງ ທັງພາຍໃນແຂວງ ແລະ ຕ່າງແຂວງ, ຊອກຫາຕະຫຼາດຜູ້ບໍລິໂພກ ເພື່ອຈຳໝ່າຍສົ່ງອອກ. ໃນເມື່ອເຫັນໄດ້ມີຜູ້ບໍລິໂພກຫຼາຍຂຶ້ນ ແລະ ໄດ້ສັງເກດເຫັນວ່າບັນດາຫ້າງຮ້ານ, ຜູ້ບໍລິໂພກມີຄວາມຕ້ອງການບໍລິໂພກ ຄອບຄົວຂ້າພະເຈົ້າ ຈຶ່ງໄດ້ຈັດຊື້ອຸປະກອນການຜະລິດຈຳນວນໜຶ່ງຕື່ມ ເພື່ອຜະລິດສະໜອງທັນກັບຄວາມຕ້ອງການຂອງຕະຫຼາດພາຍໃນແຂວງຜົ້ງສາລີ ແລະ ຈຳກັດການນຳເຂົ້າຈາກຕ່າງແຂວງ ຫຼື ຕ່າງປະເທດ.
ທ່ານ ນາງ ສີມອນ ດວງມະນີ ເວົ້າວ່າ: ຄອບຄົວຕົນເອງໄດ້ຕັດສິນໃຈລົງທຶນຈັດຊື້ນຳເຂົ້າເຄື່ອງຈັກຜະລິດເສັ້ນເຂົ້າປຽກຈຳນວນ 1 ເຄື່ອງ ແລະ ເລີ່ມຕົ້ນປີ 2019 ໄດ້ຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ເພື່ອບໍລິການຈຳໜ່າຍສູ່ຕະຫຼາດພາຍໃນແຂວງ ທີ່ມີລູກຄ້າປະຈຳ ແລະ ຮ້ານບໍລິການເຊັ່ນ: ຮ້ານອາຫານ, ຮ້ານເຝີ ພາຍໃນແຂວງ ມີປະມານ 50 ກວ່າຮ້ານ. ມາຮອດກາງປີ 2019 ໄດ້ມີແນວຄວາມຄິດຢາກຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ໃຫ້ລູກຄ້າບໍລິໂພກຮັບຮູ້ຢ່າງກວ້າງຂວາງ, ມີຕະຫຼາດຜູ້ບໍລິໂພກໝັ້ນຄົງຕາມທິດທາງຂອງພັກ – ລັດ ໃນການສົ່ງເສີມສິນຄ້າພາຍໃນກໍ່ຄືຫົວໜ່ວຍທຸລະກິດປຸງແຕ່ງຂະໜາດນ້ອຍໃຫ້ມີຄວາມເຂັ້ມແຂງ ເພື່ອກ້າວໄປສູ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນອະນາຄົດ ຈຶ່ງຍົກລະດັບຄຸນນະພາບການຜະລິດຕາມມາດຕະຖານຂອງສິນຄ້າໂອດ໋ອບ ຈົນໃນທີ່ສຸດຜະລິດຕະພັນເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກຂອງຄອບຄົວຕົນໄດ້ບັນລຸການປະຕິບັດຕາມມາດຖານ ໄດ້ຮັບປະກາດນຳໃຊ້ກາໝາຍສິນຄ້າໂອດ໋ອບໃນປີ 2019. ນັບແຕ່ນັ້ນເປັນຕົ້ນມາ ຜະລິດຕະພັນສິນຄ້າຂອງຄອບຄົວຕົນ ໄດ້ເປັນທີ່ຍອມຮັບຂອງບັນດາລູກຄ້າ ຈຶ່ງເຮັດໃຫ້ຄອບຄົວ ໄດ້ເອົາໃຈໃສ່ຜະລິດ ແລະ ຈຳໜ່າຍຫຼາຍຂຶ້ນກວ່າເກົ່າ; ການນຳໃຊ້ເຂົ້າສານແຂງຜະລິດເສັ້ນເຂົ້າຊອຍສະເລ່ຍ 36 ໂຕນ/ປີ ສາມາດຜະລິດເສັ້ນເຂົ້າຊອຍໄດ້ 79,200 ກີໂລ/ປີ; ເຂົ້າປຽກ 14 ໂຕນ/ປີ ສາມາດຜະລິດເສັ້ນເຂົ້າປຽກໄດ້ 28,800 ກິໂລ/ປີ ແລະ ເຂົ້າປຸ້ນ 10,800 ກີໂລ/ປີ ສາມາດຜະລິດເສັ້ນເຂົ້າປຽກໄດ້ 21,600 ກີໂລ/ປີ.
