ສື່ມວນຊົນຈີນ ແລະ ຕ່າງປະເທດ ປະມານ 60 ຄົນ ຈາກ 40 ປະເທດ ແລະ ເຂດແຄວ້ນ, ໃນນີ້ ມີສື່ມວນຊົນລາວ ຈຳນວນ 3 ຄົນ ປະກອບມີ: ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ສໍານັກຂ່າວສານປະເທດລາວ ແລະ ໜັງສື ພິມກອງທັບ ປະຊາຊົນລາວ ພາກສ່ວນລະ 1 ຄົນ ເຂົ້າ ຮ່ວມກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ການເດີນທາງໃໝ່ສູ່ຄວາມທັນສະໄໝ, ບົດຮຽນໃໝ່ແຫ່ງການຮ່ວມມື” ທີ່ສໍານັກຂ່າວສານ ວີດີໂອ (CCTV+) ແລະ ສູນສື່ສານສື່ມວນຊົນສາກົນຈີນ(CIPCC), ກະຊວງການຕ່າງປະເທດຈີນ ຮ່ວມກັນຈັດຂຶ້ນໃນວັນທີ 2 ພະຈິກ 2022 ນີ້ ທີ່ນະຄອນ ຫລວງປັກກິ່ງ, ສປ ຈີນ ໂດຍຜ່ານລະບົບອອນລາຍ.

ສໍາລັບສື່ມວນຊົນຕ່າງປະເທດທີ່ເຂົ້າຮ່ວມການສໍາມະນາໃນຄັ້ງນີ້ ແມ່ນສື່ມວນຊົນທີ່ເຂົ້າຮ່ວມການເຝິກອົບຮົມ ທີ່ສູນສື່ສານສື່ມວນຊົນສາກົນຈີນຈັດຂຶ້ນເປັນເວລາ 5 ເດືອນ, ນັບແຕ່ເດືອນກໍລະກົດ ຫາເດືອນພະຈິກ ປີ 2022 ຢູ່ນະຄອນຫລວງປັກກິ່ງ ແລະ ໄດ້ເຂົ້າຮ່ວມເຄື່ອນໄຫວເກັບກໍາຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-22 ຕຸລາ ຜ່ານມານີ້.
ໃນການສໍາມະນາດັ່ງກ່າວ, ສື່ມວນຊົນຕ່າງປະເທດ ໄດ້ຜັດປ່ຽນກັນແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຂອງຕົນຈາກທີ່ໄດ້ເຫັນ ແລະ ສໍາຜັດກັບບັນຍາກາດຂອງການດໍາເນີນກອງປະຊຸມໃຫຍ່ພັກກອມມູນິດຈີນໃນຄັ້ງນີ້ ເຊີ່ງເປັນກອງປະຊຸມທີ່ບໍ່ສະເພາະແຕ່ມີຄວາມໝາຍສໍາຄັນຂອງພັກກອມມູນິດຈີນ ແລະ ປະເທດຈີນ ເທົ່ານັ້ນ, ແຕ່ຍັງເປັນທີ່ສົນໃຈຈາກທົ່ວໂລກ, ພ້ອມທັງຕີລາຄາສະພາບການພັດທະນາຂອງຈີນໃນແຕ່ລະດ້ານເຫັນວ່າໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ເຮັດໃຫ້ຈີນກາຍເປັນປະເທດທີ່ມີເສດ ຖະກິດໃຫຍ່ເປັນອັນດັບທີ່ 2 ຂອງໂລກ ແລະ ກາຍເປັນຄູ່ຄ້າທີ່ສໍາຄັນຂອງໂລກ ແລະ ການພັດທະນາຂອງຈີນ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ບັນດາປະເທດໃນໂລກ.

ນອກຈາກນີ້ ສື່ມວນຊົນຕ່າງປະເທດ ຍັງໄດ້ຍົກໃຫ້ເຫັນກ່ຽວກັບການປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃນການປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງປະເທດຂອງຕົນກັບສປຈີນ ກໍຄື ການໂຄສະນາເຜີຍແຜ່ໃຫ້ປະຊາ ຊົນພາຍໃນປະເທດຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບປະເທດຈີນໃຫ້ເລິກເຊີ່ງກວ່າເກົ່າ, ພ້ອມນີ້ ຍັງສະເໜີໃຫ້ສື່ມວນຊົນຕ່າງປະເທດ ແລະ ສື່ມວນຊົນຈີນ ສືບຕໍ່ຮ່ວມມືກັນແລກປ່ຽນຂໍ້ມູນຂ່າວສານ ແລະ ການໂຄສະນາເຜີຍແຜ່ໃນດ້ານຕ່າງໆ ລະຫວ່າງກັນໃຫ້ເລິກເຊີ່ງ ແລະ ກວ້າງຂວາງຂຶ້ນກວ່າເກົ່າ ເພື່ອແນໃສ່ເຮັດໃຫ້ການຮ່ວມມືລະຫວ່າງຈີນກັບປະເທດຂອງຕົນນັບມື້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
