ນະຄອນຫລວງວຽງຈັນເກືອບ 40 ຄົນ ໄດ້ຮັບການຝຶກອົບຮົມກ່ຽວກັບການຄຸ້ມ ຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ ພິທີໄຂຊຸດອົບຮົມຈັດຂື້ນໃນຕອນເຊົ້າມື້ນີ້, ທີ່ກົມວັດທະນາທຳມະຫາ ຊົນ ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດ ທະນາທຳ ແລະທ່ອງທ່ຽວ.
ການຝຶກອົບຮົມຄັ້ງນີ້ເພື່ອບໍາລຸງສ້າງ ແລະຍົກລະດັບຄວາມຮູ້ຄວາມສາມາດດ້ານການຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍໃຫ້ສື່ມວນຊົນຈາກພາກສ່ວນຕ່າງໆ ແນໃສ່ເຮັດໃຫ້ສື່ມວນຊົນລາວນໍາໃຊ້ສື່ອອນລາຍເຂົ້າໃນການຮັບໃຊ້ວຽກ ງານວິຊາສະເພາະກໍ່ຄືການໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກ ລັດ ຖະບານໃນແຕ່ລະໄລຍະຢ່າງຖືກຕ້ອງ ແລະມີປະສິດທິຜົນສູງສຸດ.
ໃນໂອກາດທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ມີຄໍາເຫັນວ່າ: ຊຸດອົບຮົມຄັ້ງນີ້ມີຄວາມສໍາຄັນຫລາຍໂດຍສະເພາະໃນສັງຄົມປັດຈຸບັນທີ່ມີທັງສື່ແບບເກົ່າ ແລະ ໃໝ່ ຊື່ງມີການນໍາໃຊ້ຢ່າງກ້ວາງຂວາງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ, ສະນັ້ນການຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍຈີ່ງຈໍາເປັນທີ່ສຸດຕໍ່ບຸກຄະລາກອນດ້ານສື່ມວນຊົນ ເພື່ອປະຕິບັດພາ ລະບົດບາດຂອງຕົນບົນພື້ນຖານຄວາມວ່ອງໄວ ແລະຖືກຕ້ອງ.
ຊຸດອົບຮົມກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ ຈະດຳເນີນໄປຈົນເຖິງວັນທີ 1 ທັນ ວາ 2022 ຈີ່ງສໍາເລັດ ໂດຍສຳມະນາກອນຈະໄດ້ຮຽນຮູ້ ແລະແລກປ່ຽນບົດຮຽນໃນ 4 ຫົວຂໍ້ສໍາຄັນຄື: ກົດໝາຍວ່າດ້ວຍສື່ມວນຊົນ, ການນໍາໃຊ້ພາສາລາວເຂົ້າຜ່ານສື່ຕ່າງໆ, ການຄຸ້ມຄອງ ແລະນໍາໃຊ້ສື່ສັງຄົມອອນລາຍ ແລະການຜະລິດລາຍການຂ່າວໂທລະພາບ ຄາດວ່າຈະຊ່ວຍໃຫ້ສື່ມວນຊົນມີຄວາມຮູ້ ແລະເຂົ້າໃຈຫລາຍຂື້ນ.
Loading...