ຜະລິດຕະພັນທີ່ປຸງແຕ່ງອອກມາແມ່ນໄດ້ສົ່ງຂາຍຕາມທ້ອງຕະຫຼາດ ແລະ ຈຳນວນໜຶ່ງແມ່ນສົ່ງໃຫ້ພໍ່ຄ້າຄົນກາງ ເພື່ອສົ່ງຂາຍພາຍໃນແຂວງ ແລະ ຄອບຄົວຂ້າພະເຈົ້າສາມາດສ້າງລາຍຮັບຈາກການຜະລິດຂາຍເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ. ໃນນັ້ນ, ການລົງທຶນທັງໝົດ 756,000,000 ກີບ/ປີ (ສະເລ່ຍຜົນຜະລິດ 63,000,000 ກີບ/ດ); ລາຍຈ່າຍ 499,527,996/ປີ (ສະເລ່ຍລາຍຈ່າຍ 41,627,333 ກີບ/ດ) ແລະ ລາຍຮັບສຸດທິ 256,471,992 ກີບ/ປີ (ສະເລ່ຍລາຍຮັບສຸດທິ 21,372,666 ກີບ/ດ). ນອກຈາກສ້າງລາຍຮັບທຸລະກິດເຂົ້າໃນຄອບຄົວແລ້ວຍັງເປັນການສ້າງອາຊີບ, ສ້າງວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ແກ່ຜູ້ອື່ນຕື່ມໃນການສ້າງເສດຖະກິດຄອບຄົວຫຼຸດພົ້ນອອກຈາກຄອບຄົວທຸກຍາກ ແລະ ເຮັດໃຫ້ຊີວິດຄອບຄົວດີຂື້ນ.
ທ່ານ ນາງ ສີມອນ ດວງມະນີ ໃຫ້ຮູ້ອີກວ່າ: ຍ້ອນແນວທາງຂອງພັກ-ລັດ ແລະ ຄວາມສູ້ຊົນອົດທົນຂອງຄອບຄົວຕົນເອງນັ້ນຈຶ່ງເຮັດໃຫ້ການຜະລິດຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ກໍ່ມີຂໍ້ສະດວກຫຼາຍດ້ານ ໂດຍຈາກທຸລະກິດຂອງຄອບຄົວໄດ້ກ່າຍເປັນຜະລິດຕະພັນປຸງແຕ່ງຮັບໃຊ້ ແລະ ບໍລິການພາຍໃນຫຼຸດຜ່ອນຈາກການນຳເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ; ລູກຄ້າມີການຕອບຮັບເປັນຢ່າງດີ ແລະ ສ້າງໃຫ້ຫຼາຍກູ່ມວຽກມີວຽກເຮັດງານທຳເຊັ່ນ: ຜູ້ຜະລິດວັດຖຸດິບ, ຜູ້ຜະລິດປຸງແຕ່ງ, ຂົນສົ່ງ, ຜູ້ບໍລິການ ແລະ ຜູ້ຊົມໃຊ້ມີຄວາມສະດວກ.
ຄຽງຄູ່ກັບຄວາມສະດວກນັ້ນກໍ່ຍັງມີຂໍ້ຫຍຸ້ງຍາກບາງດ້ານ ເປັນຕົ້ນແມ່ນບົດຮຽນປະສົບການໃນການຜະລິດ ແລະ ຈຳໜ່າຍ ເປັນຕົ້ນແມ່ນການຫຸ້ມຫໍ່ ແລະ ການໂຄສະນາ ຍັງບໍ່ທັນທົ່ວເຖິງ; ເຂົ້າຈ້າວແຂງພາຍໃນເມືອງກໍ່ຄືພາຍໃນແຂວງ ບໍ່ສາມາດຕອບສະໜອງໄດ້ ຈຳເປັນຕ້ອງນຳເຂົ້າຈາກຕ່າງແຂວງ.
ແຕ່ຂໍ້ຫຍຸ້ງຍາກດັ່ງກ່າວນັ້ນກໍ່ບໍ່ສາມາດບັນທອນການອົດທົນພະຍາຍາມຂອງຄອບຄົວຕົນເອງທີ່ ມີຄວາມຕັ້ງໃຈຢາກປະສົບຜົນສຳເລັດດ້ານການຜະລິດເສັ້ນເຂົ້າຊອຍ, ເຂົ້າປຸ້ນ ແລະ ເຂົ້າປຽກ ນັ້ນ, ພວກເຮົາຕ້ອງໄດ້ອາໃສຄວາມດຸໝັ່ນເປັນຫຼັກ ຄຽງຄູ່ກັບການຜະລິດທີ່ຖືກຕ້ອງຕາມຫຼັກການອະນາໄມ; ຜະລິດຕະພັນມີຄຸນນະພາບ ແລະ ການຈຳໜ່າຍເຮັດໃຫ້ລູກຄ້າ ໄດ້ຍອມຮັບ ແລະ ນຳໃຊ້ຫຼາຍຂຶ້ນ; ຜ່ານການເຮັດມາຫຼາຍປີເຮັດໃຫ້ມີບົດຮຽນປະສົບການ, ເຕັກນິກ ແລະ ສິນຄ້າມີຄຸນນະພາບດີຂຶ້ນເລື້ອຍຯ.
