ສື່ມວນຊົນຕ່າງປະເທດ ຈໍານວນ 40 ຄົນ ຈາກເກືອບ 20 ປະເທດ, ທັງຈາກອາຊີ, ອາຟຼິກກາ ແລະ ອາເມລິກາລາຕີນ ໄດ້ຮັບບັນການບັນຍາຍເພື່ອໃຫ້ຄວາມຮູ້ ແລະ ຄວາມເຂົ້າ ໃຈກ່ຽວກັບພັກກອມມູນິດຈີນ ໃນວັນທີ 15 ກໍລະກົດ 2022 ທີ່ຂອບເຂດທີ່ພັກນັກການທູດໃນນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໂດຍມີສາດສະດາຈານ Lu Keli ຈາກມະຫາວິທະຍາໄລ ເຣັນມິນ ຂອງຈີນ ເປັນຜູ້ບັນຍາຍ ເຊີ່ງໄດ້ຍົກໃຫ້ເຫັນເຖີງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກກອມມູນິດຈີນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນໃນແຕ່ລະໄລຍະ.
ສາດສະດາຈານ Lu Keli ຍົກໃຫ້ເຫັນວ່າ: ພັກກອມມູນິດຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ ປີ 1921, ມາຮອດປີ 2022 ນີ້ ແມ່ນຄົບຮອບ 101 ປີພໍດີ ເຊີ່ງຕະ ຫລອດໄລຍະ 1 ສັດຕະວັດກວ່າຜ່ານມາ, ພັກກອມມູນິດຈີນ ໄດ້ນໍາພາປະຊາຊົນຈີນສ້າງສາ ແລະ ພັດທະນາປະ ເທດຊາດຂອງຕົນ ໂດຍຜ່ານ 4 ໄລຍະສໍາຄັນ ຄື: 1). ໄລຍະແຕ່ປີ 1921-1949 ແມ່ນໄລຍະແຫ່ງຄວາມສໍາເລັດໃໝ່ຂອງການປະຕິວັດຊາດ ປະຊາທິປະໄຕ, 2). ແຕ່ປີ 1949-1978 ເປັນໄລຍະກໍ່ສ້າງ ແລະ ພັດທະນາສັງຄົມ, 3). ແຕ່ປີ 1978-2012 ເປັນໄລຍະປະຕິຮູບ, ເປີດກ້ວາງ ແລະ ສ້າງສັງຄົມທີ່ມີຄວາມທັນສະໄໝ ແລະ 4). ແຕ່ປີ 2012 ຫາ ປັດຈຸບັນ ແມ່ນໄລຍະແຫ່ງການສ້າງເສດຖະກິດສັງຄົມນິຍົມທີ່ມີລັກສະ ນະພິເສດຂອງຈີນສໍາລັບຍຸກໃຫມ່.
ທ່ານໄດ້ຍົກໃຫ້ເຫັນຢ່າງລະອຽດໃນການນໍາພາ-ຊີ້ນໍາຂອງພັກກອມມູນິດອິນດູ ຈີນ ກໍຄື ບັນດາການນໍາພາຍໃນພັກໃນແຕ່ລະຮຸ່ນ ແລະ ແຕ່ລະໄລຍະ, ໃນນີ້ ສະເພາະໄລຍະແຫ່ງການສ້າງເສດຖະກິດສັງຄົມນິຍົມທີ່ມີລັກສະ ນະພິເສດຂອງຈີນສໍາລັບຍຸກໃຫມ່ ເຊີ່ງປັດຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະ ນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະ ເທດຈີນ, ໄດ້ມີຄວາມເອກະພາບພາຍໃນພັກ ເພື່ອນໍາພາປະຊາຊົນຈີນຍາດໄດ້ຜົນສໍາເລັດທີ່ຍິ່ງໃຫຍ່ຕາມຄວາມຝັນຂອງໄຝ່ຝັນຂອງຕົນເອງ ເຮັດໃຫ້ການພັດທະນາປະເທດຈີນ ນັບມື້ຮັບຜົນສໍາເລັດຢ່າງໃຫຍ່ຫລວງ ແລະ ສາມາດພິກໂສມໜ້າປະເທດຈີນໃຫ້ກ້າວຂຶ້ນເປັນໜຶ່ງໃນບັນດາປະເທດມະຫາອໍານາດຂອງໂລກແບບກ້າວກະໂດດ ພາຍໃນໄລຍະເວລາອັນສັ້ນ, ຖືເປັນເລື່ອງທີ່ໜ້າອັດສະຈັນທີ່ສຸດສໍາລັບການພັດທະນາປະເທດທີ່ມີເນື້ອທີ່ອັນກວ້າງໃຫຍ່ໄພ ສານ ແລະ ມີປະຊາກອນທີ່ປຽບເໝືອນຫລັງຄາໂລກ ເຮັດໃຫ້ພັກກອມມູນິດຈີນ ບໍ່ວ່າເວລາໃດກໍ່ໄດ້ຮັບຄວາມເຊື່ອ ໝັ້ນຈາກປະຊາຊົນຈີນ ແລະ ພັກກອມມູນິດຈີນ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ສໍາລັບພັກກອມມູນິດຈີນ ເປັນພັກການເມືອງທີ່ໃຫຍ່ທີ່ ສຸດໃນໂລກ, ປັດຈຸບັນ ມີສະມາຊິກພັກຫລາຍກວ່າ 95 ລ້ານສະຫາຍໃນທົ່ວປະເທດ, ໃນໄລຍະຜ່ານມາກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ໄດ້ຈັດຂຶ້ນມາແລ້ວ 19 ຄັ້ງ.
ໃນໂອກາດບັນການບັນຍາຍຄັ້ງນີ້ ສາດສະດາຈານ Lu Keli ຍັງໄດ້ຕອບຄໍາຖາມນັກຂ່າວຕ່າງປະເທດຈໍານວນໜຶ່ງ ເຊີ່ງສ່ວນໃຫຍ່ກ່ຽວກັບນະໂຍບາຍໃນການພັດທະນາປະ ເທດ, ລວມເຖີງນະໂຍບາຍໃນການພົວພັນຮ່ວມມືກັບຕ່າງປະເທດຂອງພັກກອມມູນິດຈີນໃນໄລຍະຜ່ານມາ ກໍຄື ໃນຕໍ່ໜ້າ ຕື່ມອີກ.
ສໍາລັບສື່ມວນຊົນຕ່າງປະເທດ ຈໍານວນ 40 ຄົນ ຈາກເກືອບ 20 ປະເທດທີ່ຮັບຟັງການບັນຍາຍດັ່າງກ່າວໃນຄັ້ງນີ້ ແມ່ນສື່ມວນຊົນທີ່ເຂົ້າໂຄງການສູນສື່ຂ່າວສາກົນ 2022 ( China International Press Communication Center 2022 Program: CIPCC) ທີ່ CIPCC ຈັດຂຶ້ນໃນລະຫວ່າງ ເດືອນ ມິຖຸນາ ຫາ ເດືອນພະຈິກ ປີ 2022.ໂຕໄຟ



2,467
People reached
64
Engagements
Boost post
You and 19 others
3 Shares
Like
Comment
Share