ທ່ານ ນາງ ສີມອນ ດວງມະນີ ບອກອີກຕື່ມວ່າ: ໃນຕໍ່ໜ້ານີ້ ຈະສືບຕໍ່ໂຄສະນາ ຜະລິດຕະພັນ ດ້ວຍຫຼາຍຮູບແບບເຊັ່ນ: ສ້າງຕົວແທນ, ສາຂາຈຳໜ່າຍໃຫ້ຫຼາຍຂື້ນກ່ວາເກົ່າ ແລະ ການເຂົ້າຮ່ວມງານວາງສະແດງສິນຄ້າຕ່າງໆ ເພື່ອໂຄສະນາສິນຄ້າ ແລະ ປັບປຸງຄຸນນະພາບ; ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງສົ່ງເສີມປະຊາຊົນພາຍໃນເມືອງປູກເຂົ້າຈ້າວ ທີ່ເປັນແຫຼ່ງວັດຖຸດິບ ເພື່ອນຳມາປ້ອນເຂົ້າໂຮງງານປຸງແຕ່ງໃຫ້ໄດ້ 50 – 60% ຕໍ່ປີ; ຈະສືບຕໍ່ເອົາໃຈໃສ່ຂອດການປຸງແຕ່ງ ແລະ ເຕັກນິກການຜະລິດໃຫ້ມີຄວາມສະອາດເພື່ອຮັບປະກັນດ້ານສຸຂະອະນາໄມ ແລະ ສືບຕໍ່ພັດທະນາຄຸນນະພາບຂອງສິນຄ້າ ໃຫ້ໄດ້ມາດຕະຖານ; ຈະສືບຕໍ່ສຶກສາການຫຸ້ມຫໍ່ວິທີອົບແຫ້ງບັນຈຸໃສ່ກ່ອງສຳເລັດຮູບຕື່ມ ເພຶ່ອເພີ້ມລາຍການຜະລິດຕະພັນສິນຄ້າໃຫ້ມີຫຼາກຫຼາຍຮູບແບບຕາມທີ່ລູກຄ້າຕ້ອງການ; ໃນຕໍ່ໜ້າຈະນຳສະເໜີຄະນະກຳມະການຄັດເລືອກສິນຄ້າ ໂອດອບຂັ້ນເມືອງ, ຂັ້ນແຂວງເພື່ອຂໍຕໍ່ອາຍຸການນຳໃຊ້ກາໝາຍຕາມອາຍຸກາໝາຍ ( ກອຢ ) ແລະ ຮ່ວມມືກັບກຳມະການຄັດເລືອກສິນຄ້າ ຂັ້ນຕ່າງໆ.
ການຈັດຕັ້ງປະຕິບັດການຜະລິດສິນຄ້າໂອດ໋ອບ ແລະ ຜົນງານດ້ານຕ່າງໆ ທີ່ໄດ້ມານັ້ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນໍາພັກ – ລັດ, ອົງການຈັດຕັ້ງທຸກຂັ້ນ, ພະນັກງານວິຊາການທີ່ໄດ້ລົງໄປປຸກລະດົມຊຸກຍູ້ສົ່ງເສີມຢ່າງໃກ້ສິດ, ນັບທັງຄະນະກຳມະການຄັດເລືອກສິນຄ້າຂັ້ນແຂວງ-ຂັ້ນເມືອງ, ເຮັດໃຫ້ສິນຄ້າໄດ້ມາດຕະຖານ ແລະ ການໄດ້ຮັບກາໜາຍເປັນສິນຄ້າໂອດ໋ອບ ເປັນຜະລິດຕະພັນສິນຄ້າທີ່ມີຄຸນນະພາບ, ເຮັດໃຫ້ຜະລິດຕະພັນຂອງໂຮງງານ ມີຊື່ສຽງດີຂຶ້ນຕື່ມ ກາຍເປັນເງື່ອນໄຂ ແລະ ມີຂໍ້ສະດວກໃນການໂຄສະນາ ເຂົ້າເຖິງຕະຫຼາດຈຳໜ່າຍເປັນທີ່ຍອມຮັບຂອງລູກຄ້າຫຼາຍຂຶ້ນ.
ນີ້ລະເພີ່ນວ່າ: “ ດຸໜັ່ນ, ອົດທົນ ແລະ ສູ້ຊົນເຮັດຕາມຄວາມຝັນ ຜົນໄດ້ຮັບຈຶ່ງເປັນທີພູມໃຈ ”.
ໂດຍ : ສົມຄິດ ແກ້ວນວນລາ